ຄໍາວ່າ “ປຸກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ປຸກ” ມີຄວາມໝາຍແນວໃດ?

ຄໍາວ່າ “ປຸກ” ແມ່ນການເຮັດໃຫ້ຄົນ ຫຼື ສັດທີ່ຫຼັບ ຫຼື ນອນຫຼັບຢູ່ໃຫ້ຕື່ນ ຫຼື ຮູ້ເມື່ອຮູ້ຄິງ ເອີ້ນປຸກນອນ, ປຸກຕື່ນ ດ້ວຍວິທີການຕ່າງໆເປັນຕົ້ນ ເອີ້ນປຸກໃຫ້ຕື່ນ, ປຸກດ້ວຍໂມງປຸກ. “ປຸກ” ຍັງແມ່ນການເຮັດໃຫ້ ມີສະຕິ, ມີກໍາລັງໃຈ, ຫຶກເຫີມ, ມີຄວາມຫວັງ ເຊັ່ນ: ປຸກກຳລັງໃຈ, ປຸກຄວາມຮູ້ສຶກ, ປຸກປະສາດ, ປຸກ ລະດົມຂົນຂວາຍ. ນອກນັ້ນ, ຍັງມີປຸກປັ່ນ ໝາຍເຖິງສ້າງຄວາມວຸ້ນວາຍ, ປຸກຜີໝາຍເຖິງປຸກດວງວິນ ຍານ ຫຼື ຄົນທີ່ຕາຍໄປແລ້ວ, ປຸກເສກ ແມ່ນການລົງຄາຖາອາຄົມໃສ່ສິ່ງໃດນຶ່ງ.

ເຮັດໃຫ້ລູກຂຶ້ນ ດັ່ງ ປຸກເຮືອນ.

ນອກຈາກນີ້, “ປຸກ” ຍັງໝາຍເຖິງຍັງແມ່ນການສ້າງ ຫຼື ຕັ້ງສິ່ງຂອງຂຶ້ນ ເຮົາເອີ້ນວ່າ ສິ່ງປຸກສ້າງ ເຊັ່ນ: ເສົາ ເອີ້ນ ປຸກເສົາ, ເຮືອນ ເອີ້ນ ປຸກເຮືອນ, ປຸກເຮືອນຊານບ້ານຊ່ອງ ຫຼື ປຸກຢ້າວປຸກເຮືອນ, ປຸກເຮືອນ ຫໍ ກໍວ່າ, ຕູບ ເອີ້ນ ປຸກ ຕູບ, ຮ້ານ ເອີ້ນ ປຸກຮ້ານ, ອາຄານ ເອີ້ນ ປຸກອາຄານ, ຕຶກ ເອີ້ນ ປຸກຕຶກ ອື່ນໆ. “ປຸກ” ກົງກັນຂ້າມກັບມ້າງ ຫຼື ທໍາລາຍ. ອີກຄວາມໝາຍນຶ່ງ “ປຸກ” ຍັງໝາຍເຖິງເມົາ ຫຼື ແກ່ ຊຶ່ງ ໃຊ້ເອີ້ນ ກີ່ນ, ລົດຊາດ ເຊັ່ນ: ນໍ້າຫອມກິ່ນປຸກ, ຢາສູບປຸກ, ນໍ້າແກງທັງເຜັດທັງປຸກ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າປຸກ”.

“ປຸກ” (1. ຄໍາກິລິຍາ) ເຮັດໃຫ້ຕື່ນຈາກການຫຼັບ, ເຮັດໃຫ້ລູກຂຶ້ນ ດັ່ງ ປຸກເຮືອນ. ເມົາ, ແກ່ (ດັ່ງ ຢາປຸກ).

ຕົວຢ່າງ:

  • ໃນຄະນະຂັບລົດໂຊເຟີຫຼັບໃນ ແລະ ມີຜູ້ໂດຍສານເອີ້ນປຸກລາວຢ່າງແຮງວ່າ “ຕື່ນ! ຕື່ນ!”.
  • ເສດຖີປຸກຄະລືຫາດຫຼັງໃຫຍ່ ແລະ ສວຍງາມ ປະດັບປະດາດ້ວຍວັດສະດຸທີ່ທັນສະໄໝ ແລະ ມີ ລາຄາແພງ.
  • ຊາຍສີດນໍ້າຫອມກີ່ນປຸກຫຼາຍ ຍ່າງກາຍໃຜໆ ກໍແນມເບີ່ງ, ຫຼາຍຄົນກັ້ນຫາຍໃຈຈົນລາວກາຍໄປ.

ສະຫຼຸບ.

ຄໍາວ່າ “ປຸກ” ແມ່ນການເຮັດໃຫ້ມີສະຕິ, ຮູ້ເມື່ອຄິງຈາກການຫຼັບ ຫຼື ນອນຫຼັບ ຫຼື ຂາດສະຕິຍ້ອນສາເຫດ ຕ່າງໆ. “ປຸກ” ຍັງແມ່ນການກໍ່ສ້າງ ຫຼື ການຕັ້ງສິ່ງຂອງໃດນຶ່ງຂຶ້ນ ເຊັ່ນ: ເສົາ, ເຮືອນ, ຕູບ, ຮ້ານ, ອາຄານ, ຕຶກ. “ປຸກ” ຍັງໝາຍເຖິງເມົາ ຫຼື ແກ່ ຊຶ່ງ ໃຊ້ເອີ້ນກີ່ນ, ລົດຊາດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo