ຄໍາວ່າ “ຊາ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຊາ” ມີຄວາມໝາຍແນວໃດ?

ຄໍາວ່າ “ຊາ” ມີຫຼາຍຄວາມໝາຍ ຊຶ່ງນຶ່ງໃນນັ້ນໝາຍເຖິງຕົ້ນຊາ ທີ່ຄົນເຮົານໍາເອົາໃບມາຕົ້ມ ຫຼື ແຊ່ໃສ່ນໍ້າ ກິນເອີ້ນ ນໍ້າຊາ ຊາມີຫຼາຍແນວແຕກຕ່າງກັນອອກໄປ, ຄົນເຮົາມັກນິຍົມເອີ້ນຕາມສີ ແລະ ຕາມຖີ່ນກໍາ ເນີດຂອງຊາ ດັ່ງ ຊາຂາວ, ຊາຂຽວ, ຊາດໍາ, ຊາແຕ່ງກິ່ນ, ຊາສະໝູນໄພ ແລະ ອື່ນໆ. ຊາ ມີຫຼາຍຊະ ນິດ ເຊັ່ນ: ຊາໃບມ້ອນ, ຊາອູ່ຫຼົງ, ຊາດອກອັນຊັນ ເປັນຕົ້ນ. ພ້ອມນັ້ນ, “ຊາ” ຍັງໝາຍເຖິງ ກັນຊາ ໃບນ້ອຍໃຊ້ໃບຊອຍສູບ ຫຼື ໃສ່ຕົ້ມໄກ່ ເປັນພຶດນອນໃນຢາເສບຕິດ ເພາະເຮັດໃຫ້ມືນເມົາເມົາ ແຕ່ກໍສາມາດ ນໍາມາສະກັດຢາທາງການແພດ ເພື່ອຮັກສາຄົນໄດ້ເຊັ່ນກັນ.

ນອກຈາກນີ້, “ຊາ” ຍັງແມ່ນຕໍາແໜ່ງເອີ້ນຢ່າງນຶ່ງຂອງຄູບາອາຈານໃນສາດສະໜາພຸດ ທີ່ມີສະມະນະສັກຖ້ານທີ່ 2 ຕໍ່ຈາກຖ້ານສໍາເດັດ ເອີ້ນ ເຈົ້າຕົວຊາ. ຄໍາວ່າ “ຊາ” ຍັງໝາຍເຖິງບໍ່ກ້ຽງ ແລະ ບໍ່ມື່ນ ເຊັ່ນ: ເປືອກໝາກກ້ຽງຊາໆເປັນຕຸ່ມນ້ອຍໆ, ກ້ອນຫິນຊາສາມາດໃຊ້ເປັນຫິນລັບມິດລັບພ້າໄດ້. “ຊາ” ຍັງແມ່ນ ອາການມືນຂອງຮ່າງກາຍ ຫຼື ຜິວໜັງເຮັດໃຫ້ບໍ່ຮູ້ສຶກ ດັ່ງ ຂາຊາເຮັດໃຫ້ຍ່າງບໍ່ໄດ້, ໜ້າຊາເຮັດໃຫ້ບໍ່ຮູ້ສຶກ ຍ້ອນໜາວຫຼາຍ ເປັນຕົ້ນ. “ຊາ” ຍັງໝາຍເຖິງຄໍາລືຊາ ຫຼື ໂດ່ງດັງ. ອີກຄວາມໝາຍນຶ່ງ “ຊາ” ຍັງແມ່ນ ຄວາມເອົາໃຈໃສ່ວ່າກ່າວບອກສອນ ດັ່ງ ເອົາຫົວໃສ່ໃຈຊາ, ຢ່າຖືຄົນບ້າ ຢ່າຊາຄົນເມົາ, ຢ່າຫົວຊາມັນເລີຍ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຊາ”.

“ຊາ” (1. ຄໍານາມ). (ກ) ໄມ້ພຸ່ມຈໍາພວກໃບນ້ອຍ ມີ 2 ແນວ ຄື: ແນວນຶ່ງໃຊ້ໃບຕົ້ມແຊ່ ແລະ ກິນນໍ້າທີ່ ຕົ້ມນັ້ນ, (ຂ) ແນວນຶ່ງໃບນ້ອຍໃຊ້ໃບຊອຍສູບ ມີລົດເມົາ (ກັນຊາກໍວ່າ). ຕໍາແໜ່ງສະມະນະສັກຖ້ານທີ່ 2 ຕໍ່ຈາກຖ້ານສໍາເດັດ ຮຽກວ່າ ເຈົ້າຕົວຊາ (ຄໍານີ້ເຫັນວ່າຕັດມາຈາກຄໍາວ່າອຸປະຊາ ເພາະພິກຂຸດົນຄວນໄດ້ ຮັບຫົດເປັນເຈົ້າຫົວຊານັ້ນຕ້ອງມີວັດສາໄດ້ 10 ພໍເປັນອຸປະຊາໄດ້ແລ້ວ). (2. ຄໍາກິລິຍາວິເສດ) ບໍ່ກ້ຽງ, ບໍ່ມື່ນ, ແຂ້ງ, ກ້າ (ຫິນຊາ). ມືນເຊັຍ, ອາການມືນເຊັຍໃນຮ່າງກາຍ. ດີ, ເກັ່ງ (ລືຊາ). (3. ຄໍາກິລິຍາ) ເອົາໃຈໃສ່, ວ່າກ່າວບອກສອນ (ຢ່າຊາຄົນບ້າ ຢ່າທ້າຄົນເມົາ, ຢ່າຫົວຊາເລີຍ).

ຕົວຢ່າງ:

  • ຊາອູ່ຫຼົງ ເປັນຊາຈີນທີ່ມີລົດຊາດດີ ແລະ ກີ່ນຫອມ ຈິ່ງເປັນທີ່ນິຍົມຂອງຄົນທົ່ວໄປ ໂດຍສະ ເພາະໃນປະເທດຈີນ.
  • ການປູກຊາ ຫຼື ກັນຊາ ແລະ ມີໄວ້ຄອບຄອງແມ່ນຜິດກົດໝາຍ ເພາະຖືວ່າເປັນຢາເສບຕິດປະ ເພດນຶ່ງ.
  • ພື້ນເຮືອນມີຂີ້ຝຸ່ນເຮັດໃຫ້ຍ່າງຊາຕີນ ໃຫ້ເຈົ້າເອົາຟອຍມາປັດໃຫ້ມັນກ້ຽງເພື່ອບໍ່ໃຫ້ຊາຕີນເດີ.
  • ທ່ານໝໍປົວແຂ້ວສັກຢາຊາ ຫຼື ຢາມືນໃສ່ເຫືອກຄົນໄຂ້ກ່ອນທໍາການປົວແຂ້ວໃຫ້ຄົນໃຂ້.
  • ຍ້ອນລາວເປັນຄົນເກັ່ງ ແລະ ໃຈກວ້າງ ຈຶ່ງເຮັດໃຫ້ມີຊື່ສຽງລືຊາ ເຖິງຄົນຈະເຮັດຜິດຕໍ່ລາວ ແຕ່ລາວກໍບໍ່ຊາ ແລະ ພະຍາຍາມອະທິບາຍໃຫ້ເຂົາເຈົ້າເຂົ້າໃຈດ້ວຍເຫດຜົນ.

ສະຫຼຸບ.

ຄໍາວ່າ “ຊາ” ມີຫຼາຍຄວາມໝາຍຄື: ໝາຍເຖິງຕົ້ນຊາ ທີ່ຄົນເຮົານໍາເອົາໃບມາຕົ້ມ ຫຼື ແຊ່ໃສ່ນໍ້າກິນ ເອີ້ນ ນໍ້າຊາ, “ຊາ” ຍັງໝາຍເຖິງ ກັນຊາ ຊຶ່ງເປັນຍາເສບຕິດປະເພດນຶ່ງ ເວລາສູບ ຫຼື ນໍາມາໃສ່ຕົ້ມໄກ່ເຮັດໃຫ້ ມືນເມົາເມົາ ໃນທາງການແພດສາມາດນໍາມາສະກັດເປັນຢາໄດ້. “ຊາ” ຍັງແມ່ນຕໍາແໜ່ງສະມະນະສັກຖ້ານທີ່ 2 ຕໍ່ຈາກຖ້ານສໍາເດັດ ເອີ້ນ ເຈົ້າຕົວຊາ ທາງສາດສະໜາພຸດ. “ຊາ” ຍັງແມ່ນບໍ່ກ້ຽງ ແລະ ບໍ່ມື່ນ ແລະ “ຊາ” ຍັງແມ່ນອາການມືນຂອງຮ່າງກາຍ ຫຼື ຜິວໜັງ. “ຊາ” ຍັງໝາຍເຖິງໂດ່ງດັງ ຫຼື ເກັ່ງ. “ຊາ” ຍັງແມ່ນເອົາໃຈໃສ່ວ່າກ່າວບອກສອນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo