ຄໍາວ່າ “ພະນັກງານ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ພະນັກງານ” ມີຄວາມໝາຍແນວໃດ?

ຄໍາວ່າ “ພະນັກງານ” ໝາຍເຖິງເຈົ້າໜ້າທີ່ ຊຶ່ງເປັນຄົນເຮັດວຽກຢູ່ສະຖານທີ່ໃດນຶ່ງ ແຕກຕ່າງຈາກກໍາມະ ກອນ ຊາວໄຮ່ນາ. ພະນັກງານແບ່ງອອກເປັນພະນັກງານລັດ ແລະ ພະນັກງານເອກະຊົນ. ພະນັກງານ ລັດ ແມ່ນບັນດາເຈົ້າໜ້າທີ່ ຫຼື ລັດຖະກອນ ທີ່ເຮັດວຽກຢູ່ໜ່ວຍງານໃດນຶ່ງ, ກະຊວງໃດນຶ່ງ ລວມທັງພະ ນັກງານຢູ່ທ້ອງຖີ່ນ, ບັນດາເມືອງ ແລະ ແຂວງ ທີ່ກິນເງິນເດືອນຂອງລັດຖະບານ. ສ່ວນພະນັກງານເອ ກະຊົນກໍມີຫຼາຍອາຊີບແຕກຕ່າງກັນໄປ ເຊັ່ນ: ພະນັກງານຮັບຕ້ອນຢູ່ໂຮງແຮມ, ພະນັກງານອະນາໄມ, ພະນັກງານບັນຊີ, ພະນັກງານທະນາຄານ, ພະນັກງານຮັກສາຄວາມປອດໄພ ແລະ ອື່ນໆ.

“ພະນັກງານ” ເວົ້າອີກຢ່າງນຶ່ງແມ່ນລູກຈ້າງແຕ່ຈະແມ່ນລູກຈ້າງຂອງທາງການ ຫຼື ລັດຖະບານ ຫຼື ລູກຈ້າງ ຂອງບໍລິສັດເອກະຊົນ, ອົງກອນຕ່າງຊາດ ເທົ່ານັ້ນ. ຊຶ່ງຈະໄດ້ຮັບຜົນຕອບແທນເປັນເງິນເດືອນ ແລະ ສະ ຫວັດດີການຕ່າງໆ ແຕກຕ່າງກັນອອກໄປຕາມເງື່ອນໄຂ ແລະ ສັນຍາ ຂອງແຕ່ລະພາກສ່ວນ. ພະນັກ ງານ ມັກຖືກເອີ້ນຕາມຊື່ຂອງວຽກຕົນເອງ ເຊັ່ນ: ພະນັກງານສັນຍາຈ້າງ, ພະນັກງານຖາວອນ, ພະນັກ ງານໜຸ່ມນ້ອຍ, ພະນັກງານອາວຸໂສ, ພະນັກງານບໍານານ, ພະນັກງານທະນາຄານ, ພະນັກງານບັນຊີ, ພະນັກງານພາສີ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າພະນັກງານ”.

“ພະນັກງານ” (1. ຄໍານາມ). ເຈົ້າໜ້າທີ່, ໜ້າທີ່.

ຕົວຢ່າງ:

  • ປີ 2023 ລັດຖະບານໄດ້ປະກາດຕົວເລກຮັບພະນັກງານໃໝ່ ເພື່ອໄປສັງກັດຢູ່ແຕ່ລະກະຊວງ ແລະ ແຂວງຕ່າງໆ.
  • ພະນັກງານທະນາຄານ ສ່ວນໃຫຍ່ແມ່ນຄົນມີຄວາມຮູ້ຄວາມສາມາດກ່ຽວກັນການເງິນການບັນຊີ ເປັນຫຼັກ.
  • ພະນັກງານລັດແມ່ນໄດ້ຮັບເງິນເດືອນຕາມຂັ້ນ, ຊັ້ນ ທີ່ຕົນຮຽນຈົບ ແລະ ເຮັດວຽກ ນັ້ນເອງ.

ສະຫຼຸບ.

ຄໍາວ່າ “ພະນັກງານ” ແມ່ນເຈົ້າໜ້າທີ່, ແມ່ນຄົນ ເຮັດວຽກສັງກັດລັດ, ເອກະຊົນ, ບັນດາອົງກອນໃດນຶ່ງ. ແຕກຕ່າງຈາກກໍາມະກອນຊາວໄຮ່ນາ. ພະນັກງານໂດຍທົ່ວໄປເອີ້ນ ເອີ້ນ ພະນັກງານລັດ, ພະນັກງານ ບໍລິສັດ ແລະ ມັກຖືກເອີ້ນ ຕາມວຽກທີ່ເຮັດ. ພະນັກງານແມ່ນຄົນທີ່ເຮັດວຽກແລກກັບເງິນເດືອນ ແລະ ສະຫວັດດີການຕ່າງໆ ຕາມເງື່ອນໄຂແຕ່ລະບ່ອນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo