ຄໍາວ່າ “ປູກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ປູກ” ມີຄວາມໝາຍແນວໃດ?

ຄໍາວ່າ “ປູກ” ໝາຍເຖິງການປູກຝັງ ຊຶ່ງແມ່ນຂະແໜງການກະສິກໍາ ຄູ່ກັບການລ້ຽງສັດ ແລະ ມັກໄດ້ຍິນ ເລື້ອຍໆວ່າ “ປູກຝັງລ້ຽງສັດ”, ປູກແມ່ນການເອົາແກ່ນໄມ້, ແກ່ນພືດພັນທັນຍະຫານຝັງລົງດິນ ແລະ ບົວ ລະບັດ ເພື່ອໃຫ້ໄດ້ຜົນທີ່ດີ. ໃນຫຼາຍກໍລະນີແມ່ນເອົາກ້າ, ເບ້ຍ ຊຶ່ງໄດ້ຈາກການເພາະເມັດ, ຕອນກິ່ງ ຫຼື ຢ່າງອື່ນ ທີ່ໄດ້ກະກຽມໄວ້ໄປຝັງລົງດິນ ຫຼື ປັກລົງດິນ ແລະ ບົວລະບັດໃຫ້ອອກໝາກອອກຜົນ ນັ້ນເອງ.

ນອກຈາກນີ້, “ປູກ” ຍັງໝາຍເຖິງການປູກຝັງນິດໃສໃຫ້ຄົນ ຊຶ່ງເປັນການແຕ່ງ, ການແປງ, ການປັ້ນ ຫຼື ຝຶກຝົນໃຫ້ຄົນຜູ້ອື່ນ ດ້ວຍຄວາມຕັ້ງໃຈເພື່ອຢາກໃຫ້ໄດ້ຕາມທີ່ຕົນຄິດ ເຊັ່ນ: ພໍ່ແມ່, ພີ່ນ້ອງ, ຄູບາອາຈານ ຫຼື ຜູ້ອາວຸໂສ ປູຝັງໃຫ້ລູກ, ລູກສິດ, ຄົນທີ່ເປັນຜູ້ສືບທອດ ເພື່ອໃຫ້ມີຄວາມຮູ້ຄວາມສາມາດ, ເປັນຄົນດີຂອງສັງຄົມ. ແຕ່ກໍມີຈໍານວນນຶ່ງທີ່ປູກຝັງໃຫ້ມີການກຽດຊັງກັນ ຫຼື ປູກຝັງໃຫ້ເປັນຄົນຮ້າຍ, ໂຈນ ເພື່ອຜົນປະໂຫຍດຂອງຜູ້ປູກຝັງ ນັ້ນເອງ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າປູກ”.

“ປູກ” (1. ຄໍາກິລິຍາ) ການເອົາພັນໄມ້ຕ່າງໆ ຝັງລົງດິນ ເພື່ອໃຫ້ເປັນຕົ້ນ ເປັນໝາກ, ແຕ່ງ, ແປງ, ຕັ້ງ.

ຕົວຢ່າງ:

  • ຊາວນາປູກເຂົ້າດ້ວຍຕົ້ນກ້າ ຊຶ່ງກ່ອນຈະອອກມາເປັນກ້ານັ້ນແມ່ນຜ່ານຫຼາຍຂັ້ນຕອນ ເລີ່ມຈາກຄັດເມັດເຂົ້າ, ກະກຽມດິນ ເປັນຕົ້ນ.
  • ຂ້ອຍປູກໝາກມ່ວງມາໄດ້ 3 ປີພໍດີ ຈຶ່ງອອກໝາກ ແລະ ໄດ້ຊີມລົດຊາດແນວພັນທີ່ນໍາມາປູກວ່າເປັນແນວໃດ.
  • ພໍ່ແມ່ທ້າວ ສາ ປູກຝັງລູກເຂົາເຈົ້າເປັນນັກອອກແບບ ດ້ວຍການສອນໃຫ້ແຕ້ມຮູບ, ແຕ້ມແບບຕັ້ງແຕ່ນ້ອຍໆ.

ສະຫຼຸບ.

ຄໍາວ່າ “ປູກ” ແມ່ນການປູກຝັງ ແຕ່ບໍ່ແມ່ນລ້ຽງສັດ. ປູກມີຫຼາຍວິທີ່ ເປັນຕົ້ນແມ່ນການເອົາແກ່ນໄມ້, ແກ່ນພືດ, ເອົາກ້າໄມ້, ເບ້ຍໄມ້ ຫຼື ພືດ ໄປຝັງ, ຊໍາລົງດິນ ຫຼື ປັກລົງດິນ ແລ້ວບົວລະບັດໃຫ້ໄດ້ຮັບຜົນ ຫຼື ອອກໝາກອອກຜົນ. ນອກຈາກນີ້, “ປູກ” ແມ່ນການປູກຝັງນິດໃສໃຫ້ຄົນ ຊຶ່ງເປັນການແຕ່ງ, ການແປງ, ການປັ້ນ ຫຼື ຝຶກຝົນໃຫ້ ເປັນຄົນດີ ຫຼື ເປັນຢ່າງອື່ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo