ຄໍາວ່າ “ພີ່ນ້ອງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ພີ່ນ້ອງ” ມີຄວາມໝາຍແນວໃດ?

ຄໍາວ່າ “ພີ່ນ້ອງ” ໝາຍເຖິງອ້າຍເອື້ອຍນ້ອງຮ່ວມອຸທອນ ຫຼື ເກີດຈາກພໍ່ດຽວກັນ, “ພີ່ນ້ອງ” ແມ່ນມາຈາກຄໍາສອງຄໍາ ຄື “ພີ່” ແລະ “ນ້ອງ”, “ພີ່” ໝາຍເຖິງອ້າຍ ຫຼື ເອື້ອຍ ຊຶ່ງເກີດກ່ອນ ຫຼື ເປັນຄົນທີ່ອາຍຸໃຫຍ່ກວ່າ, ຫຼາຍກວ່າ ດັ່ງ ພີ່ອ້າຍ, ພີ່ເອື້ອຍ (ຖ້າເປັນ ລື້ ແລະ ຍວນ ອອກສຽງເປັນ ປີ), “ນ້ອງ” ໝາຍເຖິງ ນ້ອງຊາຍ, ນ້ອງສາວ ຫຼື ນ້ອງຍິງ ຊຶ່ງເປັນຄົນທີ່ເກີດຕາມຫຼັງ ຫຼື ອາຍຸນ້ອຍກວ່າ. ແຕ່ຖ້າພີ່ນ້ອງຮ່ວມສາບານແມ່ນບຸກຄົນທີ່ຮັກແພງກັນຫຼາຍ ສາມາດຊ່ວຍເຫຼືອກັນໄດ້ທຸກຢ່າງ (ບາງກໍລະນີສາມາດຕາຍແທນກັນໄດ້) ແຕ່ບໍ່ມີສ່ວນກ່ຽວຂ້ອງທາງສາຍເລືອດ.

ນອກຈາກນີ້, “ພີ່ນ້ອງ” ຍັງໝາຍເຖິງຄົນເຊື້ອສາຍດຽວກັນ ຫຼື ວົງຄະນະຍາດດຽວກັນ ເຊັ່ນ: ພີ່ນ້ອງຮ່ວມ ອຸທອນ, ພີ່ນ້ອງນາມສະກຸນດຽວກັນ, ພີ່ນ້ອງທາງສາຍເລືອດ ເປັນຕົ້ນ. ຍ້ອນຄໍາວ່າ “ພີ່ນ້ອງ” ສະແດງເຖິງຄວາມຮັກ ແລະ ໃກ້ຊິດຕິດແທດກັນ ເຖິງຈະບໍ່ມີສາຍເລືອດ ຫຼື ເຊື້ອຊາດດຽວກັນ ດັ່ງນັ້ນຈິ່ງຖືກນໍາມາເອີ້ນ ໃນບຸກຄົນທົ່ວໄປທີ່ຮັກແພງກັນ ຫຼື ລະດັບປະເທດ ເຊັ່ນ: ພີ່ນ້ອງບ້ານດຽວກັນ, ພີ່ນ້ອງປະເທດດຽວກັນ, ພີ່ນ້ອງເຜົ່າດຽວກັນ, ລາວ-ຫວຽດ ເປັນພີ່ນ້ອງກັນມີອຸດົມການອັນດຽວກັນ ຊ່ວຍເຫຼືອກັນໃນຍາທຸກຍາກຕ້ານການຮຸກຮານຂອງຈັກກະພັດລ່າເມືອງຂຶ້ນ, ລາວ-ໄທ ເປັນພີ່ນອ້ງ ເຄືອຍາດກັນທາງສາຍ ເລືອດແຕ່ຍ້ອນການເມືອງ ຫຼື ອຸດົມການແຕກຕ່າງກັນຈິ່ງເຮັດໃຫ້ແຕກຕ່າງ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າພີ່ນ້ອງ”.

“ພີ່ນ້ອງ” (1. ຄໍານາມ) ຜູ້ເກີດຮ່ວມພໍ່ແມ່ດຽວກັນ. ຄົນເຊື້ອສາຍດຽວກັນ.

ຕົວຢ່າງ:

  • ຂ້າພະເຈົ້າ ມີພີ່ນ້ອງຮ່ວມອຸທອນທັງໝົດ 6 ຄົນ, ມີ ພີ່ເອື້ອຍເປັນຜູ້ກົກ ພີ່ອ້າຍຜູ້ຮອງ ແລະ ຂ້າພະເຈົ້າເປັນຄົນກາງ. ພ້ອມນັ້ນຍັງມີນ້ອງຊາຍອີກ 2 ຄົນ ແລະ ນ້ອງສາວຫຼ້າ ເປັນຄົນ ສຸດທ້າຍ.
  • ພີ່ນ້ອງປະເທດອາຊຽນຂອງລາວມີທັງໝົດ 9 ປະເທດ, ໝາຍວ່າປະເທດອາຊຽນມີທັງໝົດ 10 ປະເທດ.

ສະຫຼຸບ.

ຄໍາວ່າ “ພີ່ນ້ອງ” ແມ່ນຄົນເກີດຈາກພໍ່ດຽວກັນ, “ພີ່” ແມ່ນອ້າຍ ຫຼື ເອື້ອຍ ຊຶ່ງເປັນຄົນທີ່ໃຫຍ່ກວ່າ ດັ່ງ ພີ່ອ້າຍ, ພີ່ເອື້ອຍ. “ນ້ອງ” ແມ່ນຄົນທີ່ເກີດຕາມຫຼັງ ຫຼື ນ້ອຍກວ່າ ດັ່ງ ນ້ອງຊາຍ, ນ້ອຍສາວ, ນ້ອງຍິງ. ນອກຈາກນີ້, “ພີ່ນ້ອງ” ແມ່ນຄົນວົງຄະນະຍາດດຽວກັນ, ສາຍເລືອດດຽວກັນ, ເຊື້ອຊາດດຽວກັນ. “ພີ່ນ້ອງ” ຍັງໃຊ້ກັບບຸກຄົນທີ່ຮັກແພງກັນ ແລະ ໃກ້ຊິດຕິດແທດກັນ ເຖິງຈະບໍ່ມີສາຍເລືອດ ຫຼື ເຊື້ອຊາດດຽວກັນ ກໍຕາມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo