ຄໍາວ່າ “ເຊົ້າ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ເຊົ້າ” ມີຄວາມໝາຍແນວໃດ?

ຄໍາວ່າ “ເຊົ້າ” ເປັນເວລາຍາມນຶ່ງໃນມື້ນຶ່ງ ຫຼື ໃນວັນນຶ່ງ ຊຶ່ງເປັນຊ່ວງເລີ່ມຕົ້ນວັນໃໝ່ ນັບເວລາຕັ້ງແຕ່ຕາ ເວັນຂຶ້ນມາຫາຍາມງາຍກ່ອນຈະຕໍ່ດ້ວຍຕອນສວາຍ. ແຕ່ໃນຫຼາຍໆທ້ອງຖີ່ນຕອນເຊົ້າຖືກນັບເອົາ ຫຼື ເລີ່ມ ແຕ່ຕອນຈະແຈ້ງຈົນຮອດກ່ອນບ່າຍໝາຍວ່າເວລາຫຼັງຈາກຕອນເດິກ. ຕອນເຊົ້າຍັງຖືກນໍາໄປຕິດພັນກັບ ເວລາໃນວັນຕ່າງໆ ເພື່ອແບ່ງ ແລະ ໃຫ້ສາມາດຈໍາແນກໄດ້ ເຊັ່ນ: ຮຸ່ງເຊົ້າ, ເຊົ້ານີ້, ມື້ເຊົ້ານີ້, ເຊົ້າວານນີ້, ເຊົ້າ ມື້ຊືນ, ເຊົ້າມື້ອື່ນ, ເຊົ້າມື້ຮື, ຕອນເຊົ້າວັນທີ 1, ຕອນເຊົ້າວັນທີ 2 ເປັນຕົ້ນ.

ນອກຈາກນີ້, “ເຊົ້າ” ຍັງນໍາມາເວົ້າຕິດພັນກັບການກະທໍາ ຫຼື ການປະພຶດຂອງຄົນເຮົາ ດັ່ງ ປັ້ນເຂົ້າເຊົ້າ, ກິນເຂົ້າເຊົ້າ, ອາຫານເຊົ້າ, ອອກກໍາລັງກາຍຕອນເຊົ້າ. “ເຊົ້າ” ຍັງສາມາດສະແດງໃຫ້ເຫັນເຖິງຄວາມດຸ ໝັ່ນຂະຫຍັນພຽນຂອງປະຊາຊົນຕໍ່ການທໍາມາຫາກິນ ເຊັ່ນ: ເຮັດວຽກແຕ່ເຊົ້າ, ໄປນາແຕ່ເຊົ້າ, ໄປໄຮ່ແຕ່ ເຊົ້າ, ໄປສວນແຕ່ເຊົ້າ, ໄປຫາກິນແຕ່ເຊົ້າ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າເຊົ້າ”.

“ເຊົ້າ” (1. ຄໍານາມ) ເວລານັບຕັ້ງແຕ່ຕາເວັນຂຶ້ນມາຫາຍາມງາຍ (ປະມານ 8 ໂມງ).

ຕົວຢ່າງ:

  • ມື້ນີ້ຂ້ອຍຕື່ນແຕ່ເຊົ້າ ເພື່ອມາເບິ່ງຕາເວັນຂຶ້ນ ເພາະສີມັນອອກແດງໆ ແລະ ງາມຫຼາຍ ຊຶ່ງເປັນ ບັນຍາກາດທີ່ດີໃນມື້ນຶ່ງໆ.
  • ເຊົ້າວັນເສົາ ແລະ ເຊົ້າວັນອາທິດຂ້ອຍມັກຕື່ນສວາຍ ເພາະເປັນວັນພັກ ແລະ ບໍ່ໄດ້ໄປໂຮງຮຽນ.

ສະຫຼຸບ.

ຄໍາວ່າ “ເຊົ້າ” ແມ່ນເວລານັບເວລາຕັ້ງແຕ່ຕາ ເວັນຂຶ້ນມາຫາຍາມງາຍ ຊຶ່ງເປັນເວລາຕອນນຶ່ງໃນເວລາ ເລີ່ມຕົ້ນຂອງວັນໃໝ່, ຕໍ່ດ້ວຍຕອນສວາຍ ຫຼື ຕອນບ່າຍ, ຕອນແລງ, ຕອນຄໍ່າ, ຕອນເດິກ. ຕອນເຊົ້າສາ ມາດເຮັດໃຫ້ເຂົ້າໃຈເວລາໄດ້ວ່າເປັນຕອນໃດ, ເປັນປະຈຸບັນ, ອາດດິດ ຫຼື ອະນາຄົດ ດ້ວຍການປະສານ ກັບວັນຕ່າງໆ ດັ່ງ ມື້ເຊົ້ານີ້, ເຊົ້າວານນີ້, ເຊົ້າມື້ອື່ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo