ຄໍາວ່າ “ພັດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ພັດ” ມີຄວາມໝາຍແນວໃດ?

ຄໍາວ່າ “ພັດ” ໝາຍເຖິງການພາກຈາກໄປ ຫຼື ແຍກອອກຈາກກັນໄປຄົນລະບ່ອນ ຈາກທີ່ເຄີຍຢູ່ນໍາກັນ ຫຼື ເປັນການຈາກສະຖານທີ່ທີ່ເຄີຍຢູ່ໄປຢູ່ບ່ອນອື່ນ ເຊັ່ນ: ພັດພາກຈາກຄອບຄົວ, ພັດພາກຈາກຄົນຮັກ, ພັກ ພາກຈາກໝູ່ຄູ່, ພັດພາກຈາກບ້ານເກີດເມືອງນອນ ຫຼື ພັດຖິ່ນ. ພັດ ກົງກັນຂ້າມກັບມາພໍ້ກັນ, ມາຫາກັນ ຫຼື ຢູ່ຮ່ວມກັນ. “ພັດ” ຍັງແມ່ນການຫຼົງກັນ ຫຼື ຫຼົງໄປທາງອື່ນຈາກທີ່ເຄີຍອາໃສຢູ່ນໍາກັນ ດັ່ງ ຄວາຍພັດ ຈາກຝຸງ, ເດັກນ້ອຍພັດຈາກພໍ່ແມ່ ເປັນຕົ້ນ.

ນອກຈາກນີ້, “ພັດ” ຍັງໝາຍເຖິງການຖືກເປົ່າ ຫຼື ວີ ຈາກລົມ ເອີ້ນ ລົມພັດ ເກີດຈາກການໝູນວຽນຂອງ ອາກາດ ຊຶ່ງເກີດຈາກທໍາມະຊາດ ຫຼື ເກີດຈາກອຸປະກອນຕ່າງໆ ເຊັ່ນ ພັດລົມ, ເຄື່ອງດູດອາກາດ, ໃບ ພັດເຄື່ອງບິນ ອື່ນໆ. “ພັດ” ຍັງໝາຍເຖິງການພັດໄຫຼໄປຕາມກະແສນໍ້າ ຫຼື ນໍ້າພັດໄຫຼໄປ. ຊຶ່ງເກີດຈາກ ການພັດຂອງນໍ້າທໍາມະຊາດ ຫຼື ເກີດຈາກໃບພັດ, ກົງພັດຂອງເຮືອ ຫຼື ອຸປະກອນຢ່າງອື່ນ ອີກດ້ວຍ. ແຕ່ຖ້າ“ພັດງົວ” ແມ່ນການເໜັງເຊືອກ ເພື່ອບັງຄັບທິດທາງໃຫ້ສັດລ້ຽງ ດັ່ງ ງົວ, ຄວາຍໄປ ໂດຍບໍ່ຕ້ອງ ລາກດຶງ ຫຼື ຈຸງໄປ. “ພັດ” ຍັງໝາຍເຖິງເປັນຄູ້ (ລ້ຽງພັດກັນ). ອີກຄວາມໝາຍນຶ່ງ “ພັດ” ຍັງແມ່ນເຂົ້າ ອີກດ້ວຍ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າພັດ”.

“ພັດ” (1. ຄໍານາມ). ເຂົ້າ. (2. ຄໍາກິລິຍາ) ພາກ, ຈາກໄປ, ຫຼົງກັນ, ເປົ່າ, ວີ (ລົມພັດໄມ້) ເໜັງເຊືອກ ໃຫ້ງົວຄວາຍໄປ ໂດຍບໍ່ຕ້ອງດຶງ ຫຼື ຈຸງ (ພັດງົວ). (3. ຄໍາກິລິຍາວິເສດ) ເປັນຄູ້ (ລ້ຽງພັດກັນ).

ຕົວຢ່າງ:

  • ໃນສະໄໝກ່ອນ, ຄົນລາວຈໍານວນຫຼວງຫຼາຍຕ້ອງພັດພາກຈາກບ້ານເກີດເມືອງນອນ ເພາະເກີດ ສົງຄາມ.
  • ຄວາຍນ້ອຍຂ້າມນໍ້າ ແລະ ຖືກນໍ້າພັດໄຫຼ ພັດຈາກຝຸງໄປຫຼາຍມື້ ຈິ່ງສາມາດກັບມາຫາຝຸງໄດ້.
  • ວານນີ້ຟ້າຝົນລົມແຮງຫຼາຍ ພັດເອົາຫຼັງຄາເຮືອນຫຼາຍຫຼັງ ອອກໄປ ເຮັດໃຫ້ເກີດຄວາມເສຍຫາຍ ໃນວົງກວ້າງ.

ສະຫຼຸບ.

ຄໍາວ່າ “ພັດ” ແມ່ນການພາກຈາກກັນ ຊຶ່ງເປັນການແຍກກັນໄປຄົນລະສະຖານທີ່. “ພັດ” ຍັງແມ່ນການຫຼົງອອກຈາກກັນ ເຮັດໃຫ້ໄປຄົນລະທາງ. ນອກຈາກນີ້, “ພັດ” ຍັງແມ່ນການເປົ່າ ຫຼື ວີ ດ້ວຍລົມ ຊຶ່ງເກີດ ຈາກການຖ່າຍເທຂອງອາກາດ ຕາມທໍາມະຊາດ ຫຼື ເກີດຈາກອຸປະກອນທີຄົນປະດິດຂຶ້ນ. “ພັດ” ແມ່ນ ເຖິງກະແສນໍ້າພັດໄຫຼໄປ ຫຼື ຖືກກະແສນໍ້າພັດໄຫຼ. ຊຶ່ງເກີດຈາກນໍ້າໄຫຼທໍາມະຊາດ ຫຼື ໃບພັດນໍ້າ, ກົງຫັນ ນໍ້າ ຫຼື ຢ່າງອື່ນ. “ພັດ” ຍັງແມ່ນເຂົ້າອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo