ຄໍາວ່າ “ຊົ່ວ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຊົ່ວ” ມີຄວາມໝາຍແນວໃດ?

ຄໍາວ່າ “ຊົ່ວ” ໝາຍເຖິງລະຍະ ຫຼື ໄລຍະ ຊຶ່ງເຮົາໃຊ້ເພື່ອວັດແທກວັດຖຸສິ່ງຂອງ, ດີນ ແລະ ອື່ນໆ ດັ່ງ ຂະໜາດ, ຄວາມສັ້ນ, ຄວາມຍາວ ເຊັ່ນ: ດິນຕອນນີ້ໝົດຊົ່ວຍາວ 200 ແມັດ ແລະ ກວ້າງ 50 ແມັດ, ເສົາເຮືອນນຶ່ງຊົ່ວ ແມ່ນຍາວ 6 ແມັດ, ໄມ້ທ່ອນຊົ່ວນຶ່ງຍາວ 2 ແມັດ. “ຊົ່ວ” ຍັງໝາຍເຖິງຊົ່ວຄົນ, ເຊັ່ນ ຄົນ, ຮຸ່ນຄົນ ຫຼື ລຸ້ນ ຄົນ ຊຶ່ງໂດຍທົ່ວໄປແບ່ງອອກເປັນ 3 ລຸ້ນຄື: ລຸ້ນນ້ອຍ (ເຍົາໄວເກີດໃໝ່), ລຸ້ນກາງ (ອາຍຸກາງຄົນ), ລຸ້ນອາວຸໂສ (ຜູ້ເຖົ້າອາຍຸຫຼາຍ) ແຕ່ທັງໝົດນັ້ນແຕ່ເກີດເຖິງຕາຍ ເອີ້ນວ່າ ຊົ່ວຊີວິດນຶ່ງ.

ພ້ອມນັ້ນ ເຮົາຍັງນິຍົມເວົ້າອີກວ່າ ຊົ່ວປູ່ຊົ່ວຍ່າ ຫຼື ເຊັ່ນປູ່ເຊັ່ນຍ່າ ຫຼື ລຸ້ນປູ່ລຸ້ນຍ່າ, ຊົ່ວພໍ່ຊົວແມ່ ຫຼື ເຊັ່ນ ພໍ່ເຊັ່ນແມ່ ຫຼື ລຸ້ນພໍ່ລຸ້ນແມ່, ເຮືອນຫຼັງນີ້ຢູ່ໄດ້ສາມຊົ່ວຄົນແລ້ວ ຫຼື ສາມເຊັ່ນຄົນ, ຊົ່ວຊີວິດຂໍໃຫ້ຢ່າເຈັບ, ຊົ່ວຊາດນີ້ຂໍຢ່າໄດ້ພົບໄດ້ພໍ້ອີກ, ຊົ່ວອາຍຸຂອງຄົນໂດຍສະເລ່ຍແມ່ນ 70 ປີ ແຕກຕ່າງກັບໂຕເຕົ່າທີ່ມີອາຍຸ ຊົ່ວນຶ່ງຮອດ 300 ປີກໍມີ. “ຊົ່ວ” ຍັງມີຄວາມໝາຍວ່າໄລຍະເວລາໃດນຶ່ງ ດັ່ງ ຊົ່ວຄັ້ງຊົ່ວຄາວ, ຊົ່ວຄາວ, ຊົ່ວໂມງ (ນຶ່ງຊົ່ວໂມງມີເວລາ 60 ນາທີ), ຊົ່ວອາຍຸ, ຊົ່ວກາລະນານ, ຊົ່ວນິລັນດອນ, ຊົ່ວກັບຊົ່ວກັນ.

SA Game
DooDiDo

ນອກຈາກນີ້, “ຊົ່ວ” ຍັງໝາຍເຖິງບໍ່ດີ ຫຼື ກົງກັນຂ້າມກັບຄໍາວ່າດີ ຊຶ່ງເປັນການເຮັດແນວຜູ້ອື່ນບໍ່ມັກ ຫຼື ສິ່ງ ທີ່ຜິດກົດໝາຍ, ຜິດຮີດຄອງປະເພນີ, ບໍ່ເຊື່ອຟັງການສັ່ງສອນຂອງຄູບາອາຈານ, ພໍ່ແມ່ພີ່ນ້ອງເປັນຄົນເສຍ ທາດຂາດຄຸນເຮົາເອີ້ນຄົນເຫຼົ່ານີ້ວ່າ ຄົນຊົ່ວ ດັ່ງ ໂຈນ, ຂີ້ລັກ, ຄົນໂລບ, ຄົນພານ, ຄົນຕິດການພະນັນ, ຄົນຕິດຢາເສບຕິດ. ຊົ່ວ ຍັງເປັນຄໍາທີ່ນິຍົມກັນໃຊ້ເອີ້ນດ່າຄົນອື່ນເຊັ່ນ: ບັກຊົ່ວ, ອີ່ຊົ່ວ, ຈັ່ງແມ່ນຊົ່ວ, ຊົ່ວຮ້າຍ, ຊົ່ວຮ້າຍ, ຊົ່ວຊ້າສາມານ, ຊົ່ວຊ້າເລວຊາມ, ຊົ່ວໄດ້ໃຈ ແລະ ຍັງສະແດງອອກຕາມບົດກອນຄໍາຜະ ຫຍາຕ່າງໆ ຄື: ຊົ່ວວ່າຂີ້ ດີວ່າແກ້ວ, ຄົບຄົນດີມີສີແກ່ຕົວ ຄົບຄົນຊົ່ວພາຕົວໝົ່ນໝອງ, ຊົ່ວກິນບ້ານກິນ ເມືອງ ເປັນຕົ້ນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຊົ່ວ”.

“ຊົ່ວ” (1. ຄໍານາມ) ລະຍະ ຫຼື ໄລຍະ, ຂະໜາດສັ້ນຍາວ, ຕອນ, ເຊັ່ນ. ຮຸ່ນ ຫຼື ລຸ້ນ, ອາຍຸ (ຊົ່ວຄົນ). ຊົ່ວຄາວ ແມ່ນໄລຍະເວລານຶ່ງ, ຊົ່ວໂມງ ແມ່ນໄລຍະເວລາ 60 ນາທີ. (2. ຄໍາກິລິຍາວິເສດ) ຕະຫຼອດ. ບໍ່ດີ, ເສຍ, ໃຊ້ບໍ່ໄດ້, ບາບ.

ຕົວຢ່າງ:

  • ການເຮັດເຮືອນໄມ້ແມ່ນ ໃຊ້ໄມ້ເສົາຫຼາຍເສົາ ແຕ່ຊົ່ວນຶ່ງຍາວ 5 ແມັດ ແລະ ໃຊ້ໄມ້ຂື່ຫຼາຍເຫຼັ້ມ ຊົ່ວນຶ່ງຍາວ 8 ແມັດ.
  • ຊົ່ວປູ່ຊົ່ວຍ່າການກິນການຢູ່ແມ່ນປອດສານພິດ ເພາະກິນຢູ່ຕາມທໍາມະຊາດ ຈຶ່ງເຮັດໃຫ້ເພີ່ນອາຍຸ ຍືນຮອດ 100 ປີ.
  • ການຂີ່ລົດໄຟລາວ-ຈີນ ໄປນະຄອນຫຼວງພະບາງແມ່ນໃຊ້ເວລາພຽງ ຊົ່ວໂມງປາຍ ແຕກຕ່າງໃນ ເມື່ອກ່ອນທີ່ຂີ່ລົດໂດຍສານໃຊ້ເວລາເຖິງ 8 ຊົ່ວໂມງ.
  • ຄົນສະໄໝນີ້ຮູ້ໜ້າບໍ່ຮູ້ໃຈ ມີຄົນຊົ່ວເຕັມທົ່ວໄປ ເພາະມີແຕ່ຄົນມັກໂກງ, ມັກກິນຫົວຜູ້ອື່ນ ເອົາດີ ເຂົ້າໂຕເປັນໃຫຍ່.

ສະຫຼຸບ.

ຄໍາວ່າ “ຊົ່ວ” ໝາຍເຖິງການເອີ້ນສິ່ງໃດສິ່ງນຶ່ງ ທີ່ວັດແທກຂະໜາດສັ້ນ, ຍາວ ດັ່ງ ຊົ່ວດິນຕອນນີ້ກວ້າງ 500 ແມັດ ແລະ ຍາວ 800 ແມັດ. “ຊົ່ວ” ຍັງໝາຍເຖິງ ເຊັ່ນຄົນ, ລຸ້ນຄົນ ຫຼື ຊົ່ວຊີວິດຄົນ. “ຊົ່ວ” ຍັງໝາຍເຖິງໄລຍະເວລາໃດນຶ່ງ ດັ່ງ ຊົ່ວຄັ້ງຊົ່ວຄາວ, ຊົ່ວໂມງ, ຊົ່ວອືດໃຈ. “ຊົ່ວ” ຍັງໝາຍເຖິງບໍ່ດີ ຫຼື ເສຍທາດຂາດຄຸນ, ໃຊ້ບໍ່ໄດ້, ຫຼື ຄົນບາບ ເພາະເຮັດບໍ່ດີ ບໍ່ປະຕິບັດຕາມຮິດຄອງ, ກົດໝາຍບ້ານເມືອງ ແລະ ສິ່ງຕ້ອງຫ້າມຕ່າງໆ ເຊັ່ນ: ເປັນຄົນຂີ້ລັກ, ເປັນຄົນມັກໂກງ, ເປັນຄົນເສບຢາ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo