ຄໍາວ່າ “ດອງ” ຄວາມໝາຍແບບ​ໃດໃນພາສາລາວ?

SA Game

DooDiDo

ອະທິບາຍຄໍາວ່າ “ດອງ” ມີຄວາມໝາຍແນວໃດ?

​ຄໍາວ່າ “ດອງ” ແມ່ນກະດູກຫຸ້ມໂຕຂອງສັດ ຫຼື ອອງ ເປັນຕົ້ນ ດອງຫຼັງ ຫຼື ອອງຫຼັງ, ດອງເຕົ່າ ຫຼື ກະດອງເຕົ່າ ຫຼື ອອງເຕົ່າ, ດອງປາຝາ ຫຼື ອອງປາຝາ, ດອງປູ ຫຼື ກະດອງປູ ຫຼື ອອງປູ. ໝາຍເຖິງການແຕ່ງງານ ຫຼື ແຕ່ງດອງ ຫຼື ສົມລົດ (ສົມຣົດ) ເປັນຄູ່ຜົວເມຍ ເອີ້ນ ກິນດອງ ແລະ ຢູ່ຫຼາຍທ້ອງຖີ່ນນິຍົມກັນເອີ້ນພໍ່ແມ່ຂອງອີກຝ່າຍນຶ່ງວ່າ ພໍ່ດອງ ແມ່ດອງ.

ນອກຈາກນັ້ນ, ຍັງ ໝາຍເຖິງການເອົາແຊ່ ຫຼື ມັກ ໄວ້ດົນໆ ເພື່ອໃຫ້ສົ້ມ ຫຼື ບໍ່ໃຫ້ເນົ່າ ບາງເທື່ອກໍໃສ່ເກືອ ແລະ ນໍ້ານ້ອຍນຶ່ງ ບາງເທື່ອກໍ່ໃສ່ເກືອ ແລະ ນໍ້າຫຼາຍ ຫຼື ວິທີການດອງຂອງໃຜລາວ. ຄົນເຮົານິຍົມກັນດອງຜັກກາດ ເພື່ອເຮັດຜັກກາດສົ້ມ, ດອງຜັກສ້ຽນ ເພື່ອເຮັດສົ້ມຜັກສ້ຽນ, ດອງກະທຽມ ເພື່ອເຮັດກະທຽມດອງ, ດອງໝາກໄມ້ ເພື່ອບໍ່ໃຫ້ເນົ່າ, ດອງໝາກເຜັດ, ດອງປູ ເພື່ອເຮັດປູດອງ. ແຕ່ການເຮັດປາແດກແມ່ນໃຊ້ການດອງຄືກັນ ແຕ່ບໍ່ເອີ້ນດອງປາ ເອີ້ນປາແດກ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ດອງ”.

“ດອງ” (1. ຄໍານາມ) ສ່ວນແຂງ ທີ່ເປັນຫຼັງຂອງສັດບາງພວກ ດັ່ງດອງເຕົ່າ ແລະ ປູ. (2. ຄໍານາມ) ການເອົາກັນເປັນຜົວເມຍ ໂດຍວິທີສູ່ຂວັນຜູກແຂນ. ການກ່ຽວຂ້ອງກັນ, ການຮ່ວມຮັກແພງກັນ, ແຕ່ງງານ, ແຕ່ງດອງ, ສົມລົດ ຫຼື ສົມຣົດ. (3. ຄໍາກິລິຍາ) ການແຊ່ໄວ້ນານ.

ຕົວ­ຢ່າງ: 

  • ເຕົ່າເປັນສັດເລືອຄານຈໍາພວກນຶ່ງ ລັກສະນະມີກະດອງຫຸ້ມ ມີສີ່ຂາ ຫົວສາມາດແມນອອກ ແລະ ຫຼຸບເຂົ້າໃນກະດອງ ເພື່ອຫຼີກຈາກອັນຕະລາຍຂອງນັກລ່າໄດ້. ເຕົ່າມີຫຼາຍປະເພດທັງຢູ່ບົກ ແລະ ຢູ່ນ້ໍາ.
  • ລາວກະກຽມດອງມາແຕ່ປີແລ້ວ ແລະ ໄດ້ຫ້າງຫາກະກຽມຫຼາຍຢ່າງໄວ້ ແຕ່ເກີດການລະບາດຂອງ COVID-19 ຈິ່ງເຮັດໃຫ້ບໍ່ສາມາດຈັດງານດອງໄດ້ຕາມແຜນການທີ່ວາງໄວ້ ມີແຕ່ມັດແຂນແບບສາມເຖົ້າສີ່ແກ່ ຄິດແລ້ວກໍເປັນຕາໜ້າເຫັນໃຈ.
  • ການດອງຜັກກາດສົ້ມ ຕ້ອງໄດ້ເອົາຜັກກາດມາຕາກແດດນ້ອຍນຶ່ງແລ້ວນໍາໄປຄັ້ນໃສ່ເກືອ, ເຂົ້າໜຶ້ງ ແລະ ຫົວຜັກທຽມເລັກນ້ອຍ ແລ້ວເອົາໄປໝັກໄວ້ຈັກສອງສາມມື້ກໍສາມາດກິນໄດ້.

ສະຫຼຸບ.

ຄໍາວ່າ “ດອງ”​ ແມ່ນໝາຍເຖິງອອງສັດຕ່າງໆ. ໝາຍເຖິງການແຕາງງານ ຫຼື ສົມລົດ. ໝາຍເຖິງການໝັກ ການດອງຜັກ, ໝາກໄມ້ ໃຫ້ສົ້ມ ຫຼື ໄວ້ກິນໃນລະດູທີ່ບໍ່ມີ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo