ຄໍາວ່າ “ຕີ” ແລະ “ຕີ່” ມີຄວາມໝາຍຄືກັນຕ່າງ​ກັນ​ແນວ​ໃດ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ຕີ” ແລະ “ຕີ່”

ຄໍາວ່າ “ຕີ” ແລະ “ຕີ່” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງຕໍ່າກັບສຽງສູງ ແຕ່ມີຄວາມໝາຍແຕກຕ່າງກັນອອກໄປດັ່ງນີ້.

ຄໍາວ່າ “ຕີ” ແມ່ນການກົດ, ເນັ້ນ ດັ່ງ ຕີພີມ ຫຼື ດິດພີມ, ຕີຕາ ແມ່ນເອົາກາຈໍ້າລົງໃສ່ແຜ່ນເຈ້ຍ. “ຕີ” ແມ່ນການຟາດໃສ່ ຫຼື ທຸບໃສ່ດ້ວຍໄມ້, ແສ້, ຄ້ອນ ຫຼື ສິ່ງຂອງຢ່າງໃດນຶ່ງ ເຊັ່ນ: ຕີກອງ, ຕີຄ້ອງ, ຕີແສ່ງ, ຕີລະນາດ, ຕີເຂົ້າ, ຕີມີດ, ຕີພ້າ ເປັນຕົ້ນ. “ຕີ” ຍັງໝາຍເຖິງການສູ້ຮົບ ຫຼື ຕີ ຍາດແຍ່ງ ຫຼື ຂ້າຟັນລັນແທງກັນ ເຊັ່ນ: ຕີເສິກ, ຕີສັດຕູ, ຕີຄູ່ຕໍ່ສູາ, ຕີໃຫ້ແຕກ, ຕີໂມຍ, ຕີກັນ, ຕີໄກ່. ພ້ອມນັ້ນ, “ຕີ” ຍັງແມ່ນການຕີຄວາມ, ການຕີຄ່າ, ຕີລາຄາ ເພື່ອປະເມີນວ່າແພງ ຫຼື ຖືກສໍ່າໃດ.

ຄໍາວ່າ “ຕີ່” ໝາຍເຖິງການເຮັດໃຫ້ຍະອອກຈາກກັນ ຫຼື ກະຈ່າງອອກ ເປັນການເຮັດໃຫ້ສິ່ງຂອງທີ່ຢູ່ຕິດກັນອ້າ ອອກ ຫຼື ແຍກອອກຈາກກັນເລັກນ້ອຍ, ແຕ່ບໍ່ແມ່ນແຍກຂາດອອກຈາກກັນ ເຊັ່ນ ຕີ່ຂາອອກ, ຕີ່ຕາເບີ່ງ, ຕີ່ກະ ເປົາເງິນ, ຕີ່ກະເປົາຂີ້ເຫຍື້ອ, ຕີ່ແກັດເຄື່ອງ, ຕີ່ຜ້າ, ຕີ່ບາດແຜ ແລະ ອື່ນໆ. ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

SA Game
DooDiDo

ຄວາມໝາຍຄຳວ່າຕີ”.

“ຕີ” (1. ຄໍາກິລິຍາ) ຟາດລົງ, ທຸບລົງ. ຮົບ. ທໍາໃຫ້ແຕກ. ແປຄວາມໝາຍ. ກໍານົດລາຄາ. ມາຈາກ ຕີ ໃນພາສາປາລີແປວ່າ ສາມ ໃຊ້ນໍາໜ້າຄໍາອື່ນ ດັ່ງ ຕີຈີວອນຜ້າສາມຜືນ, ຕີຄູນ ສາມທໍ່ ອື່ນໆ.

ຕົວຢ່າງ:

  • ການຕີໂມຍເປັນໄປຢ່າງດຸເດືອດ ເພາະນັກໂມຍຕີກັນຮອດຍົກທີ 2 ສາມາດນ໋ອກຄູ່ຕໍ່ສູ້ດ້ວຍທ່າໄມ້ຕາຍ ແບບສວຍງາມ.
  • ການຕີຄວາມໝາຍຄະດີຄວາມຂອງນັກກົດໝາຍໃນຄະດີທີ່ເກີດຂຶ້ນແມ່ນແຕກຕ່າງກັນໄປ ເພາະເຂົ້າໃຈບໍ່ຄື ກັນ ແລະ ຢາກໃຫ້ຝ່າຍຕົນເອງຊະນະນັ້ນເອງ.

ຄວາມໝາຍຄຳວ່າຕີ່”.

“ຕີ່” (1. ຄໍາກໍາມະ) ທໍາໃຫ້ກະຈ່າງອອກ, ທໍາຂອງສອງອັນທີ່ຢູ່ຕິດກັນໃຫ້ຍະອອກ.

ຕົວຢ່າງ:

  • ສອງເອື້ອຍນ້ອງມ້ຽນຂີ້ເຫຍື້ອນໍາກັນ ຄົນທີ 1 ຕີ່ກະເປົາ, ສ່ວນຄົນທີ່ສອງເອົາຂີ້ເຫຍື້ອຍັດໃສ່ກະເປົາທີ່ຕີ່.
  • ອາຈານສອນນັກຮຽນແຕ່ເຮັດແນວໃດນັກຮຽນຄົນນຶ່ງກໍບໍ່ເຂົ້າໃຈ ແລະ ໝູ່ນັກຮຽນຄົນອື່ນເວົ້າວ່າ “ຕີ່ຕາ ເບີ່ງ ແລະ ຕັ້ງໃຈແດ່ເວລາເພີ່ນອະທິບາຍ ແລະ ຍົກຕົວຢ່າງ”.

ສະຫຼຸບ.

ຄໍາວ່າ “ຕີ” ແລະ “ຕີ່” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງຕໍ່າກັບສຽງສູງ ແຕ່ມີຄວາມໝາຍແຕກຕ່າງກັນອອກ. ເພາະຄໍາວ່າ “ຕີ” ແມ່ນການກົດ, ເນັ້ນ, ຟາດໃສ່ ຫຼື ທຸບໃສ່ດ້ວຍໄມ້, ແສ້, ຄ້ອນ ຫຼື ສິ່ງຂອງຢ່າງໃດນຶ່ງ. “ຕີ” ແມ່ນການຕໍ້ສູ້ ຫຼື ຕີກັນ. ພ້ອມນັ້ນ, “ຕີ” ຍັງແມ່ນການຕີຄວາມ, ການຕີຄ່າ, ຕີລາຄາ. ສ່ວນຄໍາວ່າ “ຕີ່” ໝາຍການງະ ຫຼື ຍະ ອອກຈາກກັນນ້ອຍນຶ່ງ ຫຼື ເຮັດໃຫ້ເຄື່ອງຂອງທີ່ຢູ່ຕິດກັນກະຈ່າງອອກຈາກກັນ ຕ່ບໍ່ເຖິງຂັ້ນ ຂາດອອກຈາກກັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo