ຄໍາວ່າ “ສະຖານທີ່” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ສະຖານທີ່” ມີຄວາມໝາຍແນວໃດ?

ຄໍາວ່າ “ສະຖານທີ່” ໝາຍເຖິງບ່ອນ ຫຼື ຈຸດພິກັດຂອງສິ່ງໃດສິ່ງນຶ່ງ ວ່າຕັ້ງຈຸດໃດ, ບ່ອນໃດ, ແຫ່ງໃດ, ຢູ່ໃສ ເຊັ່ນ: ສະຖານທີ່ຕາກອາກາດ, ສະຖານທີ່ທ່ອງທ່ຽວ, ສະຖານທີ່ລັດຖະການ, ສະຖານທີ່ຕ້ອງຫ້າມ, ສະຖານທີ່ເກີດເຫດ, ສະຖານທີ່ນັດພົບ, ສະຖານທີ່ອາໄສ, ສະຖານທີ່ອັນຕະລາຍ, ສະຖານທີ່ເກີດເຫດ, ສະຖານທີ່ຈັດງານບູນ, ສະຖານທີ່ເຮັດວຽກ ເປັນຕົ້ນ.

ຄົນເຮົາໃຊ້ “ສະຖານທີ່” ເພື່ອບອກບ່ອນ ຫຼື ກໍານົດທີ່ຕັ້ງກັນມາແຕ່ບູຮານນະການຈົນເຖິງປະຈຸບັນ ເພື່ອໃຫ້ສະດວກໃນການເດີນທາງໄປຫາ ຫຼື ມາຫາ, ໃຊ້ເພື່ອບອກຈຸດຊອກຫາ, ໃຊ້ເພື່ອບອກບ່ອນຄົ້ນຫາ. ພ້ອມກັນນັ້ນຍັງໃຊ້ບົ່ງບອກເຖິງຄູນລັກສະນະຂອງບ່ອນ, ຈຸດ, ແຫ່ງ ນັ້ນວ່າເປັນແນວໃດ ເຊັ່ນ: ສະຖານ ທີ່ລັບ, ສະຖານທີ່ມືດມິດ, ສະຖານທີ່ມີກີ່ນເໝັນ, ສະຖານທີ່ແຈ້ງສະຫວ່າງ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າສະຖານທີ່”.

“ສະຖານທີ່” (1. ຄໍານາມ) ທີ່ຍ່າງ, ບ່ອນຕັ້ງ, ບ່ອນຢູ່, ຖິ່ນ.

ຕົວຢ່າງ:

  • ໃນລາວສະຖານທີ່ທ່ອງທ່ຽວທີ່ມີຄົນນິຍົມໄປທ່ຽວຫຼາຍແມ່ນເມືອງວັງວຽງ ແຂວງວຽງຈັນ, ເມືອງຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະ ເມືອງດອນໂຂງ.
  • ປ່າສະຫງວນແຫ່ງຊາດ ແມ່ນສະຖານທີ່ຕ້ອງຫ້າມໃນການທໍາລາຍປ່າໄມ້ ແລະ ເປັນທີ່ຢູ່ອາໃສຂອງສັດຈໍານວນຫຼວງຫຼາຍ.

ສະຫຼຸບ.

ຄໍາວ່າ “ສະຖານທີ່” ແມ່ນການບອກເຖິງຈຸດທີ່ຕັ້ງ, ຈຸດພິກັດຂອງສິ່ງໃດສິ່ງນຶ່ງ ວ່າຢູ່ບ່ອນໃດ, ແຫ່ງໃດ, ຢູ່ໃສ ແລະ ມີລັກສະນະເປັນແນວໃດ ດັ່ງ ສະຖານທີ່ກວ້າງຂວາງ, ສະຖານທີ່ສູງ, ສະຖານທີ່ຕໍ່າ ເປັນຕົ້ນ. ມະນຸດເຮົາໃຊ້ “ສະຖານທີ່” ເພື່ອກໍານົດເຂດໃນການບອກຈຸດທີ່ຢູ່ອາໃສ ດັ່ງ ເຮືອນ ຕັ້ງຢູ່ສະຖານທີ່ປ່ຽວ ແລະ ມີບໍລິເວນກວ້າງ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo