ຄໍາວ່າ “ປານ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ປານ” ມີຄວາມໝາຍແນວໃດ?

ຄໍາວ່າ “ປານ” ໝາຍເຖິງສີທີ່ເກີດຢູ່ໜັງຂອງມະນຸດ ເປັນຈຸດໆ ຫຼື ເປັນແຜ່ນຕາມໜັງປົກກະຕິ ຊຶ່ງແບ່ງອອກເປັນສອງຢ່າງ ຄື ຢ່າງທີ່ໜຶ່ງ ເອີ້ນ ປານດໍາ (ໜັງທີ່ມີສີີເປັນສີດໍາ) ແລະ ຢ່າງທີສອງ ເອີ້ນ ປານແດງ (ໜັງທີ່ມີສີເປັນສີແດງ). ປານ ເປັນຮອຍແດງ ຫຼື ດໍາ ຕັ້ງແຕ່ເກີດມາ ໂດຍປານຂອງແຕ່ລະຄົນ ແຕ່ລະຈຸດ ທີ່ເກີດ ອາດມີຂະໜາດນ້ອຍໃຫຍ່ຕ່າງກັນ ແລະ ບາງກໍລະນີເກີດເປັນປານເກືອບໝົດຕົນໂຕ ກໍມີ, ຫຼາຍ ຄົນຍັງຖືກຕັ້ງຊື່ ປານ ຕາມປານທີ່ມີ ອີກດ້ວຍ.

ນອກຈາກນີ້, “ປານ” ຍັງໝາຍເຖິງໄມ້ແບບສໍາລັບແທກໃນການສານແຫສານມອງ ຊຶ່ງເປັນເຄື່ອງມືພື້ນບ້ານ ຫຼື ເປັນພູມປັນຍາທ້ອງຖີ່ນ ເພື່ອໃຫ້ຕາມອງຕາແຫສະເໝີກັນ ເອີ້ນ ປານ. “ປານ” ຍັງໃຊ້ເອີ້ນເຄື່ອງດື່ມ ດັ່ງ ນໍ້າດື່ມ, ນໍ້າເຫຼົ້າ ແລະ ໃຊ້ ເອີ້ນ ໝໍ້ກາ ອີກດ້ວຍ. ອີກຄວາມ ໝາຍໜຶ່ງ “ປານ”  ໝາຍເຖິງ ທໍ່ກັນ, ສະເໝີກັນ, ພຽງກັນ ເປັນຕົ້ນ ໃຫຍ່ປານນີ້, ເຫິງປານໃດ, ໄກປານໃດ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າປານ”.

“ປານ” (1. ຄໍານາມ) ສີໜັງທີ່ເປັນຮອຍແດງ ຫຼື ດໍາຢູ່ຕາມຮ່າງກາຍຕັ້ງແຕ່ເກີດມາ. ໄມ້ແບບສໍາລັບສານ ເຄື່ອງມືຫາປາຈໍາພວກແຫ, ມອງເປັນຕົ້ນ ເປັນໄມ້ແບບສໍາລັບສານແຫ ຫຼື ມອງສະເໜີກັນ. ນໍ້າດື່ມ, ນໍ້າເຫຼົ້າ, ໝໍ້ກາ. (2. ຄໍາກິລິຍາວິເສດ) ທໍ່, ສະເໝີ, ພຽງ ເຊັ່ນ ໃຫຍ່ປານນີ້, ເຫິງປານໃດ, ໄກປານໃດ.

ຕົວຢ່າງ:

  • ນາງ ປານ ແມ່ນຊື່ເອີ້ນຂອງເດັກຍິງຄົນໜຶ່ງ ເນື່ອງຈາກວ່າລາວເກີດມາແລ້ວມີປານຢູ່ເຄີ່ງໂຕຂອງລາວ ນັ້ນເອງ.
  • ພໍ່ຕູ້ສາ ຮ້ອງບອກຫຼາຍຊາຍເອົາປານທີ່ວາງໄວ້ຫົວຂັ້ນໃດໃຫ້ແດ່ ເພາະລາວຈະສານແຫ ແລະ ຂີ້ຄ້ານຂຶ້ນເຮືອນໄປເອົາ.
  • ແມ່ເຖົ້າທ້ວງຫຼາຍຊາຍດ້ວຍຄວາມດີໃຈ ແລະ ປິຕິຊົມຊື່ນວ່າ “ໂອ້ ບໍ່ເຫັນດົນສີ່ຫ້າປີ ຫຼານໃຫຍ່ສູງປານນີ້ລະນໍ”.

ສະຫຼຸບ.

ຄໍາວ່າ “ປານ” ແມ່ນສີໜັງຂອງຄົນທີ່ເກີດເປັນຈຸດໆ ຊຶ່ງອາດຈະມີຂະໜາດນ້ອຍໃຫຍ່ແຕກຕ່າງກັນໄປ ໂດຍລວມມີ 2 ສີຄື: ປານດໍາ (ປານທີ່ີເປັນສີດໍາ) ແລະ ປານແດງ (ປານທີ່ເປັນສີແດງ). ນອກຈາກນີ້, “ປານ” ຍັງແມ່ນສິ່ງປະດິດພື້ນບ້ານຢ່າງໜຶ່ງທີ່ເຮັດຈາກໄມ້ ເພື່ອເປັນແບບສໍາລັບແທກສານແຫສານມອງ ໃຫ້ຕາມັນສະເໝີກັນ. “ປານ” ແມ່ນນໍ້າດື່ມ, ນໍ້າເຫຼົ້າ ແລະ ໃຊ້ ເອີ້ນ ໝໍ້ກາ ນໍາອີກ. “ປານ” ຍັງແມ່ນສະ ເໝີກັນ, ເທົ່າກັນ, ພຽງກັນ ອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo