ຄໍາວ່າ “ຝາ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຝາ” ມີຄວາມໝາຍແນວໃດ?

ຄໍາວ່າ “ຝາ” ແມ່ນເຄື່ອງກັ້ນລະຫວ່າງສອງຫ້ອງ ຫຼື ຂັ້ນແຍກອອກຈາກກັນ, ຝາເປັນແຜ່ນບັງແອ້ມຂອງ ເຮືອນຊານບ້ານຊ່ອງ, ປະຈຸບັນແມ່ນມີວັດສະດຸຫຼາຍຢ່າງທີ່ຖືກນໍາມາເຮັດຝາ ເຊັ່ນ: ໄມ້ປ່ອງ, ໄມ້ອັດ, ໄມ້ແປ້ນ, ຝາກະເບື້ອງ, ຝາ ຢາງ, ຝາດິນຈີ່ຊີມັງ. ຝາມີຂັ້ນຕອນໃນການເຮັດແຕກຕ່າງກັນໄປ ດັ່ງຝາ ເຮືອນແປ້ນແມ່ນໃຊ້ໄມ້ແປ້ນຫຼາຍ ແຜ່ນມາຕອກຕິດກັນເພື່ອໃຫ້ເປັນຝາ, ຝາເຮືອນກໍ່ແມ່ນໃຊ້ດິນຈີ່ ຫຼື ດິນບອກ ມາກໍ່ ແລະ ໂບກດ້ວຍຊີມັງ ເປັນຕົ້ນ. ສ່ວນສີຝາເຮືອນ ແລະ ການຕົບແຕ່ງແມ່ນແຕກຕ່າງກັນ ແລ້ວແຕ່ເຈົ້າຂອງເຮືອນມັກ. ຄໍາວ່າ “ຝາ” ກົງກັນຂ້າມກັບຄໍາວ່າ “ປ່ອງ”

ນອກຈາກນີ້, “ຝາ” ຍັງແມ່ນແນວອັດປາກ ຫຼື ເຄື່ອງອັດປາກພາຊະນະຕ່າງໆ ແຕ່ຝາແບ່ງອອກເປັນສອງປະເພດໃຫຍ່ ຊຶ່ງແບບທີ່ໜຶ່ງແມ່ນສໍາລັບປົກໄວ້ ສາມາດຍົກຂຶ້ນໄດ້ ເຊັ່ນ ຝາໝໍ້ແກງ, ຝາໝໍ້ຂາງ, ຝາ ໂອ່ງ, ຝາກະຖັງ ເປັນຕົ້ນ. ຝາແບບທີ່ສອງແມ່ນຝາປິດ ເພື່ອບໍ່ໃຫ້ອາກາດ, ນໍ້າ ຫຼື ສິ່ງຂອງເຂົ້າອອກໄດ້ ຖ້າຈະເອົາອອກແມ່ນຕ້ອງໄດ້ແກະໄຂອອກຄັກແນ່ ເຊັ່ນ: ຝານໍ້າອັດລົມຕ່າງໆ, ຝາເບຍ, ຝາເຫຼົ້າວາຍ, ຝາກະປອງນໍ້າໝາກໄມ້ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຝາ”.

“ຝາ” (1. ຄໍານາມ) ເຄື່ອງບັງ ຫຼື ແອ້ມຂອງເຮືອນ, ເຄື່ອງອັດປາກພາຊະນະຕ່າງໆ.

ຕົວຢ່າງ:

  • ຝາຫ້ອງສໍາລັບໄວ້ເງິນຂອງທະນາຄານແມ່ນເຮັດແໜ້ນໜາຖາວອນ ເພື່ອປ້ອງກັນການເຂົ້າອອກ ຫຼື ທໍາລາຍ ເພື່ອລັກເງິນ.
  • ການໜຶ້ງເຂົ້າໜຽວແມ່ນມີຫຼາຍຂັ້ນຕອນ ແຕ່ແນວໃດກໍຕາມຕ້ອງໄດ້ໃຊ້ຝາໝໍ້ ເພື່ອປົກໄວ້ໃຫ້ຮ້ອນ ເຂົ້າຈິ່ງສຸກທົ່ວເຖິງ.
  • ການໄຂແກ້ວວາຍ ເພື່ອດື່ມແມ່ນຕ້ອງມີເຫຼັກໄຂຝາທີ່ເຮັດມາສະເພາະ ຊຶ່ງແຕກຕ່າງຈາກການໄຂຝານໍ້າຫວານ.

ສະຫຼຸບ.

ຄໍາວ່າ “ຝາ” ແມ່ນແນວທີ່ໃຊ້ກັ້ນ, ແອ້ມເຮືອນຊານບ້ານຊ່ອງ ຫຼື ໃຊ້ຂັ້ນແຍກຫ້ອງເຮືອນແບ່ງເປັນຫຼາຍຫ້ອງ. ຝາ ສາມາດເຮັດຈາກວັດສະດຸຫຼາຍຢ່າງແຕກຕ່າງກັນອອກໄປ ແລະ ມີຂັ້ນຕອນໃນການເຮັດແຕກ ຕ່າງກັນ. ນອກຈາກນີ້, “ຝາ” ຍັງໝາຍເຖິງຂອງອັດປາກພາຊະນະຕ່າງໆ ຊຶ່ງສາມາດແບ່ງອອກເປັນສອງປະເພດ ຄື ຝາສໍາລັບປົກໄວ້ແບບທໍາມະດາສາມາດຍົກຂຶ້ນລົງໄດ້  ແລະ ຝາປິດເພື່ອບໍ່ໃຫ້ອາກາດ, ນໍ້າ ຫຼື ສິ່ງຂອງເຂົ້າອອກໄດ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo