ຄໍາວ່າ “ປິດ” ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ປິດ” ມີຄວາມໝາຍແນວໃດ?

​ຄໍາວ່າ “ປິດ” ແມ່ນໝາຍເຖິງການບິດເອົາ, ດຶງເອົາ ຫຼື ເດັດເອົາໝາກໄມ້ ຫຼື ໃບໄມ້ໃຫ້ຂາດຈາກຂວັ້ນ ຫຼື ເຄືອ ເຊັ່ນ: ປິດໝາກເຂືອ (ເດັດໝາກເຂືອ), ປິດໝາກເຜັດ (ເດັດໝາກເຜັດ), ປິດໝາກຖົ່ວ (ເດັດໝາກຖົ່ວ), ປິດໝາກມ່ວງ, ປິດດອກໄມ້ (ເດັດດອກໄມ້).

ນອກຈາກນັ້ນ, ຍັງໝາຍເຖິງການອັດ ຫຼື ປິດ ເຊັ່ນ: ປິດປະຕູ (ອັດປະຕູ), ປິດກ້ອງ (ມອດກ້ອງຖ່າຍ), ປິດຂ່າວ (ບໍ່ເປີດເຜີຍຂ່າວ), ປິດໄຟຟ້າ (ມອດໄຟຟ້າ), ປິດສໍານວນຄະດີ, ປິດສາກ (ຈົບ ຫຼື ອາວະສານ), ປິດບັນຊີ, ປິດປະກາດ (ຢຸດປະກາດ) , ປິດປະຊຸມ (ສີ້ນສຸດກອງປະຊຸມ), ປິດປາກ (ການຈັດການບໍ່ໃຫ້ເປີດເຜີຍຄວາມລັບ), ປິດຕາຍ (ອັດໄວ້ຖາວອນບໍ່ໃຫ້ເປີດອີກ), ປິດລ້ອມ (ການອ້ອມໄວ້), ປິດຫູປິດຕາ (ບໍ່ໃຫ້ຮູ້), ປິດທາງ (ຕັນທາງບໍ່ໃຫ້ທຽວ), ປິດສະໜາ (ສິ່ງທີ່ບໍ່ຮູ້ ແລະ ຕ້ອງຊອກຫາທາງແກ້ໃຫ້ຮູ້).  ອີກນຶ່ງຄວາມໝາຍແມ່ນໝາຍເຖິງຖັງນ້ອຍໆ ສີ່ລ່ຽມ ເພື່ອໃສ່ເຂົ້າໜົມເອີ້ນວ່າ ປິດ ຫຼື ກະປິດ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ປິດ”.

“ປິດ” (1. ຄໍາກິລິຍາ) ດຶງເອົາຜົນ ຫຼື ໃບໄມ້ໃຫ້ຫຼຸດອອກຈາກຂວັ້ນ. ບິດເອົາ. (2. ຄໍາກິລິຍາ) ອັດ, ງັບ, ກົງກັນຂ້າມກັບເປີດ. (2. ຄໍານາມ) ຊື່ຖັງເຫຼັກນ້ອຍໃສ່ເຂົ້າໜົມທີ່ເປັນແຜ່ນເຫຼັກບາງສີ່ລ່ຽມນະໝາດ 20 ຄູນ 20 ຄູນ 40.

ຕົວ­ຢ່າງ: 

  • ລາວປິດໝາກໝັ້ນໄດ້ຈໍານວນ 50 ກິໂລ ເພື່ອຂາຍ ຊຶ່ງກິໂລລະ 5.000 ກີບ.
  • ຢູ່ປະເທດໄທ ແມ່ນໄດ້ລ້ຽງລິງໄວ້ ປິດໝາກພ້າວ ຊຶ່ງໃນການລ້ຽງແມ່ນຊາວສວນຮັກມັນດັ່ງເປັນລູກ.
  • ກະລຸນາປິດປະຕູຫ້ອງປະຊຸມດ້ວຍ ເພາະແຂກມາຄົບຕາມຈໍານວນ ແລະ ຈະໄດ້ເລີ່ມຕົ້ນປະຊຸມຕາມ ວາລະ.
  • ເຂົ້າໜົມປັງນ້ອຍ ປິດນຶ່ງແມ່ນ 12 ກິໂລ ຂາຍໃນລາຄາ 50.000 ກີບ.

ສະຫຼຸບ.

ຄໍາວ່າ “ປິດ”​ ໝາຍເຖິງການປິດໝາກໄມ້ ຫຼື ໃບຂອງມັນອອກຈາກຂວັ້ນ. ໝາຍເຖິງການອັດ ຫຼື ກົງກັນ ຂ້າມກັບເປີດ. ນອກຈາກນີ້, ຍັງໝາຍເຖິງຖັງນ້ອຍ ເພື່ອບັນຈຸເຂົ້າໜົມປັງທີ່ເຮົາເອີ້ນວ່າປິດ ຫຼື ກະປິດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo