ຄໍາວ່າ “ມັງກອນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ມັງກອນ” ມີຄວາມໝາຍແນວໃດ?

ຄໍາວ່າ “ມັງກອນ” ໝາຍເຖິງສັດສັກສິດ, ສັດໃນຕໍານານຂອງຈີນແນວນຶ່ງທີ່ໂດ່ງດັງໄປທົ່ວໂລກ ເປັນສັນ ຍາລັກໂດດເດັ່ນອັນນຶ່ງຂອງຈັກກະພັດ ແລະ ວັດທະນາທໍາຈີນ. ມີລໍາໂຕຍາວຄືກັນກັບງູ ມີແຂ້ວຂະໜາດ ໃຫຍ່ຄູ່ນຶ່ງ, ມີໜວດຍາວລັກສະນະຄືກັນກັບໄມ້ເລືອ ແລະ ມີແຜງຄໍຄືກັນກັບໂຕສິງຢູ່ເທິງຄໍ ຄາງ ແລະ ຂໍ້ ສອກ, ມີເກັດສີຂຽວເຂັ້ມທົ່ວບໍລິເວນລໍາຕົວ. ມັງກອນມີຂາ 4 ຂາ.

ນອກຈາກນີ້, “ມັງກອນ” ຍັງໝາຍເຖິງເດືອນ 1 ຫຼື ເດືອນເລີ່ມຕົ້ນຂອງປີ (ຕາມປະຕິທິນສາກົນ) ຊຶ່ງເປັນ ເດືອນທີ່ຢູ່ຫຼັງເດືອນ 12 ແລະ ຢູ່ກ່ອນເດືອນ 2. ໃນເດືອນ 1 ປະກອບດ້ວຍຈໍານວນວັນ 31 ວັນແຕກ ຕ່າງຈາກເດືອນ 2 ທີ່ມີພຽງ 28 ວັນ ແຕ່ 4 ປີໃດຈະມີ 29 ວັນ ເທື່ອນຶ່ງ. ເດືອນ 1 ເອີ້ນຕາມເດືອນ ລາວ ຫຼື ຕາມຮິດສິບສອງຄອງສິບສີ່ແມ່ນເອີ້ນເດືອນອ້າຍ ນັ້ນເອງ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າມັງກອນ”.

“ມັງກອນ” (1. ຄໍານາມ). ສັດແນວແນວນຶ່ງໃນນິຍາຍຂອງຈີນ ຮູບຄືແຂ້ (ມັງກຣ, ມກຣາ). ເດືອນມັງ ກອນ, ເດືອນ 1.

ຕົວຢ່າງ:

  • ມື້ວານນີ້ເບີ່ງໜັງຈີນກໍາລັງພາຍໃນ, ພະເອກສາມາດໃຊ້ພະລັງເປັນຮູບໂຕມັງກອນເພື່ອຈັດການ ກັບສັດຕູຈໍານວນຫຼາຍ.
  • ໃນເດືອນນຶ່ງມີການສະຫຼອງຫຼາຍງານບຸດ ດັ່ງ ບຸນປີໃໝ່ສາກົນ, ວັນສ້າງຕັ້ງກອງທັບ, ເທດສະ ການກິນຈຽງຂອງຊາວຈີນ, ຫວຽດນາມ ແລະ ມົ້ງ.

ສະຫຼຸບ.

ຄໍາວ່າ “ມັງກອນ” ແມ່ນສັດສັກສິດ ແລະ ເປັນສັນຍາລັກຂອງປະເທດຈີນ, ເປັນ ສັດໃນຕໍານານຂອງຈີນ ຍາວຄືກັນກັບງູ ມີ 4 ຕີນ, ມີແຂ້ວ, ມີໜວດຍາວ ແລະ ມີແຜງຄໍຄືກັນກັບໂຕສິງຢູ່ເທິງຄໍ ຄາງ ແລະ ຂໍ້ ສອກ, ມີເກັດສີຂຽວເຂັ້ມທົ່ວໂຕ. ນອກຈາກນີ້, “ມັງກອນ” ແມ່ນເດືອນ 1 ຫຼື ເດືອນອ້າຍ, ໃນເດືອນ 1 ມີວັນ 31 ວັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo