ຄໍາວ່າ “ຊີ້ນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game ຊີ້ນ

DooDiDo

ອະທິບາຍ ຄໍາວ່າ “ຊີ້ນ” ມີຄວາມໝາຍແນວໃດ?

ຄໍາວ່າ “ຊີ້ນ” ໝາຍເຖິງເນື້ອຂອງຄົນ ຫຼື ສັດ, ຊີ້ນຂອງສັດຫຼາຍຊະນິດ ຄົນເຮົາສາມາດບໍລິໂພກໄດ້ ເຊັ່ນ: ຊີ້ນງົວ, ຊີ້ນຄວາຍ, ຊີ້ນກວາງ, ຊີ້ນຟານ, ຊີ້ນໄກ່ (ມີຫຼາຍແນວ), ຊີ້ນນົກ  (ມີຫຼາຍແນວ), ຊີ້ນເປັດ  (ມີຫຼາຍແນວ), ຊີ້ນປາ, ຊີ້ນປູ ແລະ ອື່ນໆ. ຊີ້ນມີຫຼາຍແນວຖືກເອີ້ນໄປຕາມລັກສະນະ ແລະ ຈຸດທີ່ຢູ່ຂອງມັນ ດັ່ງ ຊີ້ນສາມຊັ້ນ, ຊີ້ນສົດ, ກ້ອນຊີ້ນ, ກ້າມຊີ້ນ, ຊີ້ນຕິດດູກ, ຊີ້ນຕິດເອັນ, ຊີ້ນຕິດໜັງ ອື່ນໆ. “ຊີ້ນ” ມີສານອາຫານທີ່ຮ່າງກາຍຂອງຄົນ ແລະ ສັດຫຼາຍຈໍາພວກຕ້ອງການ.

ນອກຈາກນີ້, “ຊີ້ນ” ທີ່ໄດ້ກ່າວມາຂ້າງເທິງຍັງສາມາດນໍາໄປແປຮູບ ແລະ ເຮັດອາຫານໄດ້ຫຼາຍລາຍການ, ຫຼາຍແນວ ເຖິງວ່າຈະເປັນຊີ້ນໂຕຫຍັງກະຕາມສາມາດເອີ້ນໄດ້ຕາມລາຍການອາຫານນັ້ນເລີຍ ເຊັ່ນ: ຊີ້ນແຫ້ງ, ຊີ້ນຢ້າງ, ເອາະຊີ້ນ, ແກງຊີ້ນ, ລາບຊີ້ນ ເປັນຕົ້ນ. ຊີ້ນຍັງເປັນອາຫານສັດຫຼາຍຊະນິດທີ່ເປັນສັດກິນຊີ້ນ, ກິນຊາກ, ສັດກິນຊີ້ນ ແລະ ພືດ ເຊັ່ນ: ໂຕເສືອ, ໂຕແມວ, ໂຕໝາ, ໂຕແຮ້ງ, ໂຕກາ, ນົກຍາງ, ນົກເຈົ່າ, ໜູ ແລະ ອື່ນໆ.

SA Game ຊີ້ນ
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ  “ຊີ້ນ”.

“ຊີ້ນ” (1. ຄໍານາມ) ເນື້ອຂອງຄົນ ແລະ ສັດ.

ຕົວຢ່າງ:

  • ໃນແຕ່ລະມື້, ແມ່ຄ້າຂາຍຊີ້ນງົວຢູ່ຕະຫຼາດລາວ ສາມາດຂາຍຊີ້ນໄດ້ຫຼາຍສິບກິໂລ ແລະ ມີກໍາໄລ ເປັນກອບເປັນກໍາ.
  • ໃນທະວີບອາຟາລິກາ ເສືອລ່າກວາງເປັນໆ ເພື່ອກິນຊີ້ນ. ນອກຈາກກກເສືອແລ້ວຍັງມີສິງ, ອະຮີຍາ, ແຂ້ ແລະ ຫຼາຍແນວທີ່ກິນຊີ້ນ.
  • ຊາວຍີ່ປຸ່ນ ມັກບໍລິໂພກຊີ້ນປາດີບເປັນອາຫານ ເພາະມີທະເລອ້ອມປະເທດ ເຮັດໃຫ້ສະດວກໃນການຈັບປາຈັບປູ.

ສະຫຼຸບ.

ຄໍາວ່າ “ຊີ້ນ” ແມ່ນເນື້ອຂອງຄົນ ຫຼື ສັດ ທີ່ມີຢູ່ໃນຮ່າງກາຍ. “ຊີ້ນ” ມີສານອາຫານທີ່ຄົນຕ້ອງການ, ດັ່ງນັ້ນ ຄົນຈິ່ງນໍາຊີ້ນມາກິນດ້ວຍການແປຮູບເຮັດເປັນລາຍການອາຫານແຕກຕ່າງກັນອອກໄປ ມີທັງຊີ້ນສົດ, ຊີ້ນປົກຜັກ, ຮູບແບບແຫ້ງ (ຊີ້ນຢ້າງ, ຊີ້ນສະຫວັນ ອື່ນໆ), ຮູບແບບມີນໍ້າ (ແກງ, ເອາະ) ແລະ ຮູບແບບອື່ນໆ. ຊີ້ນສັດມີທັງປະເພດຢູ່ບົກ, ຢູ່ນໍ້າແຕກຕ່າງກັນອອກໄປ. ນອກຈາກ ຄົນກິນຊີ້ນແລ້ວ ຍັງມີ ສັດຫຼາຍຊະນິດກໍກິນຊີ້ນຄືກັນ ບາງແນວລ່າສັດອື່ນກິນທັງເປັນ, ບາງແນວກິນຊາກ. ນອກຈາກນີ້ ຍັງມີສັດຫຼາຍແນວທີ່ກິນທັງພືດກິນທັງຊີ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ