ຄໍາວ່າ “ປາຍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ປາຍ” ມີຄວາມໝາຍແນວໃດ?

ຄໍາວ່າ “ປາຍ” ໝາຍເຖິງຍອດຂອງຕົ້ນໄມ້, ເຄືອໄມ້, ໜໍ່ໄມ້ ເອີ້ນ ປາຍຍອດ ກໍໄດ້, ຖ້າເປັນພືດຜັກແມ່ນບ່ອນປົ່ງອອກໃໝ່ ແລະ ອ່ອນທີ່ສຸດ ເຊັ່ນ: ປາຍຍອດໝາກຂາມ, ປາຍຍອດຜັກກະໂດນ, ປາຍຍອດສົ້ມພໍດີ, ປາຍຍອດຜັກຕໍານິນ, ປາຍໜໍ່ໄມ້ຊາງ ເປັນຕົ້ນ. ປາຍແມ່ນບ່ອນທີ່ສຸດສ່ວນກົງກັນຂ້າມກັບຕົ້ນ. ຖ້າເປັນວັດຖຸສິ່ງຂອງ “ປາຍ” ຍັງໝາຍເຖິງສ່ວນທີ່ເຫຼືອ (ສ່ວນທີ່ເກີນ ກໍວ່າ) ຫຼື ເລີຍໄປ ຊຶ່ງເປັນສ່ວນທີ່ບໍ່ເຕັມ ດັ່ງ ປາຍສັງກະສີ, ປາຍທໍ່ນໍ້າປະປາ, ປາຍຮົ້ວປາຍນາ ແລະ ອື່ນໆ.

ນອກຈາກນີ້, “ປາຍ” ຍັງໝາຍເຖິງສິ່ງທີ່ເສດ, ເສດອອກໄປ ຫຼື ເຫຼືອໄປ ແລະ ເປັນທີ່ນິຍົມກັນໃຊ້ຫຼາຍກັບຕົວເລກຕົວຜາ ລວມທັງໃຊ້ໃນການນັບເງິນ ຊຶ່ງປາຍແມ່ນບໍ່ສາມາດລະບຸຕົວເລກທີ່ແນ່ນອນໄດ້ ສ່ວນຈະປາຍນ້ອຍ ຫຼື ປາຍຫຼາຍ ແມ່ນໃຫ້ປະມານ ຫຼື ເດົາເອົາ ເຊັ່ນ: ໜຶ່ງຕື້ປາຍ, ຮ້ອຍປາຍລ້ານ, ໜຶ່ງລ້ານປາຍ, ໜຶ່ງແສນປາຍ, ໜຶ່ງໝື່ນປາຍ, ໜຶ່ງພັນປາຍ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າປາຍ”.

“ປາຍ” (1. ຄໍານາມ) ຍອດ, ທີ່ສຸດສ່ວນກົງກັນຂ້າມກັບຕົ້ນ. ສ່ວນທີ່ເຫຼືອ, ສ່ວນທີ່ເກີນ ຫຼື ເລີຍໄປ, ສ່ວນທີ່ບໍ່ເຕັມ. (2. ຄໍາກິລິຍາວິເສດ) ເສດ, ເຫຼືອ.

ຕົວຢ່າງ:

  • ນົກກິນໝາກໄຮດັງແຊວໆ, ເມື່ອເບີ່ງດີໆ ເຫັນນົກສ່ວນໃຫຍ່ຈັບຢູ່ປາຍໄມ້. ນົກບາງຜ່ອງກໍຈັບຢູ່ ກົກງ່າ.
  • ປາຍຍອດຫວາຍຂົມ ແກງອ່ອມໃສ່ຊີ້ນໝູ ແລະ ຜັກອື່ນໆອີກຈໍານວນນຶ່ງ ກິນແລ້ວຂົມອ່ອນແຊບ ຫຼາຍ.
  • ປາຍຍອດຊໍຟ້າຢູ່ວັດແມ່ນເຮັດດ້ວຍຄໍາຫຼາຍບາດ ຊຶ່ງໄດ້ຈາກສັດທາຂອງປະຊາຊົນ ແລະ ນັກ ທຸລະກິດ ທີ່ເຫຼື້ອມໃສໃນສາດສະໜາ.
  • ປະຈຸບັນ ລາຄາຊີ້ນໝູແມ່ນຂຶ້ນຫຼາຍ ແຕ່ກໍຂຶ້ນກັບແຕ່ລະເຂດ, ຊຶ່ງສ່ວນໃຫຍ່ແມ່ນ 1 ກິໂລກະລາມແມ່ນ ແປດສິບປາຍພັນກີບແລ້ວ.

ສະຫຼຸບ.

ຄໍາວ່າ “ປາຍ” ແມ່ນຍອດຂອງຕົ້ນໄມ້, ເຄືອໄມ້, ໜໍ່ໄມ້ (ປາຍຍອດ ກໍວ່າ) ປາຍແມ່ນບ່ອນທີ່ສຸດສ່ວນກົງ ກັນຂ້າມກັບຕົ້ນ. “ປາຍ” ຍັງໃຊ້ເອີ້ນວັດຖຸສິ່ງຂອງໃດນື່ງໃນສ່ວນທີ່ເຫຼືອ ຫຼື ສ່ວນທີ່ເກີນ (ສ່ວນເລີຍໄປ ກໍວ່າ). ນອກຈາກນີ້, “ປາຍ” ຍັງແມ່ນສ່ວນເສດ ຫຼື ເຫຼືອໄປ ທີ່ເຮົາໃຊ້ກັບການນັບຕົວເລກ ແລະ ນັບເງິນ ຊຶ່ງຈໍານວນປາຍແມ່ນບໍ່ສາມາດລະບຸຕົວເລກທີ່ແນ່ນອນໄດ້ ອາດຈະປາຍນ້ອຍ ຫຼື ປາຍຫຼາຍ ກໍເປັນໄປໄດ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo