ຄໍາວ່າ “ແຍງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແຍງ” ມີຄວາມໝາຍແນວໃດ?

ຄໍາວ່າ “ແຍງ” ໝາຍເຖິງການແຍງແວ່ນ ຫຼື ວັດຖຸ ຫຼື ຂອງໃສຢ່າງອື່ນ ທີ່ສະທ້ອນເງົາ ຈຸດປະສົງແມ່ນ ເພື່ອໃຫ້ເຫັນພາບສະເໝືອນຂອງຕົນເອງ ຫຼື ພາບສະທ້ອນ ວ່າເປັນແນວໃດ ມີສະພາບປົກກະຕິດີງາມ ຫຼື ຂີ້ ລ້າຍ, ຕຸ້ຍຈອຍສູງຕໍ່າແນວໃດ, ແຕກຕ່າງໄປຈັ່ງໃດ. ການແຍງແວ່ນແມ່ນຫຼາຍກໍລະນີ ດັ່ງ ການແຍງ ແວ່ນຂອງຜູ້ຍິງສ່ວນໃຫຍ່ແມ່ນເພື່ອແຕ່ງໜ້າ, ການໃສ່ເສື້ອ ຜ້າອາພອນແມ່ນເໝາະສົມແລ້ວ ຫຼື ບໍ່. ການ ແຍງແວ່ນຂອງຄົນຊາຍກໍເຊັ່ນດຽວກັນເພື່ອກວດຄວາມເປັນ ລະບຽບ ແລະ ງາມຕາວ່າເປັນດັ່ງຕ້ອງການບໍ່ ແລະ ຈະມີການປັບປຸງຫຍັງ.

ນອກຈາກນີ້, “ແຍງ” ຍັງໝາຍເຖິງຍັງແມ່ນການເບີ່ງດ້ວຍຄວາມຮັກ, ຄວາມຫຼົງໄຫຼ ຫຼື  ເບີ່ງດ້ວຍຄວາມ ອ່ອນຊອນ ເຊັ່ນ: ແຍງລູກນ້ອຍດ້ວຍຄວາມຮັກ ແລະ ຄວາມເອັນດູ, ຜູ້ບ່າວແຍງສາວງາມດ້ວຍຄວາມ ມັກໃນຄວາມງາມ, ຫົວໜ້າແຍງລູກນ້ອງທີ່ກໍາລັງເຮັດວຽກ, ພໍ່ແມ່ແຍງລູກດ້ວຍຄວາມຮັກ ແລະ ຄວາມ ຫ່ວງໃຍ. “ແຍງ” ຍັງແມ່ນການສະແຫວງຫາ ເພື່ອຊອກຮູ້. ອີກຄວາມໝາຍນຶ່ງ “ແຍງ” ໝາຍເຖິງແຍກ ໝູ່ຢູ່ ຫຼື ບໍ່ຢູ່ນໍາໝູ່. ແຕ່ຖ້າເປັນຜັກຂະແຍງແມ່ນຜັກຫອມຊະນິດນຶ່ງທີ່ນິຍົມພາກັນໃສ່ແກງໜໍ່ໄມ້.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າແຍງ”.

“ແຍງ” (1. ຄໍາກິລິຍາ) ສ່ອງເບິ່ງເງົາໃນແວ່ນ ຫຼື ໃນຂອງໃສ. ເບີ່ງດ້ວຍຄວາມອ່ອນຊອນ (ແຍງຄີງ ແຍງເພດ). ເບັດໃສ່, ສະແຫວງຫາ (ເບັດໃສ່ແກ້ງ ແຍງໃສ່ກ້ອນ. (2. ຄໍາກິລິຍາວິເສດ) ບໍ່ຢູ່ນໍາໝູ່.

ຕົວຢ່າງ:

  • ຂ້າພະເຈົ້າໄດ້ຊື້ແວ່ນໃຫຍ່ ເພື່ອຕິດເຮືອນໃໝ່ ເພາະສາມາດແຍງເຫັນແຕ່ຫົວລົງຮອດຕີນ ແລະ ແຈ້ງດີ.
  • ພໍ່ແມ່ນັກຮຽນພາລູກນ້ອຍໄປໂຮງຮຽນມື້ທໍາອີດ ແລະ ລັກແຍງຢູ່ທາງນອກດ້ວຍຄວາມຫ່ວງໃຍ.
  • ໃນງົວໝົດຝູງ ມີງົວແມ່ນຶ່ງມັກແຍງ ບໍ່ຢູ່ນໍາໂຕອື່ນ ເວລາເອົາເຂົ້າຄອກແມ່ນຕ້ອງໄດ້ຊອກທຸກເທື່ອ.

ສະຫຼຸບ.

ຄໍາວ່າ “ແຍງ” ໝາຍເຖິງການສ່ອງເບີ່ງເງົາ ໂດຍຜ່ານແວ່ນ ເອີ້ນ ແຍງແວ່ນ. ສ່ວນແວ່ນທີ່ແຍງ ເອີ້ນ ແວ່ນແຍງ, ຫຼື ອາດຈະສ່ອງ ຫຼື ແຍງດ້ວຍວັດຖຸສິ່ງຂອງຢ່າງອື່ນທີ່ສະທ້ອນເງົາ ວັດຖຸປະສົງເພື່ອ ໃຫ້ເຫັນ ພາບສະເໝືອນ. ນອກຈາກນີ້, “ແຍງ” ຍັງແມ່ນການເບີ່ງດ້ວຍຄວາມມັກຮັກ ຫຼື ຫຼົງໄຫຼດ້ວຍຄວາມສະເໜ ຫາ, ເອັນດຸ, ເຝົ້າຄອຍ. “ແຍງ” ແມ່ນການສະແຫວງຫາເພື່ອຮຽນຮູ້ ແລະ ຍັງໝາຍເຖິງແຍກໝູ່ຢູ່ ຫຼື ບໍ່ ຢູ່ນໍາໝູ່.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo