ຄໍາວ່າ “ລາ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ລາ” ມີຄວາມໝາຍແນວໃດ?

ຄໍາວ່າ “ລາ” ເປັນສັດສີ່ຕີນຊະນິດນຶ່ງ ທີ່ມີກີບຕີນດຽວ, ກິນຫຍ້າເປັນອາຫານ. ລາ ມີຮູບຮ່າງຄ້າຍຄືໂຕ ມ້າແຕ່ນ້ອຍກວ່າຫຼາຍ. ລາສາມາດປະສົມຂ້າມສາຍພັນກັບໂຕມ້າໄດ້ ຊຶ່ງລູກທີ່ເກີດອອກມາແມ່ນໂຕ “ລໍ”.

ລາລ້ຽງໄວ້ເພື່ອລາກແກ່ ແລະ ຕ່າງສິ່ງຄືກັນກັບມ້າ ແຕ່ຄວາມສາມາດອາດນ້ອຍກວ່າ ເພາະຮູບຮ່າງນ້ອຍ ກວ່າ. ລາເປັນສັດທີ່ຄົນເຮົາມາປຽບທຽບເປັນຄໍາເວົ້າ ຊຶ່ງໝາຍເຖິງຄົນໂງ່ ດັ່ງ ໂງ່ຄືລາ, ລາໂງ່ເອີຍ ເປັນ ຕົ້ນ.

ນອກຈາກນີ້, “ລາ” ຍັງໝາຍເຖິງການລາຈາກ ຊຶ່ງເປັນການບອກເຖິງການແຍກອອກກັນໄປ, ແຍກຈາກ ໄປ ເຊັ່ນ: ລາກ່ອນ, ລາໄປກ່ອນ, ລາເມືອກ່ອນ, ລາໄປວຽກ, ເລີກລາ. “ລາ” ຍັງແມ່ນການບອກຢຸດເຮັດ ສິ່ງໃດສິ່ງນຶ່ງ ເຊັ່ນ: ລາອອກການ, ລາອອກວຽກ, ລາພັກ, ລາບວດ, ລາສິກຂາບົດ, ລາອອກໂຮງຮຽນ. “ລາ” ຍັງໝາຍເຖິງການຕາຍຈາກໄປຂອງຄົນ ຫຼື ສັດ ດັ່ງ ລາໂລກແລ້ວ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າລາ”.

“ລາ” (1. ຄໍານາມ) ໂຕລາ. (2. ຄໍາກິລິຍາ) ບອກວ່າຈະຈາກໄປ, (3. ຄໍາກິລິຍາວິເສດ) ບໍ່ກອມເຂົ້າ, ເວອອກຈາກກັນ (ເຂົາຄວາຍລາ).

ຕົວຢ່າງ:

  • ຊາວອີຢິບ ໄດ້ນໍາລາປ່າມາລ້ຽງ ເພື່ອໃຊ້ປະໂຫຍດຕ່າງໆ ປະມານ 4,000 ປີ ກ່ອນຄຣິດສັກກະ ຣາດ.
  • ກ່ອນກັບບ້ານລູກຊາຍຂ້ອຍລາເພີ່ນດ້ວຍການບອກລາວ່າ “ລາກ່ອນ ມື້ອື່ນພໍ້ກັນໃໝ່” ແລະ ຍົກມື ຂຶ້ນບາຍໆ.

ສະຫຼຸບ.

ຄໍາວ່າ “ລາ” ແມ່ນໂຕລາ ຊຶ່ງເປັນສັດຊະນິດນຶ່ງ ມີສີ່ຕີນ (ຕີນກີບດຽວ), ເປັນສັດກິນຫຍ້າ ຮູບຮ່າງຄ້າຍ ໂຕມ້າແຕ່ນ້ອຍກວ່າຫຼາຍ ເວລາ ປະສົມພັນກັບມ້າໄດ້ລູກ ເອີ້ນ “ໂຕລໍ”. ຄົນລ້ຽວລາໄວ້ລາກແກ່. ນອກ ຈາກນີ້, “ລາ” ຍັງແມ່ນການແຍກອອກກັນໄປ ເອີ້ນ ລາຈາກ, ແຕ່ຖ້າການບອກລາ ເອີ້ນ ສັ່ງລາ. “ລາ” ຍັງໝາຍເຖິງການຢຸດເຮັດສິ່ງໃດສິ່ງນຶ່ງ ແລະ ຍັງໝາຍເຖິງການຕາຍຈາກໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo