ຄໍາວ່າ “ກາບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ກາບ” ມີຄວາມໝາຍແນວໃດ?

ຄໍາວ່າ “ກາບ” ໝາຍເຖິງເປືອກຊຶ່ງມີລັກສະນະເປັນກີບບາງໆຫຸ້ມຊັ້ນນອກຂອງພືດ ເຊັ່ນ: ຕົ້ນໄມ້, ດອກ ແລະ ໝາກຂອງໄມ້ບາງແນວ ຖ້າແຫ້ງ ຫຼື ແກ່ແລ້ວມັກຫຼົ່ນອອກ ຫຼື ສາມາດແກະອອກໄດ້ ເຊັ່ນ: ກາບ ກ້ວຍແມ່ນກາບຂອງຕົ້ນກ້ວຍ, ກາບໜໍ່ໄມ້ ຫຼື ກາບລາງ ແມ່ນເປືອກຊັ້ນນອກທີ່ຫຸ້ມໜໍ່ ຫຼື ຕົ້ນໃຜ່ອ່ອນ ຊຶ່ງເມື່ອແຫ້ງແລ້ວຂົວະອອກ, ກາບໄມ້ປ່ອງ, ກາບໄມ້ທົ່ວໄປເປັນເປືອກຕົ້ນໄມ້ທີ່ແຫ້ງແລ້ວເງີງອອກ, ກາບດອກ ກຸຫຼາບ ເປັນຕົ້ນ. “ກາບ” ຍັງໝາຍເຖິງເປືອກຂອງຫອຍກີ້ ແລະ ກາບກວ້າງ ຊຶ່ງເປັນຫອຍທີ່ມີປໍ້ຕິດກັນແກະອອກໄດ້ຖ້າໜ່ວຍໃຫຍ່ຢູ່ຕາມທະເລ ເອີ້ນກາບກວ້າງ ຖ້ານ້ອຍເອີ້ນກາບກີ້.

“ກາບ” ຍັງໝາຍເຖິງ “ກາບກອນ” ຫຼື ບົດກອນ ຊຶ່ງ ແມ່ນຄໍາຂອງກະວີ ຫຼື ຄໍາເວົ້າຂອງນັກປາດ ທີ່ແຕ່ງຂຶ້ນດ້ວຍຄວາມຄຶດໂດຍມີການໃຊ້ຄໍາເອກຄໍາໂທ ແລະ ມີສໍາພັດໃນສໍາພັດນອກຕາມຫຼັກການແຕ່ງກາບກອນຄັກແນ່. ກາບກອນ ເປັນທີ່ນິຍົມກັນໃຊ້ທັງສະໄໝກ່ອນ ແລະ ປະຈຸບັນ ຊຶ່ງເນື້ອໃນແມ່ນຂຶ້ນກັບວັດຖຸປະສົງຂອງຜູ້ແຕ່ງ ດັ່ງ ເວົ້າ ເຖິງຄວາມຮັກລະຫວ່າງບ່າວສາວ, ເວົ້າເຖິງການເມືອງ, ເວົ້າເຖິງການສ້າງສາ, ເວົ້າເຖິງການສິດສອນກັນ ແລະ ອື່ນໆ ຊຶ່ງກາບກອນທີ່ດັງ ຂອງລາວແມ່ນ “ກາບປູ່ສອນຫຼານ” ເປັນຕົ້ນ.

SA Game
DooDiDo

ນອກຈາກນີ້, “ກາບ” ແມ່ນຊື່ເຮືອແນວນຶ່ງທີ່ສ້າງ ຫຼື ຕໍ່ເຮືອດ້ວຍການເອົາແຜ່ນໄມ້ແປ້ນມາປະກອບກັນເຂົ້າຫຼາຍແຜ່ນເຮັດເປັນເຮືອ ເອີ້ນວ່າ ເຮືອກາບ ແຕ່ມີຄວາມແຕກຕ່າງກັບເຮືອທີ່ເອົາໄມ້ມາຄວັດເຮັດ. “ກາບ” ຍັງໝາຍເຖິງແຜ່ນໄມ້ແປ້ນປູໄວ້ສອງແຄມຂອງເຮືອໃຫຍ່ ເພື່ອເປັນບ່ອນໄຕ່ໄປມາ ເອີ້ນກາບເຮືອ. “ກາບ” ຍັງໝາຍເຖິງ ໄຫວ້ ຫຼື ນົບ ຫຼື ກາບໄຫວ້ ຊຶ່ງເປັນການປະພຶດຢ່າງນຶ່ງຂອງຄົນທີ່ສະແດງເຖິງຄວາມເຄົາ ລົບ, ນັບຖື ຫຼື ໃຫ້ກຽດຕໍ່ບຸກຄົນອື່ນ ຫຼື ສິ່ງສັກສິດທີ່ເຮົາເຊື່ອຖື ເຊັ່ນ: ກາບບັງຄົມທູນ, ກາບພໍ່ແມ່, ກາບ ຄູບາອາຈານ, ກາບທະພຸດທະເຈົ້າ ແລະກາບອື່ນໆ. “ກາບ” ເວລາໄປບວກກັບຄໍາອື່ນຍັງໃຫ້ຄວາມໝາຍ ແຕກຕ່າງໄປດັ່ງ “ກາບສະ” ແມ່ນເຄື່ອງສະນໍ້າອອກຈາກເຮືອ, “ກາບເບື້ອ” ແມ່ນກະເບື້ອ, “ກາບບົວ” ແມ່ນ ຊື່ນົກແນວນຶ່ງຕົວໃຫຍ່ສົບໃຫຍ່ຫາກິນຕາມທົ່ງນາ ຊຶ່ງປະຈຸບັນແມ່ນຊອກເບີ່ງໄດ້ຍາກ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າກາບ”.

“ກາບ” (1. ຄໍານາມ) ເປືອກຫຸ້ມຊັ້ນນອກຂອງລໍາຕົ້ນ, ດອກ ຫຼື ໝາກຂອງໄມ້ບາງແນວ ມີລັກສະນະກີບ ບາງໆ ແລະ ແກະອອກໄດ້ ດັ່ງ ກາບໝາກ, ກາບອ້ອຍ ເປັນຕົ້ນ. ຄໍາຂອງກະວີ, ຄໍາເວົ້າຂອງນັກປາດ, ໜັງສືທີ່ຂຽນດ້ວຍຄວາມຄຶດ ແລະ ມີກໍານົດຄໍາເອກຄໍາໂທ, ຄໍາຈໍາພວກນີ້ໃນ ປາລີ ຈັດເປັນຄໍາພີນຶ່ງ ເອີ້ນ ວ່າ ຄໍາພີ ພາສາກາບຍະສາຣະວິລາສືນີ ມີຢູ່ທັງໝົດ 15 ກາບ ແຕ່ໃນພາສາລາວໝາຍເອົາຄໍາກອນປະ ເພດນຶ່ງ ມີກໍານົດລັກສະນະ 7 ຄໍາ ແລະ ໃຊ້ສໍາຜັດຄໍາທີ 7 ກັບຄໍາທີ 3 ໃນວັກຕໍ່ໄປ. ຊື່ເຮືອທີ່ເອົາແຜ່ນ ໄມ້ແປ້ນມາປະກອບກັນເຂົ້າເຮັດເຮືອ ຮຽກວ່າ ເຮືອກາບ, ແຜ່ນແປ້ນປູໄວ້ສອງແຄມເຮືອໃຫຍ່ ເຮັດເປັນ ບ່ອນໄຕ່ເລາະແຄມເຮືອຮຽກວ່າ ກາບເຮືອ. (2. ຄໍາກິລິຍາ) ໄຫວ້, ກາບໄຫວ້, ນົບ.

ຕົວຢ່າງ:

  • ກາບໄມ້ຊາງເວລາມັນແຫ້ງ ແລະ ຕົກອອກ ສາມາດນໍາມາຈຸດອ່ອຍໄຟໄດ້ເປັນຍ່າງດີ, ແຕ່ມີຫຼາຍ ເຂດແມ່ນນໍາມາເຮັດກຸບໃສກັນແດດກັນຝົນ.
  • ກາບໝາກພ້າວແກ່ ສາມາດນໍາມາໃຊ້ປະໂຫຍດໄດ້ຫຼາຍແນວເຊັ່ນ: ເຮັດປຸຍ, ເຮັດບ່ອນປູກກ້ວຍ ໄມ້, ເຮັດຟອຍທໍາຄວາມສະອາດ, ເຮັດສະໜວນກັນສຽງ ແລະ ອື່ນໆ.
  • “ກາບປູ່ສອນຫຼານ” ແຕ່ງຂຶ້ນເພື່ອສອນຄົນ ຊຶ່ງເປັນການຖ່າຍທອດປະສົບປະການຂອງຄົນລຸ້ນ ກ່ອນໃຫ້ແກ່ຄົນລຸ້ນຫຼັງ ດ້ວຍວິທີການລົງເປັນກາບກອນ.
  • ປະຊາຊົນໃຊ້ເຮືອກາບ ເພື່ອໄປຫວ່ານແຫ ແລະ ໃສ່ມອງຕາມລໍາແມ່ນໍ້າຂອງ ເພາະສະດວກສະ ບາຍ ແລະ ເໝາະແກ່ການສັນຈອນທາງນໍ້າ.
  • ທຸກໆປີ ພໍຮອດບູນທາດຫຼວງ ມີຄົນມາກາບໄຫວ້ພະທາດຫຼວງຈໍ່ານວນຫຼວງຫຼາຍ ຊຶ່ງມາກຈາກ ຫຼາຍແຂວງທົ່ວປະເທດ.

ສະຫຼຸບ.

ຄໍາວ່າ “ກາບ” ແມ່ນມີຫຼາຍຄວາມໝາຍ ຊຶ່ງໝາຍເຖິງເປືອກ ຫຼື ກີບບາງໆຫຸ້ມຊັ້ນນອກຂອງຕົ້ນໄມ້, ດອກ ໄມ້ ແລະ ໝາກໄມ້ບາງແນວເວລາແຫ້ງ ຫຼື ແກ່ແລ້ວມັກຫຼົ່ນອອກ. “ກາບ” ຍັງໝາຍເຖິງເປືອກຂອງຫອຍ ກີ້ ແລະ ກາບກວ້າງອີກດ້ວຍ. “ກາບ” ຍັງແມ່ນກາບກອນ, ບົດກອນ ຫຼື ບົດແຕ່ງ ດ້ວຍຄວາມຄຶດໂດຍມີການໃຊ້ຄໍາເອກຄໍາໂທ ແລະ ມີສໍາພັດໃນສໍາພັດນອກຕາມຫຼັກການໃນການແຕ່ງກາບກອນ. ນອກຈາກນີ້, “ກາບ” ແມ່ນຊື່ເຮືອກາບ ຊຶ່ງແມ່ນເຮືອແນວນຶ່ງທີ່ເອົາແຜ່ນໄມ້ແປ້ນມາເຮັດ. ພ້ອມນັ້ນ “ກາບ” ຍັງໝາຍ ເຖິງໄມ້ແປ້ນປູໄວ້ສອງແຄມເຮືອໃຫຍ່ ເພື່ອໄຕ່ໄປມາ. ອີກຄວາມໝາຍນຶ່ງ “ກາບ” ຍັງແມ່ນການນົບ, ການ ໄຫວ້ ຊຶ່ງເປັນຮູບແບບພຶດຕິກໍາທີ່ຄົນສ້າງມາ ເພື່ອທີ່ສະແດງເຖິງຄວາມເຄົາລົບ ຫຼື ໃຫ້ກຽດຕໍ່ບຸກຄົນອື່ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo