ຄໍາວ່າ “ພິລົມ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ພິລົມ” ມີຄວາມໝາຍແນວໃດ?

ຄໍາວ່າ “ພິລົມ” ແມ່ນການສະແດງເຖິງຄວາມດີອົກດີໃຈ, ມ່ວນຊື່ນລື່ນເລິງ ຫຼື ຍິນດີຢ່າງຍິ່ງ ຂອງຄົນເຮົາ ຊຶ່ງເປັນພຶດຕິກໍາ ຫຼື ອາລົມທີ່ເກີດຂຶ້ນເມື່ອມີຄວາມພໍໃຈຕໍ່ສິ່ງໃດສິ່ງນຶ່ງ ຫຼື ເກີດຂຶ້ນດ້ວຍເຫດຕ່າງໆ ເຮັດໃຫ້ມີຄວາມສໍາລານບານໃຈ ເຊັ່ນ: ໄດ້ຮັບຂ່າວດີ, ໄດ້ຟັງເພງມ່ວນໆ, ໄດ້ຊົມແນວງາມໆ, ໄດ້ກິນແນວແຊບໆ, ໄດ້ສໍາພັດແນວອ່ອນນຸ້ມ ຫຼື ຢ່າງອື່ນໆ ເຮັດໃຫ້ເກີດຮອຍຍີ້ມແຍ້ມແຈ່ມໃສ. ຄໍາວ່າ “ພິລົມ” ກົງ ກັນຂ້າມກັບ ຄໍາວ່າ “ງຸດງິດ, ອາລົມບໍ່ດີ”.

“ພິລົມ” ເປັນຄໍານຶ່ງທີ່ຄົນສະໄໝກ່ອນມັກໃຊ້ ປະກົດໃຫ້ເຫັນໃນບົດກາບກອນ, ເນື້ອເພງ ທີ່ນັກແຕ່ງໄດ້ໃສ່ລົງໄປ ຊຶ່ງສ່ວນໃຫຍ່ມີເນື້ອຫາຮ້ອງສຽດສີ, ຢອກໄຍ ຫຼື ຢອກລໍ້ກັນລະຫວ່າງຄວາມຮັກຂອງຄູ່ບ່າວສາວ ເປັນຕົ້ນ “ຫາກໄດ້ສູ່ສົມພິລົມກັບນ້ອງ” ໝາຍເຖິງໄດ້ມີຄວາມສໍາພັນພິເສດ ຕາມຄວາມຮັກຄວາມປາດຖະໜາ. ແຕ່ປະຈຸບັນແມ່ນບໍ່ຄ່ອຍໄດ້ນໍາໃຊ້ເທົ່າທີ່ຄວນ ແຕ່ກໍຍັງເຫັນໄດ້ຢູ່ເລັກນ້ອຍ ດັ່ງ ໃຊ້ຕັ້ງຊື່ຄົນ (ທ້າວ ພິລົມ, ນາງ ພິລົມ ເປັນຕົ້ນ).

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າພິລົມ”.

“ພິລົມ” (1. ຄໍາກິລິຍາ) ລື່ນເລີງ, ມ່ວນຊື່ນຫຼາຍ, ດີໃຈຫຼາຍ, ຍິນດີຢ່າງຍິ່ງ.

ຕົວຢ່າງ:

  • ຜູ້ບ່າວຢອກຜູ້ສາວດ້ວຍການເວົ້າກອນອອກມາວ່າ “ອັນວ່າອ້າຍນີ້ ສຸດແສນຈະດີໃຈ ຫາກໄດ້ພິລົມກັບນ້ອງ ສົມໃຈປາດຖະໜາ ນັ້ນແລ້ວ”.
  • ທ້າວ ພິລົມ ເປັນຄົນມັກຫຼີ້ນກິຕ້າ ແລະ ຮ້ອງເພງ ໂດຍສະເພາະແມ່ນທ້າຍອາທິດ ຄື ວັນສຸກ ວັນເສົາ.

ສະຫຼຸບ.

ຄໍາວ່າ “ພິລົມ” ແມ່ນການສະແດງອາລົມຈິດທີ່ດີອົກດີໃຈ, ອາລົມມ່ວນຊື່ນລື່ນເລິງ, ອາລົມຍີນດີ ເພາະໄດ້ຕາມຄວາມມຸ້ງມາດປາດຖະໜາ ຫຼື ໄດ້ດັ່ງໃຈຄິດ. ຄໍາວ່າ “ພິລົມ” ກົງກັນຂ້າມກັບຄໍາວ່າ “ງຸດງິດ, ອາລົມບໍ່ດີ”. “ພິລົມ” ນິຍົມກັນໃຊ້ໃນເມື່ອກ່ອນ ໂດຍສະເພາະໃນບົດກາບກອນ, ເນື້ອເພງຕ່າງໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo