ຄໍາວ່າ “ປ້ອມ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ປ້ອມ” ມີຄວາມໝາຍແນວໃດ?

ຄໍາວ່າ “ປ້ອມ” ແມ່ນເຮືອນນ້ອຍ ຫຼື ເຮືອນສູງ ຫຼື ຫໍ ບ່ອນສໍາລັບຄອຍເບີ່ງເຫດການໃດນຶ່ງ ເຊັ່ນ: ຍາມ ປະຕູ, ສັງເກດສັດ, ສັງເກດການສັດຕູ ຫຼື ສັງເກດເຫດການຢ່າງອື່ນ. ປ້ອມທີ່ສ້າງຂຶ້ນແມ່ນມີລັກສະນະຮູບ ຮ່າງ ແລະ ຂະໜາດແຕກຕ່າງກັນ ລວມທັງວັດສະດຸກໍເຊັ່ນກັນ ຂຶ້ນກັບວັດຖຸປະສົງການນໍາໃຊ້, ບາງປ້ອມ ກໍ່ສ້າງແໜ້ນໜາຖາວອນ, ບາງປ້ອມກໍ່ສ້າງ ເພື່ອຢູ່ຊົ່ວຄາວ.

ປ້ອມຍາມປະຕູມັກເຫັນຢູ່ທາງເຂົ້າສໍານັກງານ ອົງການ, ໂຮງຮຽນ, ໂຮງໝໍ, ທະນາຄານ, ຫ້າງຊັບພະສິນຄ້າ, ຄ້າຍທະຫານ, ຄ້າຍຕໍາຫຼວດ, ປ້ອມຕໍາຫຼວດ ຈາລະຈອນຕາມເສັ້ນທາງ ເປັນຕົ້ນ. ປ້ອມສັງເກດການສັດຕູ ແມ່ນພົບເຫັນໄດ້ໃນສະໜາມຮົບ, ຄ້າຍທະ ຫານ, ຄ້າຍຕໍ່າຫຼວດ. ປ້ອມສັງເກດສັດແມ່ນມີຢູ່ຕາມປ່າສະຫງວນ ຫຼື ບ່ອນສັດອາໃສ ເຊັ່ນ: ປ້ອມສັງເກດ ຊ້າງ, ປ້ອມສັງເກດນົກ, ປ້ອມສັງເກດກະທິງ, ປ້ອມສັງເກດສັດລົງກິນປຸ່ງ ເພື່ອລ່າດ້ວຍການຍິງເອົາມາເປັນ ອາຫານ. ປ້ອມປະກອບມີ: ປ້ອມທະຫານ, ປ້ອມຕໍາຫຼວດ, ປ້ອມຈໍລະຈອນ, ປ້ອມກວດກາ, ປ້ອມຄ້າຍ, ປ້ອມຍາມ, ປ້ອມດ່ານໜ້າ, ປ້ອມປະການ, ປ້ອມປືນ, ປ້ອມທີ່ໝັ້ນ, ປ້ອມຮັກສາການ, ປ້ອມສັດຕູ, ປ້ອມ ຝ່າຍເຮົາ, ປ້ອມເຝົ້າປຸ່ງລ່າສັດ. ພິເສດ ໃນຍຸກປະຈຸບັນ ຍັງມີປ້ອມດູດາວ ແລະ ລະບົບດາລາສາດ ເອີ້ນ ຫໍດູດາວ.

SA Game
DooDiDo

ນອກຈາກນີ້, “ປ້ອມ” ຍັງໝາຍເຖິງການຂົດເຂົ້າ, ຂົດມົນໆ ຫຼື ເຮັດໃຫ້ສັ້ນໆ ເຊັ່ນ: ໂຕ່ລີ່ນຂົດປ້ອມເມື່ອ ຖືກຄົນຈັບ, ນອນຂົດປ້ອມຢູ່ຍ້ອນອາກາດໜາວ, ບົ້ງກືປ້ອມເຂົ້າເມື່ອມີສິ່ງລົບກວນ, ໜັງເຄັມຈີ່ຫົດປ້ອມ ເຂົ້າເມື່ອຖືກໄຟຮ້ອນ. “ປ້ອມ” ເວລາບວກກັບຄໍາອື່ນຍັງໃຫ້ຄວາມໝາຍຕ່າງໄປດັ່ງ ຜັກປ້ອມ ຫຼື ຜັກຫອມ ປ້ອມ ຊຶ່ງເປັນຜັກຫອມຢ່າງນຶ່ງກີ່ນຫອມມີໃບຄ້າຍໆຜັກແວ່ນ, ເປັນທີ່ນິຍົມກັນກີນຫຼາຍ ເພາະສາມາດໃຊ້ ແຕ່ງ ແລະ ກັບນໍາບັນດາອາຫານຕ່າງໄດ້ຫຼາກຫຼາຍຊະນິດ ເຊັ່ນ: ແຈ່ວ, ລາບ, ໝົກ, ປີ້ງ, ເອາະ, ແກງ ລວມທັງກັບອາຫານປີ້ງຢ້າງທີ່ມີແຈ່ວຈໍ້າໄດ້. ປ້ອມຍັງນິຍົມມາຕັ້ງເປັນຊື່ຄົນວ່າ ນາງປ້ອມ, ທ້າວປ້ອມ ຊຶ່ງ ອາດເປັນເພາະຕອນເກີດໃໝ່ແມ່ນໂຕນ້ອຍປ້ອມໆ ນັ້ນເອງ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າປ້ອມ”.

“ປ້ອມ” (1. ຄໍານາມ) ເຮືອນຫໍບ່ອນທໍາການຕໍ່ສູ້ສັດຕູ ຫຼື ຄອຍເບີ່ງເຫດການ, ເຮືອນສູງສໍາລັບຄອຍ ເບີ່ງເຫດການ. ຫອມປ້ອມ, ຜັກປ້ອມ. (2. ຄໍາກິລິຍາວິເສດ) ມົນ, ສັ້ນໆ ແລະ ມົນໆ.

ຕົວຢ່າງ:

  • ໃນຄ້າຍທະຫານມີປ້ອມຢູ່ທັງ 4 ມູມ ຊຶ່ງມີທະຫານປ່ຽນກັນເວນຍາມສັງເກດການຕະຫຼອດ 24 ຊົ່ວໂມງ.
  • ປ້ອມຍາມຢູ່ຕໍ່ໜ້າທໍານຽບລັດຖະບານແມ່ນປ້ອມທີ່ແໜ້ນໜາຖາວອນ ເພາະໃສ່ແກ້ວມືດ ແລະ ມີ ປ່ອງພົວພັນນ້ອຍໆ ເພື່ອໃຫ້ລົມກັນໄດ້ ແຕ່ບໍ່ສາມາດຮູ້ໄດ້ວ່າຢູ່ໃນປ້ອມມີຫຍັງແດ່.
  • ປ້ອມສັງເກດຊ້າງຢູ່ປ່າສະຫງວນ ແມ່ນປ້ອມທີ່ສູງຫຼາຍ ແລະ ແໜ້ນດີ ເພື່ອຄວາມປອດໄພ ໃນ ປ້ອມຍັງມີເຄື່ອງມືຕ່າງໆ ເປັນຕົ້ນ ກ້ອງສ່ອງທາງໄກ.
  • ອົບຊີ້ນເວລາສຸກ ແລະ ກຽມປົງໃຫ້ເອົາຜັກຫອມປ້ອມຊອຍບາງໆ ໂຮຍໃສ່ເຮັດໃຫ້ຫອມ ແລະ ໜ້າຮັບປະທານ.
  • ບົ້ງກືແລ່ນຢູ່ ແຕ່ຖືກເດັກນ້ອຍເອົາໄມ້ເຂ່ຍເຮັດໃຫ້ມັນຢຸດແລ່ນ ແລະ ຂົດປ້ອມເຂົ້າ ເພາະຢ້ານ ຖືກຂ້າຕາມສັນຊາດຕະຍານຂອງມັນ.

ສະຫຼຸບ.

ຄໍາວ່າ “ປ້ອມ” ໝາຍເຖິງເຮືອນ ຫຼື ຫໍ ທີ່ເຮັດຂຶ້ນຢູ່ ເພື່ອເປັນບ່ອນຍາມ, ສັງເກດຕໍ່ສູ້ສັດຕູ, ສັງເກດສັດ, ສັງເກດລະບົບດາລາສາດ ຊຶ່ງມີຮູບຮ່າງໃຫຍ່ນ້ອຍ ແລະ ການໃຊ້ວັດສະດຸກໍ່ສ້າງແຕກຕ່າງກັນໄປ. “ປ້ອມ” ຍັງແມ່ນຊື່ຜັກຫອມຊະນິດນຶ່ງ ເອີ້ນ ຜັກປ້ອມ ຫຼື ຜັກຫອມປ້ອມ ເປັນທີ່ນິຍົມກັນບໍລິໂພກຫຼາຍເພາະມີກີ່ນ ຫອມ, ສາມາດໃຊ້ກັບ ແລະ ແຕ່ງໃສ່ລາຍການອາຫານຕ່າງໆໄດ້. ອີກຄວາມໝາຍນຶ່ງ “ປ້ອມ” ໝາຍເຖິງ ການຫົດປ້ອມເຂົ້າ ຫຼື ຫົດມົນເຂົ້າ ເຮັດໃຫ້ຫົດສັ້ນລົງ ຫຼື ມົນໆ ຊຶ່ງເກີດຈາກສາເຫດຕ່າງໆ ເປັນຕົ້ນຍ້ອນ ຄວາມຮ້ອນ, ຍ້ອນຄວາມເຢັນ, ພຶດຕິກໍາການເອົາຕົວລອດ ຫຼື ສັນຊາດຕະຍານຂອງສັດ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo