ຄໍາວ່າ “ບ້າ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ບ້າ” ມີຄວາມໝາຍແນວໃດ?

ຄໍາວ່າ “ບ້າ” ແມ່ນຊື່ຂອງແກ່ນໄມ້ຢ່າງນຶ່ງໝາກບ້າ (ໝາກແລ້ ກໍວ່າ), ຕົ້ນເປັນເຄືອ ແລະ ມີໝາກເປັນ ຝັກໃຫຍ່ຍາວຮູບຮ່າງຄ້າຍໝາກກະຖິນ ແລະ ມີແກ່ນ (ໝາກບ້າ) ຮູບຮ່າງເປັນໜ່ວຍມົນແພບ. ໃນສະໄໝ ກ່ອນຄົນມັກນໍາໝາກບ້າ ເພື່ອນໍາມາເປັນເຄື່ອງຫຼີ້ນກິນລາຢ່າງນຶ່ງ ເອີ້ນກິລາໝາກແລ້ ແລະ ໄດ້ນໍາມາ ແຕ້ມແຕ່ງສີສັນ ເພື່ອປະດັບເອ້ຢ້ອງອີກດ້ວຍ. “ບ້າ” ຍັງແມ່ນຊື່ຂອງກະດູກທີ່ມີຮູບຮ່າງໜ່ວຍມົນຢູ່ຫົວເຂົ່າຂອງຄົນບ່ອນພັບໄດ້ ເອີ້ນວ່າ ໝາກບ້າຫົວເຂົ່າ ເພາະມີຮູບຮ່າງຄືກັນກັບໝາກບ້ານນັ້ນເອງ.

ນອກຈາກນີ້, “ບ້າ” ຍັງໝາຍເຖິງອາການຜິດປົກກະຕິຢ່າງນຶ່ງຂອງຄົນ ຊຶ່ງສ່ວນໃຫຍ່ເກີດຈາກການບົກ ພ່ອງຂອງສະໝອງ ແລະ ເຮັດໃຫ້ເສັຍຈິດ ຫຼື ສະຕິບໍ່ດີ ດັ່ງຄົນທົ່ວໄປ ເອີ້ນ ຄົນບ້າ ຫຼື ຜີບ້າ. ຄົນບ້າ ແບ່ງອອກເປັນຫຼາຍຢ່າງ ແລະ ລະດັບການຮັບຮູ້, ເສຍສະຕິກໍແຕກຕ່າງກັນອອກໄປ. ບາງກໍລະນີເປັນ ບ້າໂດຍທໍາມະຊາດ, ບາງກໍລະນີເກີດຈາກອຸບັດຕິເຫດ, ບາງກໍລະນີເກີດຈາກການເສບຢາເສບຕິດ ອື່ນໆ. “ບ້າ” ຍັງໝາຍເຖິງຄວາມຫຼົງໄຫຼມົວເມົາ ໃນສິ່ງໃດສິ່ງນຶ່ງທີ່ມັກ ດັ່ງ ບ້າເກມ, ບ້າວຽກ, ບ້າດາຣາ, ບ້າຮຽນ ເປັນຕົ້ນ. “ບ້າ” ຍັງໃຊ້ເອີ້ນຜູ້ຊາຍ ມີຄວາໝາຍຄືກັນກັບ “ບັກ” ຫຼື “ທ້າວ” ດັ່ງ ບ້າອັນນີ້, ບັກອັນນີ້, ທ້າວອັນນີ້.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າບ້າ”.

“ບ້າ” (1. ຄໍານາມ) ຊື່ຜົນແນວນຶ່ງໜ່ວຍມົນແພບ ຕົ້ນເປັນເຄືອ ເອີ້ນວ່າ ໝາກບ້າ, ຊື່ດູກເປັນໜ່ວຍມົນ ຢູ່ຫົວເຂົ່າ ເອີ້ນວ່າ ໝາກບ້າຫົວເຂົ່າ. (2. ຄໍາກິລິຍາວິເສດ) ເສັຍຈິດ, ສະຕິບໍ່ດີ, ຫຼົງມົວເມົາ.

ຕົວຢ່າງ:

  • ກິລາໝາກແລ້ເປັນກິພື້ນເມືອງລາວຢ່າງນຶ່ງ ໂດຍການນໍາເອົາໝາກບ້າແຫ້ງມາເຮັດເປັນເຄື່ອງຫຼີ້ນ ຕາມຫຼັກການທີ່ກໍານົດຂຶ້ນ.
  • ໝາກບ້າຫົວເຂົ່າຂອງຄົນເປັນຈຸດສໍາຄັນທີ່ເຮັດໃຫ້ຄົນເຮົາສາມາດຍ່າງ ຫຼື ແລ່ນເຄື່ອນທີ່ໄປມາໄດ້.
  • ປະຈຸບັນມີຄົນຈໍານວນຫຼາຍ ເປັນບ້າຍ້ອນເສບຢາເສບຕິດ ແລະ ເຮັດໃຫ້ສັງຄົມມີຄວາມວຸ້ນວາຍ ແລະ ບໍ່ປອດໄພ.

ສະຫຼຸບ.

ຄໍາວ່າ “ບ້າ” ແມ່ນຊື່ຂອງໝາກບ້າ ບາງເຂດເອີ້ນ ໝາກແລ້, ມີຕົ້ນເປັນເຄືອໝາກເປັນຝັກຄ້າຍໝາກກະ ຖິນ ແຕ່ໃຫຍ່ຍາວກວ່າຫຼາຍ ແກ່ນມັນເອີ້ນນ ໝາກບ້າ ໜ່ວຍມົນແພບ. ນໍາມາໃຊ້ເປັນເຄື່ອງຫຼີ້ນກິນລາ ແລະ ປະດັບເອ້ຢ້ອງອີກດ້ວຍ. “ບ້າ” ແມ່ນຊື່ຂອງກະດູກໝາກບ້າຫົວເຂົ່າ ເພາະມີຮູບຮ່າງຄືກັນ. ນອກນີ້, “ບ້າ” ຍັງໝາຍຄົນບ້າ ຫຼື ຄົນຜີບ້າ, ຄົນເສັຍຈິດ ເພາະສະຕິບໍ່ດີ ແລະ “ບ້າ” ຍັງໝາຍການຫຼົງໄຫຼມົວເມົາໃນສິ່ງໃດສິ່ງນຶ່ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo