ຄໍາວ່າ “ປ້ອງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ປ້ອງ” ມີຄວາມໝາຍແນວໃດ?

ຄໍາວ່າ “ປ້ອງ” ແມ່ນຄໍາທີ່ໃຊ້ເອີ້ນບ່ອນຂໍ້ສອງສ່ວນທີ່ຕໍ່ກັນຂອງໄມ້ປ່ອງ, ແຂນ, ຂາ ແລະ ອື່ນໆ ເຊັ່ນ: ປ້ອງໄມ້ໃຜ່, ປ້ອງໄມ້ຊາງ, ປ້ອງໄມ້ລັນ, ປ້ອງໄມ້ບົງ, ປ້ອງອ້ອຍ, ປ້ອງຕົ້ນເຂົ້າ, ປ້ອງແຂນ, ປ້ອງຂາ, ຄໍເປັນປ້ອງ ເປັນຕົ້ນ. ພ້ອມນັ້ນ, “ປ້ອງ” ຍັງແມ່ນຊື່ຫຍ້າປ້ອງ ຊຶ່ງເປັນຫຍ້າແນວນຶ່ງມັກເກີດ ຕາມໜອງນໍ້າເປັນຂໍ້ຍາວ ແລະ ເປັນປ້ອງເປັນປ້ອງ ຈຶ່ງໄດ້ຊື່ດັ່ງກ່າວ.

ນອກຈາກນີ້, “ປ້ອງ” ຍັງໝາຍເຖິງການຕ້ອນສັດ, ໄລ່ຕ້ອນສັດ ຫຼື ສິ່ງໃດນຶ່ງໃຫ້ໄປຕາມບ່ອນທີ່ຢາກໃຫ້ ໄປ ເຊັ່ນ: ປ້ອງຝຸງງົວ, ປ້ອງຝູງຄວາຍ, ປ້ອງເອົາໄມ້ທ່ອນທີ່ໃຫຼມານໍານໍ້າ ແລະ ອື່ນໆ. “ປ້ອງ” ຍັງແມ່ນ ການປົກປັກຮັກສາ ຫຼື ປົກປ້ອງ, ປ້ອງກັນ ບໍ່ໃຫ້ເກີດສິ່ງຮ້າຍ ແລະ ບໍ່ດີເກີດຂຶ້ນ ດັ່ງ ປ້ອງກັນໄພທາງອາ ກາດ, ປ້ອງກັນປະເທດ, ປ້ອງກັນຊາດປ້ອງກັນຄວາມສະຫງົບ, ປ້ອງມຸ້ງບໍ່ໃຫ້ຍຸງເຂົ້າ ເປັນຕົ້ນ. “ປ້ອງ” ຍັງໝາຍເຖິງການແຕ່ງຕັ້ງອີກດ້ວຍ. “ປ້ອງ” ເວລາໄປບວກກັບຄໍາອື່ນຍັງໃຫ້ຄວາມໝາຍຕ່າງໄປປ້ອງລໍ່ ແມ່ນຮ່ອງນໍ້ານ້ອຍໆທີ່ກົ່ນໄວ້ໃຕ້ຊາຍຄາເພື່ອໃຫ້ນໍ້າໄຫຼ, ຫຍ້າຖອດປ້ອງ ແມ່ນຫຍ້າແນວນຶ່ງໃຊ້ເປັນຢາສະ ໝູນໄພ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າປ້ອງ”.

“ປ້ອງ” (1. ຄໍານາມ). ສ່ວນລະຫວ່າງຂໍ້ທັງສອງຂອງໄມ້ປ່ອງ ຫຼື ອ້ອຍ ເປັນຕົ້ນ, ສ່ວນຢູ່ລະຫວ່າງຂໍ້ (ປ້ອງແຂນ). ຊື່ຫຍ້າແນວນຶ່ງເກີດໃນໜອງນໍ້າເປັນຂໍ້ຍາວ. (2. ຄໍາກິລິຍາ) ໄລ່ໃຫ້ໄປຕາມບ່ອນທີ່ປະສົງ ຫຼື ຢູ່ຕາມບ່ອນມັກ, ລ້ອມ, ລະວັງ, ຮັກສາ, ແຕ່ງຕັ້ງ “ເສນາປ້ອງເທວີທົງແທນ ນາງຢູ່ແຄ້ນ ຫິວໃຫ້ ຮຸ່ງຜົວ”.

ຕົວຢ່າງ:

  • ຕົ້ນໄມ້ໃຜ່ຕົ້ນນຶ່ງມີຫຼາຍປ້ອງ ແລະ ແຕ່ລະປ້ອງ ສາມາດນໍາມາເຮັດໄມ້ຖູ່ໄດ້ຫຼາຍຄູ່.
  • ປະມານ 10 ປີຄືນຫຼັງ, ບືງທາດຫຼວງແມ່ນມຫຍ້າປ້ອງຫຼາຍ ແຕ່ປະຈຸບັນແມ່ນເກືອບບໍ່ເຫັນມີ.
  • ການລ້ຽງແກະຂອງຊາວມົງໂກນແມ່ນປ່ອຍກິນຕາມທົ່ງຫຍ້າແຕ່ເຊົ້າຮອດແລງແລ້ວ ຈິ່ງໄປປ້ອງ ເຂົ້າຄອກເພື່ອບໍ່ໃຫ້ເສຍ.
  • ໃນປ່າສະຫງວນຢູ່ອາຟາລິກາ, ຝຸງຄວາຍປ້ອງເອົາລູກນ້ອຍ ເພື່ອບໍ່ໃຫ້ໂຕສິງຄາບໄປກິນ ດ້ວຍ ການໃຫ້ຄວາຍນ້ອຍຍ່າງຢູ່ກາງຝຸງ.

ສະຫຼຸບ.

ຄໍາວ່າ “ປ້ອງ” ແມ່ນການເອີ້ນສິ່ງທີ່ມີຂໍ້ສອງອັນທີ່ຕໍ່ກັນ ດັ່ງ ໄມ້ປ່ອງ, ອ້ອຍ, ແຂນ, ຂາ ເປັນຕົ້ນ. “ປ້ອງ” ຍັງແມ່ນຊື່ຫຍ້າທີ່ເກີດຢູ່ຕາມໜອງນໍ້າເປັນຂໍ້ຍາວເປັນປ້ອງໆ. ນອກຈາກນີ້, “ປ້ອງ” ຍັງແມ່ນ ການໄລ່ຕ້ອນ ຫຼື ກວາດຕ້ອງຝຸງສັດ, ວັດຖຸສິ່ງຂອງ ຫຼື ສິ່ງອື່ນໆໃຫ້ໄປຕາມບ່ອນທີ່ຕັ້ງໃຈຢາກໃຫ້ໄປ. “ປ້ອງ” ຍັງໝາຍເຖິງການປົກປ້ອງ ຫຼື ປົກປັກຮັກສາບໍ່ໃຫ້ເສຍຫາຍ, ເກີດສິ່ງຮ້າຍ ຫຼື ອັນຕະລາຍ. “ປ້ອງ” ຍັງໝາຍເຖິງການແຕ່ງຕັ້ງອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo