ຄໍາວ່າ “ພຸກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ພຸກ” ມີຄວາມໝາຍແນວໃດ?

ຄໍາວ່າ “ພຸກ” ໝາຍເຖິງໜູຊະນິດນຶ່ງ ເອີ້ນ ໜູພຸກ, ມີຮູບຮ່າງລັກສະນະຄ້າຍຄືໜູທົ່ວໄປ ແຕ່ມີຮູບຮ່າງ ໃຫຍ່ກວ່າ ບາງໂຕຍາວນອດ 28 ຊັ່ງຕີແມັດ ຫຼື ຍາວກວ່າ ແລະ ໜັກເຖິງ 1 ກິໂລກະລາມ ຫຼື ໜັກກວ່າ ກໍມີ. ໜູພຸກ ມີຂົນສີນໍ້າຕານແດງ ຫຼື ສີນໍ້າຕານດໍາ ໂດຍລວມມີ 3 ປະເພດ ແຕ່ພົບເຫັນຫຼາຍຂົງເຂດປະ ເທດ ລາວ, ປະເທດໄທ, ກໍາປູເຈຍ ແມ່ນ 2 ປະເພດ. ຊຶ່ງມັກອາໃສຢູ່ໃນຮູ ກິນເຂົ້າ ແລະ ພືດເປັນຫຼັກ ນອກນັ້ນຍັງກິນສັດຢ່າງອື່ນຕາມໄຮ່ນາ ເປັນຕົ້ນ ປູນາ, ຫອຍປາກກວ້າງ ແລະ ອື່ນໆ ອີກຈໍານວນນຶ່ງ. ໜູພຸກ ຍັງຖືກນໍາມາບໍລິໂພກ ແລະ ມີການລ້ຽງ ໃນບາງທ້ອງຖີ່ນອີກດ້ວຍ.

ນອກຈາກນີ້, “ພຸກ” ຍັງໝາຍເຖິງໝາກພຸກ ຊຶ່ງເປັນໝາກກ້ຽງໃຫຍ່ ຫຼື ໝາກສົ້ມໂອ ນັ້ນເອງ. ການເອີ້ນ ໝາກພຸກແມ່ນແຕກຕ່າງກັນໄປຕາມແຕ່ລະພາກ ແລະ ເຜົ່າ ໃນລາວ. ສ່ວນໃຫຍ່ແມ່ນປະຊາຊົນຢູ່ແຂວງພາກເໜືອ ໂດຍສະເພາະແມ່ນໄຕດໍາ, ໄຕແດງ, ໄຕາຂາວ (ໄຕດ່ອນ) ເປັນຕົ້ນ, ພາກເໜືອບາງເຂດກໍ່ເອີ້ນ ໝາກໂອ, ໝາກສົ້ມໂອ ເປັນຕົ້ນ ລື້, ຍວນ (ເຂດອານາຈັກລ້ານນາເກົ່າ ກໍເອີ້ນເຊັ່ນກັນ) ສ່ວນຢູ່ພາກກາງ ແລະ ພາກໃຕ້ລາວມັກນິຍົມກັນເອີ້ນ ໝາກກ້ຽງໃຫຍ່. ໝາກພຸກ ມີແນວສົ້ມ ແລະ ຫວານ, ມີສີຂາວ, ສີແດງອ່ອນ, ສີບົວ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າພຸກ”.

“ພຸກ” (1. ຄໍານາມ) ຊື່ໜູແນວນຶ່ງຕົວໃຫຍ່ ແລະ ສັ້ນ ຂົນບໍ່ຍາວ ເອີ້ນ ໜູພຸກ. ຊື່ໝາກກ້ຽງໃຫຍ່ ມີທັງຊະນິດສົ້ມ ແລະ ຫວານ ເອີ້ນ ໝາກພຸກ.

ຕົວຢ່າງ:

  • ປີ້ງໜູພຸກຫຼາຍຄົນລາວ ແລະ ໄທເຂດອີສານ ມັກກິນ ແລະ ວ່າແຊບຫຼາຍ. ແຕ່ກໍມີຄົນຈໍານວນນຶ່ງ ບໍ່ບໍລິໂພກ ເພາະຢ້ານ.
  • ໃນລໍ້ກະດິງທີ່ຂາຍໝາກໄມ້ຢູ່ແຄມທາງງງງງ ມີໝາກພຸກ, ໝາກສີດາ, ໝາກມ່ວງ, ໝາກກະທັນ ແລະ ອື່ນໆ.

ສະຫຼຸບ.

ຄໍາວ່າ “ພຸກ” ແມ່ນໜູຊະນິດນຶ່ງ ເອີ້ນ ໜູພຸກ ໃຫຍ່ກວ່າໜູນາທົ່່ວໄປ ມັກອາໃສຢູ່ໃນຮູກິນເຂົ້າ, ພືດເປັນຫຼັກ ແລະ ກິນປູນາ, ຫອຍ ແລະ ສັດນ້ອຍອື່ນໆອີກຈໍານວນນຶ່ງ. ໜູພຸກ ຍັງຖືກນໍາມາບໍລິໂພກ ແລະ ລ້ຽງໃນບາງຂົງເຂດ. ນອກຈາກນີ້, “ພຸກ” ແມ່ນໝາກພຸກ ຫຼື ໝາກກ້ຽງໃຫຍ່ ຫຼື ໝາກສົ້ມໂອ (ໝາກໂອ ກໍວ່າ) ຂຶ້ນກັບແຕ່ລະເຂດ, ແຕ່ລະພື້ນທີ່ ຫຼື ເຜົ່າ. ໝາກພຸກມີແນວສົ້ມ ແລະ ຫວານ ກິນແຊບ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo