ຄໍາວ່າ “ມ້າງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ມ້າງ” ມີຄວາມໝາຍແນວໃດ?

ຄໍາວ່າ “ມ້າງ” ໝາຍເຖິງການທະລາຍ, ແມ່ນການເຮັດໃຫ້ເພ ຫຼື ປ່ຽນແປງໄປຈາກສະພາຍເດີມ ເພື່ອ ວັດຖຸປະສົງຕ່າງໆ ຕາມຄວາມປາດຖະໜາຂອງຜູ້ມ້າງ ຫຼື ເຈົ້າຂອງ ເຊັ່ນ: ມ້າງຕະຫຼາດເພື່ອສ້າງໃໝ່, ມ້າງຫ້ອງການ ເພື່ອສ້ອມແປງໃໝ່, ມ້າງລົດເພື່ອແປງ, ມ້າງລະບົບການປົກຄອງ ເພາະບໍ່ສອດຄ່ອງ, ມ້າງເພລົດທະຫານສັດຕູ, ມ້າງວົງລ້ອມ ເປັນຕົ້ນ. ຄໍາວ່າ “ມ້າງ” ກົງກັນຂ້າມກັບ ຄໍາວ່າ “ສ້າງ, ສ້ອມແປງ, ປັບປຸງ”.

ນອກຈາກນີ້, “ມ້າງ” ຍັງໝາຍເຖິງການຮື້ອອກ ຊຶ່ງອາດເປັນການຮື້ສິ່ງຂອງ, ຮື້ວັດຖຸອຸປະກອນ ສິ່ງປະດິດ ຕ່າງໆ ຕືກອາຄານດ ສິ່ງກໍ່ສ້າງຕ່າງໆຂອງມະນຸດ ເພື່ອນໍາໄປປັບປຸງໃຫ້ດີຂຶ້ນ, ເພື່ອໄປແປງໃໝ່ໃຫ້ດີກວ່າເກົ່າ, ເພື່ອສ້າງທົດແທນໃໝ່ ເຊັ່ນ: ມ້າງອາຄານ 5 ຊັ້ນ, ມ້າງສາງເກົ່າຫຼາຍສິບປີ, ມ້າງເດີນບີນ ເພື່ອສ້າງໃໝ່ໃຫ້ທັນສະໄໝກວ່າເກົ່າ, ມ້າງຂົວຂ້າມນໍ້າ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າມ້າງ”.

“ມ້າງ” (1. ຄໍາກິລິຍາ) ເຮັດໃຫ້ເພ, ຮື້ອອກ.

 

ຕົວຢ່າງ:

  • ໃນສະໜາມຮົບ ທະຫານທີ່ຖືກລ້ອມ ໄດ້ພະຍາຍາມມ້າງວົງລ້ອມຂອງສັດຕູອອກໄປ ຢ່າງສຸດຄວາມສາມາດ.
  • ໝູ່ຂອງຂ້ອຍມ້າງເຮືອນເກົ່າ ເພື່ອປັບທີ່ດິນໃຫ້ໄດ້ມາດຕະຖານ ແລະ ກະກຽມສ້າງເຮືອນໃໝ່ ຕາມການອອກແບບ.

ສະຫຼຸບ.

ຄໍາວ່າ “ມ້າງ” ແມ່ນການທະລາຍສິ່ງຂອງ, ເຄື່ອງປະດິດ, ສິ່ງກໍ່ສ້າງ ແລະ ວັດຖຸອຸປະກອນຕ່າງໆ ຊຶ່ງເປັນການເຮັດໃຫ້ເພ ຫຼື  ມີສະພາບປ່ຽນແປງໄປຈາກທີ່ເປັນຢູ່. ຄໍາວ່າ “ມ້າງ” ກົງກັນຂ້າມກັບ ຄໍາວ່າ “ສ້າງ, ສ້ອມແປງ, ປັບປຸງ”. ນອກຈາກນີ້, “ມ້າງ” ຍັງໝາຍເຖິງການຮື້ອອກ ເພື່ອໃຫ້ສະອາດ, ເພື່ອສ້າງໃໝ່ ຫຼື ເພື່ອວັດຖຸປະສົງຢ່າງອື່ນຕາມຜູ້ມ້າງ ຫຼື ເຈົ້າຂອງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo