ຄໍາວ່າ “ປົກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ປົກ” ມີຄວາມໝາຍແນວໃດ?

ຄໍາວ່າ “ປົກ” ແມ່ນຊື່ຂອງປາມີເກັດຊະນິດໜຶ່ງ ໂຕຄືປາຂາວ ແຕ່ໂຕນ້ອຍ ເອີ້ນ ປາປົກ, ປາດັ່ງກ່າວສາມາດນໍາໄປເຮັດອາຫານໄດ້ຫຼາກຫຼາຍແນວ ເຊັ່ນ ສາມາດນໍາມາປີ້ງກິນ, ເອາະກິນ, ແກງກິນ, ໝົກກິນ, ເຮັດສົ້ມ, ເຮັດປາແຫ້ງ. ປາປົກອາໃສຢູ່ຕາມໜອງ, ທົ່ງນາ, ຫ້ວຍ ເປັນຕົ້ນ. “ປົກ” ຍັງໃຊ້ເອີ້ນ ເວລາເຮົາເອົາຟົດໄມ້ (ໃບໄມ້ງ່າໄມ້ຕ່າງໆ) ລົງໃສ່ວັງນໍ້າ, ໜອງນໍ້າ ເພື່ອໃຫ້ປາເຂົ້າຊົ້ນເຂົ້າຢູ່ ແລະ ເອົາມອງມາອ້ອມ ເພື່ອຈັບປາ ຫຼື ດໍາຈັບກໍໄດ້ ຊຶ່ງເປັນວິທີຫາປາແບບພື້ນບ້ານ ເອີ້ນ ປົກປາ.

ນອກຈາກນີ້, “ປົກ” ຍັງໃຊ້ເອີ້ນການປົກຄຸມ, ປິດໄວ້, ຫຸ້ມຫໍ່ຢ່າງອື່ນ ຫຼື ພືອອກຄຸມໄວ້ຂ້າງເທິງ ເພື່ອວັດຖຸປະສົງຕ່າງໆ ເຊັ່ນ: ປົກເພື່ອຄຸ້ມຮັກສາ, ປົກເພື່ອປ້ອງໃຫ້ປອດໄພ, ປົກເພື່ອເຊື່ອງມ້ຽນ ຫຼື ອໍາພາງ ເປັນ ຕົ້ນ ປົກກອງໄມ້, ປົກລົດ, ປົກຝາໝໍ້າ, ປົກບໍ່ນໍ້າ, ປົກແກັດເຈ້ຍ, ປົກອາຫານ ແລະ ອື່ນໆ. ປົກສາມາດປົກດ້ວຍຜ້າ, ເຈ້ຍ, ໃບຕອງ, ໃບໄມ້ ຫຼື ຢ່່າງໃດຢ່າງນຶ່ງ ຄໍາວ່າ “ປົກ” ກົງກັນຂ້າມກັບ ຄໍາວ່າ “ພືອອກ, ເປີດໄວ້”. ແຕ່ຖ້າເປັນເຈ້ຍໃບທໍາອິດຂອງປື້ມ, ວ່າລະສານຕ່າງໆເຮົາ ເອີ້ນ ໜ້າປົກ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າປົກ”.

“ປົກ” (1. ຄໍານາມ) ຊື່ປາມີເກັດແນວໜຶ່ງ ໂຕຄືປາຂາວ ຮຽກ ປາປົກ, ຮຽກໄມ້ທີ່ຄົນກອງໄວ້ໃນນໍ້າເພື່ອ ໃຫ້ປາເຂົ້າຊົ້ນ ວ່າປົກ. ເຈ້ຍ ຜ້າ ຫຼື ໜັງທີ່ຫຸ້ມຫໍ່ພາຍນອກປື້ມ ຮຽກ ປົກປື້ມ ປົກໜັງສື ໜ້າປົກ ກໍວ່າ.

(2. ຄໍາກິລິຍາ) ພືອອກຄຸມໄວ້ຂ້າງເທິງ, ຄຸ້ມຮັກສາ, ປ້ອງກັນ ດັ່ງວ່າ “ເຂົາກໍ່ໂຈມແຈ່ມເຈົ້າ ສົງໂສດຄັນທາ ແພຄໍາປົກຜອກ ພາຍໂພງເປົ້າ” (ສິນ).

ຕົວຢ່າງ:

  • ໃນຄະນະທີ່ໄຖນາຢູ່ນັ້ນ ໄດ້ມີເດັກນ້ອຍມາເກັບປາປົກທີ່ເມົາຂີ້ຕົມຟູຢູ່ໜ້ານໍ້າ ເພື່ອນໍາໄປເຮັດອາຫານກິນ.
  • ມື້ວານລົງຕຸກປາຢູ່ວັງນໍ້າ ຈຸດທີ່ພໍ່ໄດ້ປົກຟົດໄມ້ໄວ້ ເພື່ອໃຫ້ປາເຂົ້າມາຊົ້ນ ປະກົດວ່າສາມາດຈັບ ປາໄດ້ເກືອບເຕັມຄຸໃຫຍ່.
  • ເຈົ້າໜ້າທີ່ຕໍ່າຫຼວດກວດລົດບັນທຸກ ທີປົກໄວ້ຢ່າງແໜ້າໜາ ເພື່ອກວດວ່າມີສິນຄ້າຜິດກົດໝາຍ ຖືກປົກເພື່ອເຊື່ອງມ້ຽນມານໍາບໍ່.

ສະຫຼຸບ.

ຄໍາວ່າ “ປົກ” ແມ່ນຊື່ປາປົກ ຊຶ່ງເປັນປາມີເກັດແນວໜຶ່ງ ໂຕຄືປາຂາວ ແຕ່ໂຕນ້ອຍ ສາມາດນໍາໄປເຮັດອາຫານ ແລະ ກິນໄດ້. “ປົກ” ເອີ້ນເວລາເຮົາເອົາຟົດໄມ້ລົງໃສ່ໜອງ, ແມ່ນໍ້າ ເພື່ອໃຫ້ປາເຂົ້າຊົ້ນ ເພື່ອ ຈະຈັບມັນ. ນອກຈາກນີ້, “ປົກ” ແມ່ນການປົກຄຸມ, ປິດໄວ້, ຫຸ້ມຫໍ່ ຫຼື ພືອອກຄຸມດ້ວຍຢ່າງໃດຢ່າງນຶ່ງ ເພື່ອຮັກສາ, ເຊື່ອງໄວ້ ເປັນຕົ້ນ. ຄໍາວ່າ “ປົກ” ກົງກັນຂ້າມກັບ ຄໍາວ່າ “ພືອອກ, ເປີດໄວ້”.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo