ຄໍາວ່າ “ດັດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ດັດ” ມີຄວາມໝາຍແນວໃດ?

ຄໍາວ່າ “ດັດ” ໝາຍເຖິງການເບັດວັດຖຸສິ່ງຂອງໃຫ້ຊື່ ຫຼື ຄົດງໍຕາມໃຈທີ່ປາດຖະໜາ ຫຼື ຕາມອອກແບບ ໄວ້ ເຊັ່ນ: ດັດໄມ້ງໍໃຫ້ຊື່, ດັດຕົ້ນໄມ້ໃຫ້ງາມ, ດັດຜົມຊື່ໃຫ້ງໍ, ດັດເຫຼັກໃຫ້ຊື່, ດັດຕີນລົດ, ດັດຂົນຕາ. ສຸພະລາວກ່າວ ໄວ້ວ່າ .ໄມ້ອ່ອນດັດງ່າຍ ໄມ້ແກ່ດັດຍາກ. ນອກຈາກນີ້, “ດັດ” ຍັງໝາຍເຖິງການໄປ ປ່ຽນແປງຢ່າງໃດຢ່າງນຶ່ງໃຫ້ໄປຕາມຄວາມຕ້ອງການ, ຕາມຈຸດປະສົງ ຫຼື ໃຫ້ແຕກຕ່າງຈາກເດີມດ້ວຍການຕົບແຕ່ງ, ອົບຮົມ, ປັບປຸງ ອື່ນໆ.

ຊຶ່ງອາດເຮັດໃຫ້ດີຂຶ້ນ, ງາມຂຶ້ນ, ຄັກຂຶ້ນ ເຊັ່ນ: ດັດລົດຈັກ (ແຕ່ງລົດ), ດັດລົດໃຫຍ່ (ແຕ່ງລົດ), ດັດນິດໄສແມ່ນເຮັດໃຫ້ຄົນບໍ່ດີກາຍເປັນຄົນດີ ແລະ ປະພຶດຖືກຕ້ອງ, ດັດແປງ ແມ່ນແກ້ໄຂປ່ຽນແປງໃຫ້ສອດຄ່ອງເໝາະສົມ ຫຼື ປ່ຽນຈາກຮູບເດີມໂດຍແກ້ຈຸດເດີມບ່ອນໃດບ່ອນນຶ່ງ, ດັດ ສ້າງແມ່ນການອົບຮົມກໍ່ສ້າງສັ່ງສອນດ້ວຍຈຸດປະສົງ ເພື່ອດັດໃຫ້ເປັນຄົນດີ, ດັດສົມແມ່ນການປັບປຸງແກ້ ໄຂໃຫ້ດີຂຶ້ນກວ່າເກົ່າ, ດັດແກ້ກົດລະບຽບ, ດັດກົດໝາຍ. ແຕ່ຖ້າດັດຈະລິດແມ່ນແກ້ງເຮັດກິລິນາອາການ ຫຼື ຄໍາເວົ້າໃຫ້ເກີນຄວນບໍ່ເປັນດັ່ງເດີມ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າດັດ”.

“ດັດ” (1. ຄໍາກິລິຍາວິເສດ) ເບັດ, ທໍາໃຫ້ຊື່, ທໍາໃຫ້ເປັນຕາມໃຈມັກ.

ຕົວຢ່າງ:

  • ສາວງາມຄົນນັ້ນ. ໃນເມື່ອກ່ອນລາວຜົມຊື່ ແຕ່ໄປດັດໃຫ້ມັນງໍ ແລະ ມ້ວນຄືກັນກັບຊົງຜົມໃນໜັງເລື້ອງທີ່ກໍາລັງນິຍົມກັນ.
  • ຊ່າງເຮັດເຮືອນ ນໍາເອົາໄມ້ແປ້ນທີ່ເລື່ອຍມາດັດໃຫ້ຊື່ ແລະ ອົບໃຫ້ແຫ້ງໄວ້ ເພື່ອສະດວກໃນການ ໃຊ້ງານ.
  • ນັກໂທດຕ້ອງຄະດີຂີ້ລັກງັດແງະ ຖືກນໍາມາດັດສ້າງ ແລະ ຮຽນວິຊາຊີບ ເພື່ອໃຫ້ເປັນຄົນດີ ແລະ ມີວຽກເຮັດງານທໍາໃນສັງຄົມ.

ສະຫຼຸບ.

ຄໍາວ່າ “ດັດ” ແມ່ນການໃຊ້ແຮງ ເພື່ອເບັດວັດຖຸສິ່ງຂອງຢ່າງໃດຢ່າງນຶ່ງ ຈາກຄົດໃຫ້ຊື່ ຫຼື ຈາກຊື່ໃຫ້ຄົດ ຕາມທີ່ຕ້ອງການ ຫຼື ດັ່ງໃຈມັກ. “ດັດ” ຍັງແມ່ນການເຮັດໃຫ້ປ່ຽນແປງທາງດ້ານພຶດຕິກໍາ, ນິດໃສ, ຮູບຮ່າງ ຫຼື ປັບປຸງຢ່າງໃດນຶ່ງອື່ນໆ. ຊຶ່ງອາດເຮັດໃຫ້ດີຂຶ້ນ ຫຼື ເປັນຢ່າງອື່ນຕ່າງຈາກເດີມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo