ຄໍາວ່າ “ຖີ່” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຖີ່” ມີຄວາມໝາຍແນວໃດ?

ຄໍາວ່າ “ຖີ່” ໝາຍເຖິງຢູ່ໃກ້ໆກັນ, ແປະກັນ ຫຼື ຢູ່ເກືອບຕິດກັນ ກົງກັນຂ້າມກັບຄໍາວ່າຫ່າງ ດັ່ງ ເກີດລູກ ຖີ່ໆ ໝາຍເຖິງໃຫ້ກໍາເນີດລູກດຸ ຫຼື ເກີດໃກ້ຄຽງກັນ, ຢືນຖີ່ກັນ ແມ່ນຢືນແປະກັນ, ແຂ້ວຫວີຖີ່ໝາຍເຖິງຕິດ ກັນຫຼາຍເວລາສາງຫົວ ຫຼື ຫວີ ຫົວແມ່ນເຮັດໃຫ້ຜົມເປັນລະບຽບດີ. ພ້ອມນັ້ນ,  “ຖີ່” ຍັງແມ່ນການສານ ໄມ້, ຫວາຍ ເພື່ອເຮັດກະ ແຕະ, ຝາເຮືອນ ແລະ ອື່ນໆ ເຊັ່ນ: ສານກະແຕະຖີ່ ແມ່ນສານຕິດໆກັນ, ຫົວ ຖີ່ໆແມ່ນຫົວເລື້ອຍໆ. ສານຍັງມີຖີ່ເກີນໄປ ແມ່ນສານຕິດໂພດ, ສານຖີ່ໂພດ ແມ່ນສານຕິດຫຼາຍ.

ນອກຈາກນີ້, “ຖີ່” ຍັງໝາຍເຖິງການຫຶງຫວງ ຫຼື ຂີ້ໜຽວບໍ່ຢາກເອົາສິ່ງຂອງ, ເງິນ, ຄໍາ ຫຼື ສິ່ງທີ່ຕົນມີ ແບ່ງປັນໃຫ້ຜູ້ອື່ນ ຫຼື ບໍ່ໃຫ້ເລີຍ ເປັນຕົ້ນ ກິນນໍາກັນແລ້ວບໍ່ໃຊ້ຈ່າຍຊ່ວຍກັນ, ບໍ່ຢາກແບ່ງຂອງທີ່ຫາມາ ໄດ້ນໍາກັນໃຫ້ຜູ້ອື່ນ, ບໍ່ບອກສິ່ງທີ່ຕົນມີຄວາມຮູ້ໃຫ້ແກ່ຜູ້ອື່ນ ແລະ ຍັງມີຄໍາເວົ້າຫຼາຍໆຄໍາກ່ຽວກັບ “ຖີ່” ເຊັ່ນ: ຂີ້ຖີ່, ຂີ້ຖີ້ຂີ້ໜຽວ, ຖີ່ກາຍ, ຖີ່ເຫຼືອເກີນ, ຖີ່ສຸດຍອດ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຖີ່”.

“ຖີ່” (1. ຄໍາກິລິຍາວິເສດ) ບໍ່ຫ່າງ, ແປະກັນ, ບໍ່ໃຊ້ຈ່າຍຫຼາຍ. ຫວງ. ຖີ່ຖ້ວນ ແມ່ນເອົາໃຈໃສ່ຄັກແນ່, ບໍຣະບວນ.

ຕົວຢ່າງ:

  • ໃນທຸກໆວັນຈັນ ຈະເຫັນນັກຮຽນມາຢືນຖີ່ໆຕິດກັນເປັນແຖວຍາວ ເພື່ອເຄົາລົບທຸງກ່ອນເຂົ້າຫ້ອງ ຮຽນ.
  • ແມ່ຕູ້ສາເປັນຄົນລວຍ ຢູ່ເຮືອນຫຼັງໃຫຍ່ ແລະ ຂີ້ລົດຫຼຸ ແຕ່ເປັນຄົນຂີ້ຖີ່ທີ່ສຸດ ດັ່ງນັ້ນຈິ່ງເຮັດໃຫ້ ລາວບໍ່ມີໝູ່ເພື່ອນ.

ສະຫຼຸບ.

ຄໍາວ່າ “ຖີ່” ໝາຍເຖິງວັດຖຸສິ່ງຂອງ, ຄົນ ຫຼື ສັດ ແລະ ສິ່ງອື່ນໆ ທີ່ຢູ່ບໍ່ຫ່າງຈາກກັນ ຫຼື ຢູ່ໃກ້ໆກັນ, ຕິດ ກັນ, ແປະກັນ ນັ້ນເອງ. ນອກນັ້ນ, ຍັງໝາຍເຖິງ “ຖີ່” ຍັງໝາຍເຖິງ ຂີ້ຖີ່, ຂີ້ໜຽວ ຫຼື ຫຶງຫວງສິ່ງຂອງ ຫຼື ສິ່ງທີ່ມີ ບໍ່ຢາກແບ່ງປັນໃຫ້ຜູ້ອື່ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo