ຄໍາວ່າ “ປູ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ປູ” ມີຄວາມໝາຍແນວໃດ?

ຄໍາວ່າ “ປູ” ໝາຍເຖິງສັດມີອອງ ຫຼື ກະດອງແນວນຶ່ງ ມີ 8 ຂາ (ຕີນ) ຊຶ່ງເປັນຂໍ້ ເພື່ອໃຫ້ສາມາດເຄື່ອນ ຍ້າຍໄປມາໄດ້ທັງຢູ່ບົກ, ຂີ້ຕົມ, ນໍ້າ ແລະ ມີ ກ້າມ ຫຼື ງ່າມສອງງ່າມ (ຄີມປູ ກໍວ່າ) ງ່າມນຶ່ງຈະໃຫຍ່ ແລະ ງ່າມນຶ່ງຈະນ້ອຍກວ່າ ໃຊ້ໜີບຄູ່ຕໍ່ສູ້ ຫຼື ສັດຕູເວລາເກີດອັນຕະລາຍ ແລະ ໃຊ້ຈັບອາຫານໃສ່ປາກ ອີກດ້ວຍ. ປູ ແບ່ງເປັນຫຼາຍແນວແຕກຕ່າງກັນໄປ ເພາະການຢູ່ອາໃສແຕກຕ່າງກັນເຊັ່ນ: ປູນາ, ປູຫ້ວຍ, ປູທະເລ. ປູສາມາດນໍາມາເຮັດອາຫານໄດ້ຫຼາຍຢ່າງ ເຊັ່ນ: ເອາະປູ, ແກງປູ, ດອງປູ, ນໍ້າປູ ແລະ ອື່ນໆ.

ນອກຈາກນີ້, “ປູ” ຍັງໝາຍເຖິງການເອົາແພ, ສາດ ຫຼື ແນວທີ່ເປັນແຜ່ນແພວາງຢຽດລົງພື້ນ ເພື່ອວັດຖຸປະສົງຢ່າງໃດຢ່າງນຶ່ງ ເຊັ່ນ: ປູສາດໃສ່ກາງພື້ນເຮືອນ, ປູບ່ອນນອນ (ປູຕຽງນອນ, ປູເສື່ອ ກໍວ່າ), ປູໂຕະ, ປູພາເຂົ້າ. ແຕ່ຖ້າປູພື້ນເຮືອນແມ່ນການເຮັດພື້ນເຮືອນ ດັ່ງ ປູພື້ນເຮືອນດ້ວຍກາໂລ, ປູພື້ນເຮືອນດ້ວຍ ໄມ້ແປ້ນ, ປູພື້ນເຮືອນດ້ວຍຊີມັງ ເປັນຕົ້ນ. ຄໍາວ່າ “ປູ” ກົງກັນຂ້າມກັບ ຄໍາວ່າ “ກໍ້ມ້ຽນ, ພັນມ້ຽນ”.

SA Game
DooDiDo

ປູບ່ອນນອນ (ປູເສື່ອ ກໍວ່າ), ປະສາດ, ປະໂຕະ, ປູແປ້ນ, ປູພື້ນເຮືອນ

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າປູ”.

“ປູ” (1. ຄໍານາມ). ສັດແນວນຶ່ງມີອອງ ຫຼື ກະດອງ ແລະ ມີກ້າມສອງກ້າມ ຫຼື ງ່າມສອງງ່າມ ມີຕີນ 8 ຕີນ. (2. ຄໍາກິລິຍາ) ເອົາຂອງເປັນແຜ່ນ ຫຼື ເປັນຜືນວາງຢຽດແຜ່ລົງກັບພື້ນ ດັ່ງ ປູສາດ.

ຕົວຢ່າງ:

  • ເອາະປູ ຫຼື ໂຕປູ ບໍ່ວ່າຊິແມ່ນປູຫ້ວຍ, ປູນາ ຫຼື ປູທະເລ ກໍແຊບຄືກັນ ໂດຍສະເພາະເອາະໃສ່ຜັກ ຫອມເປ (ຫອມປ້ອມ), ຫອມປ້ອມ.
  • ປູໝາກພ້າວ ເປັນປູທີ່ໃຫຍ່ທີ່ສຸດໃນໂລກໃນບັນດາປູທົ່ວໂລກອາໃສຢູ່ບົກມີນໍ້າໜັກຮອດ 17 ກິໂລ ກະລາມ ແລະ ມີລໍາໂຕຍາວຮອດ 40 ຊັງຕີແມັດ, ອາຍຸຍືນກວ່າ 60 ປີ, ສາມາດ ປີນຕົ້ນພ້າວ ແລະ ໃຊ້ຄີມເຈາະໝາກພ້າວກິນເປັນອາຫານ.
  • ພະນັກງານແມ່ບ້ານຢູ່ໂຮງແຮມພາກັນປູບ່ອນນອນ ແລະ ມ້ຽນມັດເຄື່ອງຂອງຕ່າງໆ ເພື່ອລໍໄວ້ຮັບແຂກທີ່ເຂົ້າມາໃຊ້ບໍລິການ.
  • ຕອນບ່າຍວານນີ້ ພາຍຫຼັງທີ່ກ່ຽວເຂົ້າຢູ່ທົ່ງນາແລ້ວ ໄດ້ພາກັນຂຶ້ນມາເອົາສາດປູ ເພື່ອນັ່ງກິນເຂົ້າ ແລະ ນອນພັກ.

ສະຫຼຸບ.

ຄໍາວ່າ “ປູ” ແມ່ໂຕປູ ຊຶ່ງເປັນສັດມີດອງ ຫຼື ອອງແນວນຶ່ງ ມີກ້າມສອງກ້າມ (ຄີມ), ມີຕີນ 8 ຕີນ ສາມາດ ນໍາມາກິນໄດ້ ບາງແນວຢູ່ທົ່ງໄຮ່ທົ່ງນາ, ບາງແນວຢູ່ຫ້ວຍ, ບາງແນວຢູ່ແຄມທະເລ. “ປູ” ຍັງແມ່ນການ ວາງສິ່ງຂອງທີ່ເປັນແຜ່ນແນວໃດແນວນຶ່ງວາງຢຽດແຜ່ລົງກັບພື້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo