ຄໍາວ່າ “ລາຍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ລາຍ” ມີຄວາມໝາຍແນວໃດ?

ຄໍາວ່າ “ລາຍ” ໝາຍເຖິງບັນດາເສັ້ນທີ່ອອກແບບ, ແຕ້ມ ຫຼື ຂຽນດ້ວຍສໍ, ບິກ, ປາກກາ, ປຸກັນ ຫຼື ສິ່ງ ອື່ນໆ ລວມທັງການຖັກທໍ, ແຕ້ມ ຫຼື ຄວັດ ໃຫ້ເປັນຮູບຮ່າງຕ່າງໆ ໃຫ້ມີລວດລາຍວິຈິດງາມຕາ ເຊັ່ນ: ລາຍນໍ້າ, ລາຍຖັກ, ລາຍພິມ, ລາຍຄວັດ, ລາຍນູນ, ລາຍຄາມ, ລາຍຂຽນ, ລາຍໜັງສື, ລາຍຈິດຕະ ກໍາຜາຜະໜັງ, ລາຍສັກ ເປັນຕົ້ນ. “ລາຍ” ຍັງໝາຍເຖິງລວດລາຍ ຫຼື ລີລາທ່າທາງ, ວາດຊົງການປະ ພຶດ ດັ່ງ ຈັງແມ່ນລວດລາຍເນາະ! (ໝາຍເຖິງຫຼີ້ນໂຕ) ເປັນຕົ້ນ. “ລາຍ” ຍັງໝາຍເຖິງລາຍມື ດັ່ງ ລາຍມືງາມ, ລາຍມືຂີ້ລ້າຍ ແລະ ອື່ນໆ. “ລາຍ” ຍັງໃຊ້ເອີ້ນຈໍານວນ ຫຼື ສ່ວນໂຮມ ເຊັ່ນ: ລາຍລະ ທໍ່ໃດ, ລາຍລະຈັກກິໂລ.

ນອກຈາກນີ້, “ລາຍ” ຍັງໝາຍເຖິງ “ນໍ້າລາຍ” ຊຶ່ງເປັນນໍ້າຍ່ອຍທີ່ເກີດໃນປາກຂອງຄົນເວລາເຫັນອາຫານ ແຊບໆ ຫຼື ນໍ້າລາຍໄຫຼອອກຈາກປາກເວລາຖືກກະຕຸ້ນດ້ວຍລົດ ແລະ ອາຫານທີ່ຕົນຕ້ອງການກິນ. “ລາຍ” ຍັງໝາຍເຖິງສິ່ງທີ່ເປັນເສັ້ນໆສວນສອດໄປມາ ທີ່ເກີດຈາກການແຕ້ມ, ຂຽນ ຫຼື ສານ ດັ່ງ ລາຍຂັດ, ລາຍ ສອງ ເປັນຕົ້ນ. “ລາຍ” ເວລາໄປປະສົມກັບຄໍາອື່ນຍັງໃຫ້ຄວາມໝາຍຕ່າງໄປເຊັ່ນ: ມີລາຍຕາ, ລາຍການ, ລາຍງານ, ລາຍຈ່າຍ, ລາຍລະອຽດ, ລາຍວັນ, ລາຍເດືອນ, ລາຍປີ, ລາຍໄດ້, ລາຍບຸກຄົນ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າລາຍ”.

“ລາຍ” (1. ຄໍານາມ) ເສັ້ນຂຽນ ແຕ້ມ ຫຼື ຄວັດ ໃຫ້ເປັນຮູບຮ່າງຕ່າງໆ, ທ່າທາງ, ວາດຊົງ, ສີມື. ຈໍາ ນວນ, ສ່ວນໂຮມ, ຈໍານວນຖົວໃສ່ກັນ ດັ່ງ ຂາຍຂອງລາຍລະທໍ່ນັ້ນ. ນໍ້າທີ່ໄຫຼອອກຈາກປາກເປັນນໍ້າຍ່ອຍ ອາຫານ ເອີ້ນວ່ານໍ້າລາຍ. (2. ຄໍາກິລິຍາວິເສດ) ເປັນເສັ້ນໆ ສວນສອດໄປມາ. ລາຍຂັດແມ່ນລາຍສານ ທີ່ຂ້າມນຶ່ງຍໍສອງ. ບໍ່ອະນຸໂລມ. ລາຍຕາແມ່ນເບີ່ງບໍ່ເຫັນຄັກ ຫຼື ອາການແສງຕາເປັນວົງວຽນໃນເວລາ ເບີ່ງ.

ຕົວຢ່າງ:

  • ນັກຮຽນແຕ້ມຮູບໂຕສັດດ້ວຍລາຍເສັ້ນສໍສີ ແລະ ມີສີສັນຄວາມງາມແຕກຕ່າງກັນໄປຕາມຈິນຕະ ນາການ.
  • ມື້ນີ້ພາກກັນກິນຕໍາສົ້ມ ແລະ ລົດຊາດເຜັດຫຼາຍ ດັ່ງນັ້ນເຮັດໃຫ້ນໍ້າລາຍ, ຂີ້ມູກ ແລະ ນໍ້າຕາໄຫຼ ອອກບໍ່ຢຸດ.
  • ສຸພາສິດລາວເວົ້າວ່າ “ລາຍເສືອລາຍນອກ ລາຍຄົນລາຍໃນ” ໝາຍວ່າເສືອຮ້າຍກໍເຮັດໃຫ້ເຫັນ ເລີຍ ແຕ່ຄົນເຮົາຮ້າຍ ຫຼື ຊົ່ວແມ່ນບໍ່ສະແດງອອກໃຫ້ເຫັນ ເພາະມີການປິດບັງ, ເຊື່ອງອໍາ.
  • ພໍ່ຕູ້ສາສານຫວດດ້ວຍລາຍຂັດບໍ່ແມ່ນລາຍສອງ ຊຶ່ງເປັນວິທີການສານແບບງາຍກວ່າລາຍສອງ.

ສະຫຼຸບ.

ຄໍາວ່າ “ລາຍ” ໝາຍເຖິງບັນດາເສັ້ນທີ່ແຕ້ມ ຫຼື ຂຽນດ້ວຍອຸປະກອນຕ່າງໆ ລວມທັງການຖັກທໍ, ພີມ, ຄວັດໃຫ້ເປັນຮູບຮ່າງຕ່າງໆ. “ລາຍ” ຍັງແມ່ນລາຍມື. “ລາຍ” ຍັງໃຊ້ເອີ້ນຈໍານວນ ດັ່ງ ລາຍໃດ, ລາຍ ລະທໍ່ໃດ. “ລາຍ” ຍັງແມ່ນ “ນໍ້າລາຍ” ຊຶ່ງເປັນນໍ້າຍ່ອຍເກີດຢູ່ປາກຂອງຄົນ. “ລາຍ” ຍັງແມ່ນ ສິ່ງທີ່ເປັນ ເສັ້ນໆສອດກັນໄປມາ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo