ຄໍາວ່າ “ປວກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ປວກ” ມີຄວາມໝາຍແນວໃດ?

ຄໍາວ່າ “ປວກ” ໝາຍເຖິງສັດ ຫຼື ແມງສັງຄົມຊັ້ນສູງແນວໜຶ່ງ ຈາກການສຶກສາວິວັດທະນາການເຫັນວ່າມີບັນພະບູລຸດຮ່ວມກັນກັບແມງສາບໃນຍຸກຈຸຮາສິກ. ປວກມີການແບ່ງວັນນະແບບດຽວກັນກັບມົດ, ຕໍ່ ແລະ ເຜີ້ງ. ປວກໃນແຕ່ລະຮັງນຶ່ງຈະແບ່ງອອກເປັນຫຼາຍພວກ ແລະ ບໍ່ສາມາດເຮັດວຽກທົດແທນກັນໄດ້ ເຊັ່ນ: ປວກງານ, ປວກທະຫານ (ມີທັງໂຕຜູ້ ແລະ ໂຕແມ່ທີ່ເປັນໝັນ) ປວກລາຊາ ຫຼາຍໂຕ ແລະ ລາຊະນີທີ່ສາມາດສືບພັນໄດ້ຕົວດຽວ (ບາງຮາງກໍຫຼາຍກວ່າ) ເພື່ອໄຂ່ ແລະ ກໍາເນີດປວກ ລຸ້ນສືບທອດ, ນອກຈາກບັນດາປວກທີ່ກ່າວມາປວກຈໍານວນນຶ່ງຍັງກາຍເປັນໂຕແມງເມົ່າກ່ອນກາຍເປັນ ລາຊະນີອີກດ້ວຍ.

ນອກຈາກນີ້, “ປວກ” ຍັງໝາຍເຖິງເຫັດປວກ ຊຶ່ງເປັນເຫັດທີ່ຄົນສາມາດກິນໄດ້ບໍ່ເບື່ອ ແລະ ເປັນອາ ຫານທີ່ນິຍົມກັນກິນ ເປັນເຫັດທີ່ເກີດຂຶ້ນຕາມລະດູການ. ເຫັດປວກແບ່ງອອກເປັນຫຼາຍແນວ (ແຕ່ບາງທ້ອງຖີ່ນກໍເອີ້ນແຕກຕ່າງກັນໄປ ເຊັ່ນ: ເຫັດປວກຕາບ (ດອກໃຫຍ່), ເຫັດປວກຈິກ (ດອກໃຫຍ່), ເຫັດປວກໄກ່ນ້ອຍ (ມີຮູບຮ່າງເປັນດອກນ້ອຍ) ແຕ່ໂດຍລວມລົດຊາດຂອງບັນດາເຫັດດັ່ງກ່າວແມ່ນຄ້າຍເຄືອງ ກັນຫຼາຍ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າປວກ”.

“ປວກ” (1. ຄໍານາມ). ສັດຊະນິດໜຶ່ງຄ້າຍຈໍາພວກມົດເຮັດຮູຢູ່ໃນດິນ, ຊື່ເຫັດແນວໜຶ່ງ ຫຼັງດອກເປັນຕຸ່ມແຫຼມ ແລະ ມັກເກີດຕາມໂພນປວກ ເອີ້ນ ເຫັດປວກ ແຕ່ແບ່ງອອກເປັນຫຼາຍແນວ ດັ່ງ ເຫັດປວກໄກ່ນ້ອຍ, ເຫັດປວກຈິກ, ເຫັດປວກຕາບ.

ຕົວຢ່າງ:

  • .

ສະຫຼຸບ.

ຄໍາວ່າ “ປວກ” ແມ່ນສັດທີ່ເປັນແມງສັງຄົມຊັ້ນສູງແນວໜຶ່ງ ແບ່ງວັນນະຄືກັນກັບໂຕມົດ ຊຶ່ງບໍ່ສາມາດເຮັດວຽກແທນກັນໄດ້ ດັ່ງ ປວກງານ, ປວກທະຫານໂຕຜູ້, ປວກທະຫານໂຕແມ່ທີ່ເປັນໝັນ, ປວກລາຊາ (ຫຼາຍໂຕ) ແລະ ປວກລາຊະນີທີ່ສາມາດສືບພັນໄດ້ຕົວດຽວ (ບາງຮາງກໍຫຼາຍກວ່າ). ນອກຈາກນີ້, “ປວກ” ແມ່ນຊື່ເຫັດແນວນຶ່ງ ເອີ້ນ ເຫັດປວກ ສາມາດກິນໄດ້ ແບ່ງອອກເປັນຫຼາຍແນວຕາມຂະໜາດ ເຊັ່ນ: ເຫັດປວກຕາບ (ດອກໃຫຍ່), ເຫັດປວກຈິກ (ດອກໃຫຍ່), ເຫັດປວກໄກ່ນ້ອຍ (ມີຮູບຮ່າງເປັນດອກນ້ອຍ).

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo