ຄໍາວ່າ “ພິດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ພິດ” ມີຄວາມໝາຍແນວໃດ?

ຄໍາວ່າ “ພິດ” ຫຼື ສານພິດ ໝາຍເຖິງສິ່ງທີ່ເປັນອັນຕະລາຍຕໍ່ຮ່າງກາຍຂອງຄົນ, ສັດ ຫຼື ສິ່ງທີ່ມີຊີວິດຕ່າງໆ, ພິດແບ່ງ ຄວາມອັນຕະລາຍຮ້າຍແຮງແຕກຕ່າງກັນອອກໄປ ເລີ່ມແຕ່ເຮັດໃຫ້ຮ່າງກາຍຜິດປົກກະຕິລະດັບນ້ອຍຈົນເຖິງເສຍຊີວິດ (ເສຍຊີວິດແບບຊ້າຈົນເຖິງເສຍຊີວິດແບບໄວວາ) ຍ້ອນໄດ້ຮັບພິດແຕກຕ່າງກັນອອກໄປ ເຊັ່ນ: ພິດງູ, ພິດຂີ້ເຂັບ, ພິດໜາມໄມ້, ພິດວໍ້, ພິດສານເຄມີ (ມີຫຼາຍແນວ) ອື່ນໆ. ຄໍາວ່າ “ພິດ” ກົງກັນຂ້າມກັບ ຄໍາວ່າ “ຢາ”.

ນອກຈາກນີ້, “ພິດ” ໝາຍເຖິງພຶດຕິກໍາ, ການກະທໍາ ຫຼື ສິ່ງທີ່ສົ່ງຜົນຕໍ່ຈິດໃຈຂອງຄົນ ແລະ ສັດ ເຮັດໃຫ້ ໂສກເສົ້າເສຍໃຈນໍາໄປສູຜົນກະທົບທາງບໍ່ດີຕໍ່ຮ່າງກາຍ ເຊັ່ນ ຜິດຫວັງ, ບໍ່ສົມຫວັງ, ອົກຮັກ, ບໍ່ໄດ້ຕາມປາດຖະໜາ ເປັນຕົ້ນ. ແຕ່ຖ້າພິດສະຫວາດ ແມ່ນຄວາມຮັກໄຄ່ສະເໜຫາ ຫຼື ຮັກດ້ວຍໃຈ, ພິດສະຫວົງ ແມ່ນແປກໃຈ ປະຫຼາດໃຈ ຫຼື ສົງໃສ, ພິດສະໄໝ ແມ່ນຄວາມຮັກຄວາມປື້ມໃຈ ຫຼື ຄວາມຊື່ນຊົມ. ພິດສຸລາເລື້ອລັງ ແມ່ນປະສາດເຊື່ອມ ເພາະດື່ມເຫຼົ້າຫຼາຍເປັນເວລານານ. ພິດມາວໍ້ ແມ່ນເຊື້ອໂລກຕິດຕໍ່ຈາກນໍ້າລາຍ ຫຼື ແມວ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າພິດ”.

“ພິດ” (1. ຄໍານາມ) ສິ່ງທີ່ເປັນອັນຕະລາຍ ຫຼື ໃຫ້ຄວາມເຈັບໄຂ້ໄດ້ພະຍາດແກ່ຮ່າງກາຍ ແລະ ຈິດໃ, ຂອງຮ້າຍ, ສິ່ງທີ່ເປັນໄພອັນຕະລາຍ..

ຕົວຢ່າງ:

  • ໂຮງໝໍສາມາດເຮັດໃຫ້ຄົນທີ່ຖືກພິດງູເຫົ່າ ປອດໄພໄດ້ ເພາະມີການປະຖົມພະຍາບານ ແລະ ປີ່ນປົວທີ່ວ່ອງໄວ.
  • ພິດຮັກ ເຮັດໃຫ້ສາວທີ່ອົກຮັກ ແລະ ຖືກຫຼອກໃຫ້ຫຼົງເຊື່ອຢ່າງຕາຍໃຈວ່າຜູ້ບ່າວຈະແຕ່ງງານນໍາ ໂສກເສົ້າບໍ່ເປັນອັນກິນອັນນອນ.

ສະຫຼຸບ.

ຄໍາວ່າ “ພິດ”, ສານພິດ ແມ່ນແນວທີ່ເຮັດໃຫ້ຮ່າງກາຍຂອງຄົນ, ສັດ ຫຼື ສິ່ງທີ່ມີຊີວິດຕ່າງໆ ມີບັນຫາ ແລະ ບໍ່ປົກກະຕິ ຈາກເຈັບນ້ອຍໆ ຈົນເຖິງເຈັບສາຫັດ ຫຼື ເສຍຊີວິດໄດ້. ຄໍາວ່າ “ພິດ” ກົງກັນຂ້າມກັບ ຄໍາວ່າ “ຢາ”. ນອກຈາກນີ້, “ພິດ” ຍັງແມ່ນການກະທໍາທີ່ສົ່ງຜົນຕໍ່ຈິດໃຈຂອງຄົນ ແລະ ສັດ ເຮັດໃຫ້ ໂສກເສົ້າເສຍໃຈ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo