ຄໍາວ່າ “ຝູງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຝູງ” ມີຄວາມໝາຍແນວໃດ?

ຄໍາວ່າ “ຝູງ” ໝາຍເຖິງໝູ່, ປວງປະຊົນ ຫຼື ໝູ່ມະຫາຊົນ ອັນເປັນພວກຈໍານວນຫຼາຍ ໂດຍສະເພາະແມ່ນ ມັກໃຊ້ເອີ້ນກັບສິ່ງທີ່ມີຊີວິດ ເຊັ່ນ: ຝູງຄົນ, ຝູງຊົນ, ຝູງປາ, ຝູງເຜີ້ງ, ຝູງງົວ, ຝູງຄວາຍ, ຝູງມ້າ, ຝູງໝາ (ໝາໝູ່), ຝູງແມວ, ຝູງນົກ, ຝູງລິງ, ຝູງຂາງ, ຝູງແກະ, ຝູງໝູ ເປັນຕົ້ນ ແລະ ອື່ນໆ. ແຕ່ຖ້າເພື່ອນຝູງ ໝາຍເຖິງໝູ່ຄູ່. “ຝູງ” ຍັງໃຊ້ເອີ້ນ ຫຼື ນັບວັດຖຸຕ່າງໆທີ່ມີຈໍານວນຫຼາຍຄືກັນກັບສິ່ງທີ່ມີຊີວິດດັ່ງທີ່ໄດ້ກ່າວ ດັ່ງ ຝູງດາວ, ຝູງຍົນ, ຝູງເຮືອ, ຝູງລົດ ເປັນຕົ້ນ. ຄໍາວ່າ “ຝູງ” ກົງກັນຂ້າມກັບຄໍາວ່າ “ນຶ່ງດຽວ, ອັນ ດຽວ, ອັນນຶ່ງ”.

ນອກຈາກນີ້, “ຝູງ” ຍັງໝາຍເຖິງຕົ້ນໝາກຝູງ ຊຶ່ງເປັນຕົ້ນໄມ້ແນວນຶ່ງລັກສະນະຄ້າຍຄືກັນກັບຕົ້ນໝາກ ໝັ້ນພື້ນເມືອງ ແລະ ມີໜ່ວຍຮູບຮ່າງໃກ້ຄຽງກັນແຕ່ໜ່ວຍດິບມີລົດສົ້ມຫຼາຍ, ເວລາດິບຈະເປັນໜ່ວຍສີຂຽວ ແຕ່ເວລາສຸກ ໜ່ວຍຈະກາຍເປັນສີເຫຼືອງ. ໝາກຝູງສາມາດນໍາມາກິນດ້ວຍການກັບແຈ່ວໝາກເຜັດປົ່ນ, ຕໍາໃສ່ ເຄື່ອງເທດຄືກັນກັບເຮົາເອົາໝາກຂາມມາເຮັດກິນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຝູງ”.

“ຝູງ” (1. ຄໍານາມ) ໝູ່, ພວກ.

ຕົວຢ່າງ:

  • ໃນງານເທດສະການບຸນທາດຫຼວງປີນີ້ ຝູງຊົນແຫ່ແຫນກັນມາຢ່າງຫຼວງຫຼາຍ, ຊຶ່ງມາຈາກທຸກສາ ລະທິດມີທັງຄົນລາວ, ຄົນໄທ ແລະ ຝລັ່ງ.
  • ການສ້າງຮັງຂອງຝູງເຜີ້ງແມ່ນອີງໃສ່ແມ່ເປັ້ງເປັນຫຼັກ ເພາະຝູງກໍາມະກອນບໍ່ສາມາດວາງໄຂ່ເພື່ອ ແພ່ພັນໄດ້.
  • ມື້ນີ້ອາກາດຮ້ອນຫຼາຍ ເຮັດໃຫ້ຢາກກິນຕໍາໝາກຝູງເຜັດໆ ແລະ ໃສ່ຂິງອ່ອນໆ ຄືຊິເປັນຕາແຊບ.

ສະຫຼຸບ.

ຄໍາວ່າ “ຝູງ” ແມ່ນຫົວໜ່ວຍເອີ້ນຢ່າງນຶ່ງ ຊຶ່ງໃຊ້ເວົ້າເວລາມີຈໍານວນຫຼາຍ, ເວົ້າອີກຢ່າງນຶ່ງຝູງ ໝາຍເຖິງໝູ່, ພວກ (ປວງປະຊົນ ຫຼື ໝູ່ມະຫາຊົນ ກໍວ່າ). ຄໍາວ່າ “ຝູງ” ກົງກັນຂ້າມກັບຄໍາວ່າ “ນຶ່ງດຽວ, ອັນ ດຽວ, ອັນນຶ່ງ”. ນອກຈາກນີ້, “ຝູງ” ຍັງແມ່ນຕົ້ນໄມ້ຢ່າງນຶ່ງໝາກຄ້າຍກັບໝາກໝັ້ນພື້ນເມືອງ ເອີ້ນ ໝາກ ຝູງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo