ຄໍາວ່າ “ຜູ່” ແລະ “ຜູ້” ມີຄວາມໝາຍຄືກັນ ແລະ ຕ່າງ​ກັນ​ແນວ​ໃດ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ຜູ່” ແລະ “ຜູ້”

ຄໍາວ່າ “ຜູ່” ແລະ “ຜູ້” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງສູງກັບສຽງຕໍ່າ ພ້ອມນັ້ນ ຍັງມີຄວາມໝາຍຄືກັນ ແລະ ແຕກຕ່າງກັນອອກໄປດັ່ງນີ້.

ຄໍາວ່າ “ຜູ່” ໝາຍເຖິງບຸກຄົນ ຫຼື ຄົນ ເຊັ່ນ: ຜູ່ໃດ, ຜູ່ໃດຜູ່ນຶ່ງ, ຜູ່ດີ, ຜູ່ຕ້ອງຫາ, ຜູ່ຖືກກ່າວຫາ ຊຶ່ງຕາມຫຼັກໄວ ຍະກອນແມ່ນສາມາດນໍາໃຊ້ “ຜູ້” ໄດ້ເຊັ່ນກັນໃນເວລາແຕ່ງ ກອນທີ່ຕ້ອງການໃຊ້ຄໍາໂທ. ແຕ່ຕົວຈິງໃນທຸກມື້ນີ້ ແມ່ນເຫັນຂຽນ “ຜູ້” ເປັນສ່ວນ ໃຫຍ່. “ຜູ່” ຍັງໝາຍເຖິງເຜົ່າ ຜູ່ໄທ ແມ່ນກຸ່ມຄົນນຶ່ງ ຊຶ່ງສ່ວນໃຫຍ່ແມ່ນອາໃສຢູ່ ສອງຝັ່ງແມ່ນໍ້າຂອງລະຫວ່າງປະ ເທດລາວ ແລະ ປະເທດໄທ ໂດຍສະເພາະແມ່ນເຂດແຂວງຄໍາມ່ວນ, ສະຫວັນ ນາເຂດ, ນະຄອນພະນົມ, ມຸກດາຫານ ແລະ ແຂວງອື່ນໆ.

ຄໍາວ່າ “ຜູ້” ໝາຍເຖິງຄົນ ຄືກັນກັບ “ຜູ່” ແຕ່ໃຊ້ໃນເວລາແຕ່ງກອນທີ່ຕ້ອງການໃຊ້ຄໍາໂທ. ພ້ອມກັນນັ້ນ, “ຜູ້” ຍັງ ມີຄວາມໝາຍແຕກຕ່າງອອກໄປອີກ ຊຶ່ງໝາຍເຖິງຄໍາບອກເພດຊາຍ ບໍ່ວ່າຈະເປັນຄົນ ຫຼື ສັດກໍຕາມເຊັ່ນ: ຜູ້ຊາຍ, ໄກ່ຜູ້, ເປັດຜູ້, ນົກຜູ້, ມ້າຜູ້, ແບ້ຜູ້, ກະຕ່າຍໂຕຜູ້, ຄວາຍຜູ້, ງົວຜູ້, ຊ້າງຜູ້, ແມວຜູ້, ໝາຜູ້, ໝູຜູ້, ອູດໂຕຜູ້, ແຮດຜູ້, ຈິງໂຈ້ຜູ້, ໜູພຸກຜູ້, ອົ້ນຜູ້, ປາຜູ້, ແຂ້ຜູ້ ເປັນຕົ້ນ.

SA Game
DooDiDo

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າຜູ່”.

“ຜູ່” (1. ຄໍານາມ) ບຸກຄົນ, ຄົນ (ຜູ່ໃດ=ຄົນໃດ), ຜູ່ດີ. ຄົນດີ, ຄົນງາມ, ຄົນມີສິນລະທໍາ. ຜູ່ໄທ ແມ່ນຄົນລາວພວກນຶ່ງ.

ຕົວ­ຢ່າງ: 

  • ໃຜຜູ່ນຶ່ງເຮັດແວ່ນລົດເກງລາວແຕກ ແລະ ລາວກໍາລັງໄປເບີ່ງກ້ອງວົງຈອນປິດວ່າຜູ່ນັ້ນແມ່ນໃຜ.
  • ຜູ່ໃດກໍໄດ້ ຊ່ວຍແຈ້ງກູ້ໄພແດ່ ຫຼື ເອົາລາວໄປໂຮງໝໍກະໄດ້ ເພາະລາວເຈັບກະທັນຫັນ ແລະ ມາຄົນ ດຽວອີກດ້ວຍ.

ຄວາມໝາຍຄຳວ່າຜູ້”.

“ຜູ້” (1. ຄໍານາມ) ຄົນ (ໃຊ້ດັ່ງດຽວກັນກັບ ຜູ່ ໃນເວລາແຕ່ງກອນທີ່ຕ້ອງການໃຊ້ຄໍາໂທ) (2. ຄໍາກິລິຍາວິເສດ) ເປັນຄໍາບອກເພດຊາຍ ດັ່ງ ໄກ່ຜູ້, ມ້າຜູ້, ປາຜູ້ ເປັນຕົ້ນ.

ຕົວ­ຢ່າງ: 

  • ນັກກິລາບານເຕະ ຜູ້ທີ່ມີຊື່ສຽງແມ່ນ ທ້າວ ໂຣນາໂດ ເພາະລາວເຕະບານເກັ່ງ ສາມາດຍິງປະຕູໄດ້ຫຼາຍ ມີຮ່າງກາຍແຂງແຮງ ແລະ ເຕັກນິກການຫຼີ້ນດີ.
  • ໄກ່ຜູ້ໂອກ ແມ່ນສັນຍາລັກກິລາແຫ່ງຊາດຢູ່ແຂວງຫຼວງພະບາງ ຫຼື ຫຼວງພະບາງເກມ ໃນຊຸມປີຜ່ານມາ.

ສະຫຼຸບ.

ຄໍາວ່າ “ຜູ່” ແລະ “ຜູ້” ນອກຈາກມີການອອກສຽງແມ່ນໃກ້ຄຽງກັນແລ້ວຍັງມີຄວາມໝາຍຄືກັນອີກດ້ວຍ. ນອກ ຈາກນັ້ນ, ຍັງມີຄວາມໝາຍແນວອື່ນອີກດ້ວຍ. ຄໍາວ່າ “ຜູ່” ໝາຍເຖິງບຸກຄົນ ຫຼື ຄົນ ຊຶ່ງຕາມຫຼັກໄວຍະກອນ ແມ່ນນໍາໃຊ້ “ຜູ້” ໄດ້ເຊັ່ນກັນ (ໃນເວລາແຕ່ງກອນທີ່ຕ້ອງການໃຊ້ຄໍາໂທ) ແລະ ຕົວຈິງໃນທຸກມື້ນີ້ແມ່ນນໍາໃຊ້ກັນ ໃນວົງກວ້າງ. “ຜູ່” ຍັງໝາຍເຖິງເຜົ່ານຶ່ງ ເອີ້ນ ເຜົ່າຜູ່ໄທ. ສ່ວນຄໍາວ່າ “ຜູ້” ນອກຈາກໃຊ້ຄືກັນກັບ “ຜູ່” ແລ້ວ ຍັງໝາຍເຖິງເພດຊາຍ ຫຼື ເພດຜູ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo