ຄໍາວ່າ “ປວດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ປວດ” ມີຄວາມໝາຍແນວໃດ?

ຄໍາວ່າ “ປວດ” ໝາຍເຖິງຄວາມເຈັບທີ່ເກີດຂຶ້ນຢູ່ໃນຮ່າງກາຍຂອງຄົນເຮົາ, ຊຶ່ງເປັນຜົນມາຈາກການເຈັບ ເປັນຕ່າງໆ ເປັນຕົ້ນ ເກີດຂຶ້ນຍ້ອນພະຍາດ, ເກີດຂຶ້ນຍ້ອນມີບາດ, ເກີດຈາກການອັກເສບ, ອອກແຮງງານ ໜັກ ເຊັ່ນ: ປວດຄີງ, ປວດຕາ, ປວດຫົວ, ປວດແຂ້ວ, ປວດແຂນ, ປວດຂາ, ປວດທ້ອງ, ປວດຫູ, ປວດ ໄຂ້, ປວດເສັ້ນ. ແຕ່ຖ້າປວດຮາກແມ່ນເກີດອາການຢາກອາຈຽນອອກ, ປວດຂີ້ແມ່ນຕ້ອງການຖ່າຍໜັກ ຫຼື ຂີ້, ປວດ ຍ່ຽວແມ່ນຕ້ອງການປັດສາວະ ຫຼື ຍ່ຽວ ອື່ນໆ.

ນອກຈາກນີ້, “ປວດ” ຍັງໝາຍເຖິງຄວາມຢາກທີ່ມີຢູ່ໃນໃຈ ຫຼື ຢາກປ່ວງ ຊຶ່ງເປັນພຶດຕິກໍາ ດັ່ງ ປວດຢາກ ເລາະ, ປວດຢາກກິນ, ປວດຢາກດື່ມ, ປວດຢາກເວົ້າ, ປວດຢາກເບີ່ງ, ປວດຢາກລອຍນໍ້າ, ປວດຢາກຟັງ ເພັງ, ປວດຢາກເຮັດວຽກ ອື່ນໆ. ແຕ່ຖ້າປວດອົກປວດໃຈ ຫຼື ມີຄວາມເຈັບປວດ ແມ່ນເຈັບໃຈຍ້ອນຖືກກະ ທໍາບາງຢ່າງ, ປວດລ້າວແມ່ນເຈັບປວດຍ້ອນຖືກກະທໍາເຊັ່ນກັນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າປວດ”.

“ປວດ” (1. ຄໍາກິລິຍາ) ເຈັບຮ່ວນຢູ່ຮ່າງກາຍ, ກະສັນ, ຢາກ, ມີຄວາມຢູ່ໃນໃຈ. ປວດທ້ອງຂີ້ແມ່ນຕ້ອງ ການຖ່າຍ ອຸດຈະລະ, ປວດທ້ອງຍ່ຽວແມ່ນຕ້ອງການຖ່າຍປັດສາວະ.

ຕົວຢ່າງ:

  • ມື້ກ່ອນໃຊ້ຂວານໜັກຜ່າຟືນ ເຮັດໃຫ້ມີອາການປວດແຂນທັງສອງຂ້າງຢ່າງໜັກ ພ້ອມທັງມີອາ ການເຈັບແອວ.
  • ສາວແຫຼ້ປວດໃຈຢ່າງແຮງ ທີ່ຖືກຜູ້ບ່າວຖີ້ມ ເພາະຕົວະວ່າຊິແຕ່ງງານນໍາກັນ ແຕ່ສຸດທ້າຍໄປເອົາ ຄົນອື່ນ.

ສະຫຼຸບ.

ຄໍາວ່າ “ປວດ” ໝາຍອາການເຈັບຢ່າງນຶ່ງ ຫຼື ເຫດບໍ່ປົກກະຕິ ທີ່ເກີດຂຶ້ນຢູ່ຮ່າງກາຍຂອງມະນຸດເຮົາ ຊຶ່ງ ອາດພະຍາດ, ມີບາດ, ເຈັບອັກເສບ, ຖືກສານພິດ ຫຼື ອອກແຮງງານເກີນຄວາມສາມາດຂອງຮ່າງກາຍ. ນອກຈາກນີ້, “ປວດ” ແມ່ນຄວາມຢາກຢູ່ໃນໃຈ ຫຼື ອາການປ່ວງ ຫຼື ພຶດຕິກໍາຢ່າງນຶ່ງຂອງຄົນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo