ຄໍາວ່າ “ຢຸດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຢຸດ” ມີຄວາມໝາຍແນວໃດ?

ຄໍາວ່າ “ຢຸດ” ແມ່ນການເຊົາຢູ່ຈຸດໃດຈຸດນຶ່ງ ຫຼື ຢູ່ກັບທີ່ ໂດຍບໍ່ເດີນທາງໄປຕໍ່ ເອີ້ນ ຢຸດການເດີນທາງ ຫຼື ຢຸດຢັ້ງ ເຊັ່ນ: ຢຸດຢູ່ແຂວງຫຼວງພະບາງ, ຢຸດຕັ້ງຖີ່ນຖານ, ລົດເມຢຸດຢູ່ກາງທາງ ເປັນຕົ້ນ. “ຢຸດ” ແມ່ນ ການເຮັດໃຫ້ແນວໃດແນວນຶ່ງເຊົາຈາກພາວະການເຄື່ອນທີ່ ເຊັ່ນ: ຢຸດລົດດ້ວຍການຫ້າມໄວ້, ຢຸດຄວາຍ ບໍ່ໃຫ້ເດີນດ້ວຍການມັດໄວ້ ເປັນຕົ້ນ. “ຢຸດ” ແມ່ນການພັກຢູ່ ຫຼື ສະງັກ ຫຼື ຢຸດນິ້ງ ເຊັ່ນ: ຢຸດການຫຼີ້ນກິ ລາໄດ້ຢຸດສະງັກເພາະມີຄົນເຈັບ, ການກໍ່ສ້າງໄດ້ຢຸດສະງັກເພາະໂຄວິດລະບາດ ແລະ ອື່ນໆ. ຄໍາວ່າ “ຢຸດ” ກົງກັນຂ້າມກັບ ຄໍາວ່າ “ໄປ, ເດີນ, ເຄື່ອນທີ່”.

ນອກຈາກນີ້, “ຢຸດ” ຍັງໝາຍເຖິງການເຊົາກະທໍາ ຫຼື ບໍ່ເຮັດ ສິ່ງໃດສິ່ງນຶ່ງ ຫຼື ບໍ່ຄິດ ເຊັ່ນ: ຢຸດພັກຜ່ອນ, ຢຸດຮຽນ ຢຸດສອນ, ຢຸດເຮັດວຽກ, ຢຸດງານ, ຢຸດຍິງ, ຢຸດປະທ້ວງ, ຢຸດຄິດ. ສ່ວນຢຸດໆຢ່ອນໆ ແມ່ນການ ເຮັດແດ່ບໍ່ເຮັດແດ່ ເຮັດແບບບໍ່ເຕັມທີ່. ຖ້າວັນຢຸດ ແມ່ນມື້ບໍ່ເຮັດວຽກ ຫຼື ວັນພັກ ນັ້ນເອງ. ອີກຄວາມ ໝາຍນຶ່ງ “ຢຸດ” ການເອົາຫຍ້າຄາ ຫຼື ເຄື່ອງມຸງອັດຕາມຫຼັງຄາບ່ອນທີ່ມັນຮົ່ວ ເອີ້ນ ຢຸດເຮືອນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຢຸດ”.

“ຢຸດ” (1. ຄໍາກິລິຍາ) ເຊົາ, ພັກ, ຢູ່ກັບບ່ອນ, ເອົາເຄື່ອງມຸງຢາ ຫຼື ອັດຕາມບ່ອນຮົ່ວເທິງຫຼັງຄາ.

ຕົວຢ່າງ:

  • ທ້າວ ສີ ຢຸດການເດີນທາງຢູ່ທີ່ແຂວງຫຼວງພະບາງ ເປັນເວລາ 2 ມື້ ເພື່ອທ່ຽວຊົມ ແລະ ຫຼີ້ນຢູ່ ແຂວງດັ່ງກ່າວ.
  • ແມງບົ້ງກື ຢຸດ ແລະ ຂົດເຂົ້າຕາມສັນຊາດຕະຍານທັນທີ ເມື່ອຖືກຄົນເອົາໄມ້ເຂ່ຍມັນໄປມາ.
  • ໃນວັນເສົາອາທິດຂ້ອຍຢຸດເຮັດວຽກເຮັດງານ ເພື່ອໄປທ່ຽວລ່ອງເຮືອ ແລະ ຫຼີ້ນນໍ້າ, ປີນພູ, ຊົມຖໍ້າ ຢູ່ເມືອງວັງວຽງ.

ສະຫຼຸບ.

ຄໍາວ່າ “ຢຸດ” ແມ່ນການພັກເຊົາບໍ່ເດີນທາງໄປຕໍ່ ເປັນການຢູ່ກັບທີ່ ເຊົາຈາກການເຄື່ອນໄຫວ. “ຢຸດ” ແມ່ນ ສະງັກ ຫຼື ຢຸດນິ້ງ. ຄໍາວ່າ “ຢຸດ” ກົງກັນຂ້າມກັບຄໍາວ່າ “ໄປ, ເດີນ, ເຄື່ອນທີ່”. “ຢຸດ” ແມ່ນການເຊົາເຮັດ ຫຼື ບໍ່ກະທໍາ. ນອກຈາກນີ້, “ຢຸດ” ແມ່ນການຕາບ ຫຼື ອັດຮູຮົ່ວຕາມຫຼັງຄາເຮືອນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo