ຄໍາວ່າ “ພາຍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ພາຍ” ມີຄວາມໝາຍແນວໃດ?

ຄໍາວ່າ “ພາຍ” ແມ່ນການເອີ້ນທົ່ວໄປ ຊຶ່ງເປັນຄໍານໍາໜ້າໃນການໃຊ້ເອີ້ນໂຕຊ້າງຜູ້ໂຕທີ່ມີງາວ່າ “ຊ້າງພາຍ” ສ່ວນໂຕແມ່ແມ່ນມີຄໍານໍາໜ້າວ່າ “ພັງ” ຫຼື ເອີ້ນ ຊ້າງພັງ. ການເອີ້ນດັ່ງນັ້ນແມ່ນການໃຫ້ກຽດ ແລະ ສະດວກໃນການຈໍາແນກ ບໍ່ແຕກຕ່າງກັນຫຍັງກັບທີ່ເຮົາເອີ້ນທ້າວ ແລະ ນາງ ນໍາໜ້າໃນການເອີ້ນ ຄົນ ນັ້ນເອງ. “ພາຍ” ຍັງໃຊ້ເອີ້ນໄມ້ທີ່ໃຊ້ພາຍເຮືອ ຫຼື ເຄື່ອງມືສໍາລັບຄຸ້ຍ ຫຼື ກວັກນໍ້າໃຫ້ເຮືອໄປໜ້າ ຫຼື ຖອຍຫຼັງໄດ້, ພາຍມີຂະໜາດ ແລະ ຮູບຮ່າງແຕກຕ່າງກັນອອກໄປຂຶ້ນກັບການອອກແບບຂອງແຕ່ເຂດ ແຕ່ລະທ້ອງຖີ່ນ ເພື່ອໃຫ້ເຂົ້າກັບຈຸດພິເສດຂອງການໃຊ້ງານ ແລະ ວັດທະນາທໍາຂອງໃຜລາວ.

ສໍາລັບຄົນ ພາຍເຮືອເຮົາເອີ້ນ ສີພາຍ, ເຮືອເອີ້ນເຮືອພາຍ ແຕ່ເຮືອສໍາລັບແຂ່ງຂັນເອີ້ນເຮືອຊ່ວງ. “ພາຍ” ຍັງແມ່ນ ການເອີ້ນຜັກແນວນຶ່ງວ່າ “ຜັກພາຍ” ເພາະມີໃບຮູບຮ່າງຄ້າຍ ຄືກັບໄມ້ພາຍ ເປັນຜັກທີ່ສາມາດກິນໄດ້ ມີ ລົດຂົມນ້ອຍນຶ່ງ ບາງເຂດເອີ້ນ ຜັກກ້ານຈອງ, ຄົນມັກນິຍົມນໍາມາໜຶ້ງ, ລວກ ເພື່ອເຮັດຜັກຊຸບ ຫຼື ກິນກັບ ແຈ່ວກໍໄດ້. “ພາຍ” ຍັງໝາຍເຖິງ ລົມນິຍົມກັນໃຊ້ໃນ ເມື່ອກ່ອນໂດຍສະເພາະແມ່ນການແຕ່ງກອນ ດັ່ງ “ພະພາຍພານຕອມ ໂງ່ນງາມຄືຊ້າງ”, “ພະພາຍພານສູນລ່ວງ ເມີນເມືອໃຕ້” ເປັນຕົ້ນ. “ພາຍ” ຍັງໝາຍ ເຖິງບ່ອນ ຫຼື ແຫ່ງ, ຝ່າຍ, ເວລາ ເຊັ່ນ: ພາຍນອກ, ພາຍໃນ, ພາຍໜ້າ, ພາຍພາກໜ້າ, ພາຍລຸນ, ພາຍໃຕ້ ເປັນຕົ້ນ.

SA Game
DooDiDo

ນອກຈາກນີ້, “ພາຍ”ຍັງໝາຍເຖິງຜີຈໍາພວກນຶ່ງ ຕາມຄວາມເຊື່ອຖືຂອງຄົນເຂດປະເທດ ລາວ, ໄທ, ກໍາປູ ເຈຍ, ມຽນມາ ແລະ ຕອນໃຕ້ຂອງຈີນ ໂດຍສະເພາະແມ່ນເຜົ່າໄຕລື້ ຊຶ່ງເຊື່ອກັນວ່າເກີດຈາກຄົນຕາຍກຸມ ແລະ ມັກວົນວຽນຢູ່ຕາມປ່າຊ້າ ເວລາໄປມີອາການຄືລົມພັດ, ພ້ອມນັ້ນ ຍັງມີສະມິງພາຍອີກດ້ວຍ. “ພາຍ” ຍັງມີຄວາມໝາຍວ່າ ການຄຸ້ຍ ຫຼື ກວັກນໍ້າ ດ້ວຍໄມ້ເພື່ອໃຫ້ເຮືອໄປມາໄດ້. ອີກຄວາມໝາຍນຶ່ງ “ພາຍ” ແມ່ນໝາຍເຖິງເອົາສາຍ ຫຼື ເອົາຮວງໃສ່ບ່າ ເພື່ອພາໄປ ແຕ່ບໍ່ແມ່ນ ເຈ່ຍ, ແບກ ແລະ ຫາບ ເຊັ່ນ: ພາຍຖົງ, ພາຍປືນ, ພາຍເປ້ ແລະ ອື່ນໆ. “ພາຍ” ເວລາໄປປະສົມກັບຄໍາອື່ນຍັງໃຫ້ຄວາມໝາຍແຕກ ຕ່າງໄປເຊັ່ນ: ພາຍເລືອດ ແມ່ນອາການເຈັບ ຫຼື ພະຍາດແນວນຶ່ງມີອາການວິນໃນເມື່ອເລືອດອອກຫຼາຍ ຫຼື ເຫັນເລືອດ, ພາຍໆ ແມ່ນເຫຼື້ອມໆ ຫຼື ເຫຼື້ອມໃສແສງ ເປັນຕົ້ນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າພາຍ”.

“ພາຍ”(1. ຄໍານາມ) ຊ້າງຜູ້ທີ່ມີງາຮຽກຊ້າງພາຍ ກົງກັນຂ້າມກັບຊ້າງພັງ ຊຶ່ງເປັນເພດແມ່. ເຄື່ອງມືສໍາລັບ ຄຸ້ຍນໍ້າໃຫ້ເຮືອໄປຮຽກ ໄມ້ພາຍ, ຜັກແນວນຶ່ງໃບຄືໃບໄມ້ພາຍ ມີລົດຂົມ ເອີ້ນ ຜັກພາຍ, ຜັກກ້ານຈອງ. ລົມ “ພະພາຍພານຕອມ ໂງ່ນງາມຄືຊ້າງ”. ບ່ອນ, ແຫ່ງ (ທຸກພາຍຂ້າງ), ຝ່າຍ, ເວລາ (ພາຍນອກ, ພາຍໃນ, ພາຍໜ້າ, ພາຍລຸນ). ຜີຈໍາພວກນຶ່ງ ຕາມຄະຕິບູຮານຖືວ່າມັກເກີດຈາກຄົນຕາຍກຸມຜີພາຍມັກ ວົນວຽນຢູ່ຕາມປ່າຊ້າ ເວລາໄປມີອາການຄືລົມພັດ. (2. ຄໍາກິລິຍາ) ການຄຸ້ຍນໍ້າໃຫ້ເຮືອໄປ, ເອົາຮວງ ຫຼື ສາຍໃສ່ບ່າພາໄປ (ພາຍປືນ).

ຕົວຢ່າງ:

  • ພາຍແກ້ວ ແມ່ນຊື່ຊ້າງເຜືອກຄູ່ບ້ານຄູ່ເມືອງ ຊຶ່ງພາຍແກ້ວມີງາຍາວ ກົ່ງງາມ ແລະ ຄໍາຮູ້ ໃນພິທີ ແລະ ເຫດການສໍາຄັນຕ່າງໆຂອງປະເທດແມ່ນມັກເຊີນພາຍແກ້ວ ເພື່ອມາຮ່ວມພິທີ.
  • ການຊ່ວງເຮືອແມ່ນຕ້ອງມີເຮືອພາຍ, ສີພາຍ ແລະ ໄມ້ພາຍທີ່ດີ ແລະ ມີປະສົບປະການໃນການ ພາຍເຮືອ ຈິ່ງສາມາດຊະນະໄດ້.
  • ຜັກພາຍມັກເກີດຢູ່ຕາມທົ່ງນາ ແລະ ໜອງນໍ້າ ເມື່ອນໍາມາຊຸບກັບຜັກອື່ນໆ ພ້ອມທັງໃສ່ໝາກງາ ແມ່ນຫອມ ແລະ ແຊບຫຼາຍ.
  • ການເຮັດວຽກເຖິງຈະລໍາບາກກໍຢ່າໃຫ້ຕັ້ງໃຈສະສົມປະສົບປະການໄວ້ ພາຍພາກໜ້າຫາກຊິໄດ້ດີ.
  • ຄົນຊ່າລືກັນວ່າຖ້າໄປຫາໜໍ່ໄມ້ໃກ້ປ່າຊ້າແມ່ນມັກຖືກຜີພາຍຫຼອກ, ຖ້າບໍ່ຈໍາເປັນແທ້ໆແມ່ນບໍ່ໃຫ້ໄປ ເຂດນັ້ນ.
  • ກ່ອນລູກອາຍຸ 9 ປີ ໄປໂຮງຮຽນ ໃນແຕ່ລະເຊົ້າແມ່ນຕ້ອງໄດ້ກຽມເຄື່ອງກິນ, ນໍ້າດື່ມ ໃສ່ຖົງພາຍ ເພື່ອໃຫ້ລູກພາຍໄປໂຮງຮຽນ.

ສະຫຼຸບ.

ຄໍາວ່າ “ພາຍ” ແມ່ນການໃຊ້ເອີ້ນຊ້າງໂຕຜູ້ທີ່ມີງາວ່າ ຊ້າງພາຍ ສ່ວນຊ້າງແມ່ເອີ້ນຊ້າງພັງ. “ພາຍ” ຍັງ ໝາຍເຖິງໄມ້ພາຍ ຊຶ່ງເປັນເຄື່ອງມືສໍາລັບພາຍເຮືອ ຫຼື ຄຸ້ຍ, ກວັກນໍ້າ ເພື່ອໃຫ້ເຮືອໄປມາໄດ້. “ພາຍ” ຍັງ ແມ່ນຊື່ຜັກແນວນຶ່ງຮູບຮ່າງຄືໃບໄມ້ພາຍສາມາດກິນໄດ້ ບາງທ້ອງຖີ່ນເອີ້ນຜັກກ້ານຈອງ. “ພາຍ” ຍັງໝາຍ ເຖິງ ລົມ. “ພາຍ” ຍັງໝາຍເຖິງບ່ອນ, ແຫ່ງ, ຝ່າຍ, ເວລາ. “ພາຍ” ຍັງໃຊ້ເອີ້ນຊື່ຜີແນວນຶ່ງວ່າຜີພາຍ. “ພາຍ” ແມ່ນການກວັກ ຫຼື ຄຸ້ຍນໍ້າໃຫ້ເຮືອໃຫ້ໄປ. ອີກນຶ່ງຄວາມໝາຍ “ພາຍ” ແມ່ນໝາຍເຖິງການເອົາ ເຊືອກຂອງສິ່ງໃດນຶ່ງພາດໃສ່ບ່າ ເພື່ອເປ້ ຫຼື ພາໄປ ເຊັ່ນ: ຖົງ, ປືນ, ກະຢັງໃສ່ເຂົ້າ, ເປ້ ເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່DooDiDo