ຄໍາວ່າ “ໝຶກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ໝຶກ” ມີຄວາມໝາຍແນວໃດ?

ຄໍາວ່າ “ໝຶກ” ໝາຍເຖິງນໍ້າສື ທີ່ມະນຸດເຮົາປະດິດຂຶ້ນມາ ເພື່ອໃຊ້ຂຽນໜັງສື ຫຼື ໃຊ້ແຕ້ມ ນອກຈາກ ສໍ. ໝຶກ ຖຶຶກນໍາໃຊ້ມາແຕ່ບູຮານໂດຍສະເພາະແມ່ນໃຊ້ຫຼາຍໃນປະເທດຈີນ ແລະ ແຜ່ອອກໄປຍັງສ່ວນອື່ນໆ ຂອງໂລກ. ໝຶກ ສ່ວນໃຫຍ່ເປັນສີດໍາ (ແຕ່ຍຸກປະຈຸບັນ ມີການປະດິດສີອື່ນ ເປັນຕົ້ນ ສີແດງ). ໝຶກຖືກ ນໍາໃຊ້ຢ່າງກວ້າງຂວາງໃນເມື່ອກ່ອນ ເພາະບໍ່ທັນມີການປະດິດບິກ ຊຶ່ງເປັນທີ່ນິຍົມກັນໃຊ້ໃນປະຈຸບັນ ເພາະສະດວກກວ່າ ຮັກສາງ່າຍກວ່າ ແລະ ມີທາງເລືອກຫຼາຍກວ່າ.

ນອກຈາກນີ້, “ໝຶກ” ຍັງໝາຍເຖິງໂຕປາໝຶກ ຊຶ່ງເປັນສັດທະເລພວກໜຶ່ງ ເພາະມັນມີຖົງນໍ້າໝຶກສີດໍາ ແລະ ໃຊ້ພົ່ນອອກ ຫຼື ເປົ່າອອກ ເວລາມີເຫດຮ້າຍກັບມັນ ເພື່ອປ້ອງກັນຕົນເອງ ຈາກສັດຕູ. ໝຶກມີຫຼາຍ ແນວ, ໜ້ອຍໃຫຍ່ແຕກຕ່າງກັນໄປ ເຊັ່ນ: ໝຶກກ້ວຍ, ໝຶກກະດອງ, ໝຶກຍັກ ແລະ ອື່ນໆ. ໝຶກສ່ວນໃຫຍ່ສາມາດນໍາມາບໍລິໂພກໄດ້ ອາດຈະກິນດີບ, ລວກ, ຢ້າງແຫ້ງ ແລະ ແປຮູບໃນຮູບແບບຕ່າງໆ ຊຶ່ງເປັນທີ່ ນິຍົມຂອງຄົນເຮົາດີ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າໝຶກ”.

“ໝຶກ” (1. ຄໍານາມ) ນໍ້າສີສໍາລັບໃຊ້ຂຽນໜັງສື. ຊື່ປາທະເລພວກໜຶ່ງ ມີຖົງນໍ້າສີດໍາສໍາບເປົ່າອອກປ້ອງກັນໂຕ ເອີ້ນ ປາໝຶກ, (2. ຄໍາກິລິຍາວິເສດ) ດໍາ, ສີດໍາ.

ຕົວຢ່າງ:

  • ປະລາມາຈານຂອງຈີນ ສາທິດສິນລະປະການນໍາໃຊ້ໝຶກ ເພື່ອແຕ້ມຮູບພາບພູຜາ ອອກມາສວຍງາມຈັບໃຈ ແລະ ໃຊ້ໝຶກ ເພື່ອຈໍາກາປະທັບ ແລະ ໃຊ້ໝຶກເຊັນຊື່ໄວ້ ກ່ອນຈໍາໜ່າຍອອກ.
  • ແມ່ຄ້າ ເອົາປາໝືກແຫ້ງມາຢ້າງ ເຮັດໃຫ້ມີກີ່ນຫອມກຸ້ມທົ່ວບໍລິເວນດັ່ງກ່າວ ກ່ອນຈະເອົາມາອີ້ວ ໃຫ້ເປັນເສັ້ນນ້ອຍໆ ໂຮຍແຈ່ວໃສ່ໜ້າ ແລະ ສົ່ງໃຫ້ລູກຄ້າ.

ສະຫຼຸບ.

ຄໍາວ່າ “ໝຶກ” ແມ່ນນໍ້າໝຶກ ຊຶ່ງເປັນນໍ້າສື ທີ່ຄົນເຮົານໍາມາໃຊ້ຂຽນໜັງສື, ແຕ້ມຮູບວາດຮູບຕ່າງໆ ແຕ່ບໍ່ແມ່ນ ສໍ, ພົບວ່ານໍາໃຊ້ໃນປະເທດຈີນມາແຕ່ບູຮານກ່ອນຈະແຜ່ໄປທົ່ວໂລກ ກ່ອນຈະຫັນມາໃຊ້ບິກເປັນສ່ວນໃຫຍ່ດັ່ງ ເຫັນໃນປະຈຸບັນ. ນອກຈາກນີ້, “ໝຶກ” ແມ່ນໂຕປາໝຶກ ຢູ່ທະເລ ມີຫຼາຍແນວ ມັນມີຖົງນໍ້າໝຶກສີດໍາ ແລະ ພົ່ນອອກເວລາມີສັດຕູ ເພື່ອປ້ອງກັນຕົນເອງ ຊຶ່ງເປັນທີ່ມາຂອງຊື່ປາໝຶກ. ໝຶກມີຫຼາຍ ແນວ, ສ່ວນໃຫຍ່ສາມາດນໍາມາກິນໄດ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo