ຄໍາວ່າ “ມືດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ມືດ” ມີຄວາມໝາຍແນວໃດ?

ຄໍາວ່າ “ມືດ” ໝາຍເຖິງບໍ່ແຈ້ງ, ບໍ່ມີແສງສະຫວ່າງຈາກດວງຕາເວັນ, ດວງເດືອນ, ໄຟຟ້າ, ໄຟສາຍ ຫຼື ອຸປະ ກອນຕ່າງໆ ທີ່ມະນຸດສ້າງຂຶ້ນ ລວມທັງສັດເລືອງແສງໃນທໍາມະຊາດ ຫຼື ປະກົດການຕ່າງໆຂອງທໍາມະຊາດ ເຊັ່ນ: ຄືນທີ່ມືດມິດ, ຄໍ່າມືດຈືດຕາ, ມືດໝົດທີບ ເປັນຕົ້ນ. ຄໍາວ່າ “ມືດ” ກົງກັນຂ້າມກັບຄໍາວ່າ “ແຈ້ງ, ສະຫວ່າງ, ຮຸ່ງ”.

ນອກຈາກນີ້, “ມືດ” ຍັງໝາຍເຖິງຄວາມມືດມິດທາງດ້ານຄວາມຄິດຄວາມອ່ານ, ທາງຈິດໃຈ ຫຼື ສັດຈະທໍາ ດັ່ງ ແສງສະຫວ່າງທາງສາດສະໜາ, ແສງສະຫວ່າງທາງທໍາ ອື່ນໆ. “ມືດ” ຍັງນໍາໄປປະສົມກັບຄໍາອື່ນ ແລະ ໃຫ້ຄວາມໝາຍຫຼາກຫຼາຍ ດັ່ງ ມືດຄ່າ ແມ່ນເວລາຄໍ່າລົງພໍມືດຊຸ້ມ ຄໍ່າແດ່ບໍ່ຄໍ່າແດ່. ມືດຄື້ມ ແມ່ນມີແສງສະຫວ່າງນ້ອຍ ເພາະມີມ່ານເມກບັງ ຄ້າຍຝົນຈະຕົກ. ມືດຟ້າມົວດິນ ແມ່ນມີຈໍານວນຫຼວງຫຼາຍມະຫາສານ. ມືດມົນ ແມ່ນມືດຫຼາຍຈົນແນມບໍ່ເຫັນທາງໄປ (ມັກໃຊ້ຄູ່ກັບຄໍາອົນທະການ). ມືດໜ້າ ຫຼື ໜ້າມືດ ແມ່ນອາການວິນ ແລະ ວຽນຫົວ ເຫັນອັນໃດກໍມົວໄປໝົດ. ມືດອື້ຕື້ ແມ່ນມືດຫຼາຍຈົນແນມບໍ່ເຫັນແສງສະຫວ່າງເລີຍ. ມືດແປດດ້ານ ແມ່ນຄິດບໍ່ອອກ ຫຼື ໝົດປັນຍາບໍ່ຮູ້ວ່າຈະຫາທາງອອກແນວໃດ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າມືດ”.

“ມືດ” (1. ຄໍາກິລິຍາວິເສດ) ບໍ່ມີແສງສະຫວ່າງ, ແນມບໍ່ເຫັນ.

ຕົວຢ່າງ:

  • ໃນຄໍ່າຄືນອັນມືດມິດ ແລະ ໜາວເຂົ້າກະດູກ ໄດ້ຍີນພຽງແຕ່ສຽງແມງຈີ່ຮິດຮ້ອງຫາຄູ່ ແບບບໍ່ສົນໃຈກັບສິ່ງທີ່ເກີດຂຶ້ນອ້ອມຂ້າງ.
  • ມານແມ່ນການຖືກຄອບງໍາດ້ວຍກີ່ເລດຕັນຫາ ກົງກັນຂ້າມກັບພະ ຫຼື ຄົນທີ່ທໍາດີ ແລະ ເສຍສະ ລະ ເຂົ້າໃຈແຈ້ງກ່ຽວກັບສັດຈະທໍາ.

ສະຫຼຸບ.

ຄໍາວ່າ “ມືດ” ແມ່ນບໍ່ມີແສງສະຫວ່າງ ບໍ່ແຈ້ງ ບໍ່ຮຸ່ງເຮືອງ ຊຶ່ງອາດເກີດຈາກທໍາມະຊາດ ດັ່ງ ດວງຕາເວັນ, ດວງເດືອນ ຫຼື ສິ່ງທີ່ຄົນສ້າງຂຶ້ນ ດັ່ງ ໄຟຟ້າ ຫຼື ສິ່ງປະດິດຕ່າງໆ. ຄໍາວ່າ “ມືດ” ກົງກັນຂ້າມກັບຄໍາວ່າ “ແຈ້ງ, ສະຫວ່າງ, ຮຸ່ງ”. ນອກຈາກນີ້, “ມືດ” ແມ່ນໝາຍເຖິງບໍ່ເຫັນແຈ້ງທາງສັດຈະທໍາ ຫຼື ບໍ່ເຂົ້າໃຈແຈ້ງກັບຄວາມເປັນຈິງ ຖືກຄອບງໍາດ້ວຍຕັນຫາພາໂລ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo