ຄໍາວ່າ “ລົງທຶນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ລົງທຶນ” ມີຄວາມໝາຍແນວໃດ?

ຄໍາວ່າ “ລົງທຶນ” ຄືການຈັດສັນເງິນເພື່ອເຮັດທຸລະກິດ ຫຼື ທຸລະກໍາທາງການເງິນຢ່າງໃດຢ່າງນຶ່ງ ເພື່ອຄາດຫວັງຜົນປະໂຫຍດໃນອະນາຄົດ ຫຼື ຄາດຫວັງໃຫ້ໄດ້ຜົນຕອບແທນຫຼາຍກວ່າເງິນທີ່ໄດ້ນໍາໄປລົງທຶນ ຫຼື ກໍາໄລຈາກການລົງທຶນ, ຄົນທີ່ລົງທຶນ ເອີ້ນ ນັກລົງທຶນ, ຄົນທີ່ລົງທຶນຮ່ວມກັນ ເອີ້ນ ຄູ່ຮ່ວມລົງທຶນ. ນອກຈາກລົງທຶນດ້ວຍເງິນແລ້ວ ຍັງມີການລົງທຶນ ໃນຮູບແບບອອກເຫື່ອແຮງ ແລະ ສະຕິປັນຍາ ເພື່ອຄາດຫວັງໃຫ້ໄດ້ມາຍັງກໍາໄລ ເຊັ່ນກັນ ດັ່ງ ລົງທຶນຮຽນໜັກ ເພື່ອໃຫ້ມີຄວາມຮູ້, ລົງທຶນປູກຜັກເພື່ອໃຫ້ໄດ້ຜັກປອດສານພິດກິນ, ລົງທຶນຫຼີ້ນກິລາເພື່ອໃຫ້ໄດ້ສຸ ຂະພາບທີ່ດີ ເປັນຕົ້ນ.

ການລົງທຶນດ້ວຍເງິນກໍມີຫຼາຍຮູບແບບ ແລະ ມີຄວາມສ່ຽງແຕກຕ່າງກັນໄປ ເປັນຕົ້ນ ການລົງທຶນໃນຕະຫຼາດຫຼັກຊັບ (ຊື້-ຂາຍຮຸ້ນ), ການລົງທຶນໃນອະສັງຫາລິມະຊັບ, ການລົງທຶນໃນສັງຫາລິມາຊັບ, ລົງທຶນໃນໂຄງການກໍ່ສ້າງ, ລົງທຶນຊື້ຂາຍລົດ, ລົງທຶນຊື້ຂາຍຄໍາ, ລົງທຶນໃນຂະແໜງການກະເສດ, ລົງທຶນດ້ານວິທະຍາສາດ, ລົງທຶນຂຸດຄົ້ນແຮ່ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າລົງທຶນ”.

“ລົງທຶນ” (1. ຄໍາກິລິຍາ) ອອກ​ເງິນ​ເປັນ​ທຶນ​ທໍາ​ທຸລະ​ກິດ, ອຸດສາຫະກໍາ ຫຼື ການ​ຄ້າ​ເພື່ອ​ຫາ​ກໍາ​ໄລ.

ຕົວຢ່າງ:

  • ໃນ 5 ປີກ່ອນໜ້າມີນັກລົງທຶນທ່ານນຶ່ງ ລົງທຶນຊື້ຮຸ້ນລາຄາ 10 ໂດລາສະຫະລັດຕໍ່ຮຸ້ນ ແຕ່ປະຈຸບັນ ຮຸ້ນດັ່ງກ່າວມີມູນຄ່າ 200 ໂດລາສະຫະລັດຕໍ່ຮຸ້ນ.
  • ໂຄງການໄຟຟ້ານໍ້າເທີນ 2 ແມ່ນລົງທຶນໂດຍບໍລິສັດຈາກປະເທດຝລັ່ງ, ລາຊານາຈັກໄທ ແລະ ລາວ ຕາງໜ້າໂດຍລັດວິສາຫະກິດຖືຮຸ້ນລາວ.

ສະຫຼຸບ.

ຄໍາວ່າ “ລົງທຶນ” ແມ່ນການຈັດສັນເງິນ, ແບ່ງເງິນ, ທ້ອນເງິນເປັນກ້ອນເພື່ອເຮັດທຸລະກິດ, ເຮັດການຄ້າ ຫຼື ທໍາທຸລະກໍາທາງການເງິນ ເພື່ອຄາດຫວັງໃຫ້ໄດ້ກໍາໄລ ຫຼື ຜົນປະໂຫຍດພາຍຫຼັງລົງທຶນໄປ. ການລົງທຶນມີຫຼາຍຮູບແບບແຕກຕ່າງກັນອອກໄປ ແລະ ມີຄວາມສ່ຽງບໍ່ຄືກັນ. ນອກຈາກການລົງທຶນດ້ວຍເງິນແລ້ວຍັງມີການລົງທຶນໃນຮູບແບບອອກເຫື່ອແຮງ ແລະ ສະຕິປັນຍາ ອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo