ຄໍາວ່າ “ສັນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ສັນ” ມີຄວາມໝາຍແນວໃດ?

ຄໍາວ່າ “ສັນ” ໝາຍເຖິງສິ່ງທີ່ເປັນສ່ວນທີ່ມີລັກສະນະເປັນໂນນຍາວ ບໍ່ວ່າຈະເປັນພູມສັນຖານ, ວັດຖຸສິ່ງ ຂອງ, ຊີ້ນ ຫຼື ຢ່າງອື່ນ ເຊັ່ນ: ສັນພູ ຫຼື ສັນເຂົາ ແມ່ນຈຸດສູງສຸດຂອງພູ ຫຼື ຈອມພູ ແຕ່ລວມເອົາສ່ວນທີ່ ຍາວອອກໄປທັງໝົດ. ສັນພ້າ, ສັນມີດ ລວມທັງສັນຂວານ ແມ່ນດ້ານກົງກັນຂ້າມກັບຄົມ ທີ່ມີຮູບຮ່າງໜາ ໂນນຍາວໄປ. ຊີ້ນສັນ (ງົວ, ຄວາຍ, ໝູ່) ແມ່ນຊີ້ນທີ່ຍາວໄປຕາມກະດູກຫຼັງທັງສອງຂ້າງ. ສັນຫຼັງ, “ສັນ” ຍັງໝາຍ ເຖິງຊື່ປີທີ 9 ຂອງປີນັກສັດ ຄືປີວອກ. ພ້ອມນັ້ນ, “ສັນ” ຍັງໝາຍເຖິງຄໍາໃນກາບກອນ ທີ່ເປັນຊື່ຄໍາກອນປະເພດນຶ່ງໃນພາສາປາລີ ດັ່ງ ສັນໃດ, ສັນນັ້ນ, ສັນນີ້ ເປັນຕົ້ນ.

ນອກຈາກນີ້, “ສັນ” ຍັງໝາຍເຖິງການກິນເຂົ້າ ແລະ ດື່ມນໍ້າຂອງພິກຂຸ ຫຼື ຄົນທີ່ບວດເປັນພະ, ຄູບາອາ ຈານ ແລະ ຈົວ ໃນສາດສະໜາພຸດ (ເຂົ້າສວາຍ ຫຼື ຕອນບ່າຍ) ດັ່ງ ສັນເພນ, ສັນນໍ້າ, ສັນຂອງຫວານ ອື່ນໆ. “ສັນ” ຍັງໝາຍເຖິງເໝືອນ ຫຼື ຄື. “ສັນ” ເວລາໄປປະສົມກັບຄໍາອື່ນຍັງໃຫ້ຄວາມໝາຍຕ່າງອອກໄປ ເປັນຕົ້ນ ສັນຈອນ, ສັນຍາ, ສັນສ້າງ, ສັນຊາດ, ສັນຍາລັກ, ແບ່ງສັນ, ໂສກສັນ ອື່ນໆ.

SA Game
DooDiDo

ຄຳວ່າສັນ”.

“ສັນ” (1. ຄໍານາມ) ສ່ວນທີ່ມີລັກສະນະເປັນໂນນຍາວ, ຊີ້ນທີ່ຍາວໄປຕາມກະດູກຫຼັງທັງສອງຂ້າງ, ສ່ວນ ໜາແຫ່ງມີດທີ່ກົງກັນຂ້າມກັບຄົມ. ຊື່ປີທີ 9 ຄືປີວອກ. ຊື່ຄໍາກອນປະເພດນຶ່ງໃນພາສາປາລີ ແລະ ຄໍານີ້ ລາວໃຊ້ເປັນສານໃນປະໂຫຍກວ່າ: ກາບ, ກອນ, ໂຄງ, ສານ. (2. ຄໍາກິລິຍາ) ກິນ (ໃຊ້ສໍາລັບພິກຂຸ). ສັນ, ເໝືອນ, ຄື “ລອນລື ເປັນຕົນຈິດຈາກໂສມສັນໄຂ້” (ທ້າວຮຸ່ງທ້າວເຈືອງ).

ຕົວຢ່າງ:

  • ສັນຂອງສາຍພູຫຼວງຍາວແຕ່ເໜືອເຖິງໃຕ້ຢູ່ລະຫວ່າງປະເທດລາວ ແລະ ປະເທດຫວຽດນາມ ຊຶ່ງ ອຸດົມສົມບູນໄປດ້ວຍປ້າໄມ້ ແລະ ແຮ່ທາດຕ່າງໆ.
  • ກະດູກສັນຫຼັງແມ່ນສໍາຄັນຫຼາຍເພາະເຮັດໃຫ້ຄົນ ແລະ ສັດ ມີຮູບຮ່າງທີ່ເປັນເອກະລັກຂອງຕົນ.
  • ໃນແຕ່ລະມື້ມີຄົນເຫຼື້ອມໃສສັດທາໃນສາດສະນາພຸດໄດ້ມາໃສ່ບາດ ເພື່ອໃຫ້ຄູບາອາຈານ ແລະ ຈົວ ໄດ້ສັນອາຫານຢ່າງເປັນປົກກະຕິ.

ສະຫຼຸບ.

ຄໍາວ່າ “ສັນ” ແມ່ນສິ່ງທີ່ມີໂນນຍາວ ລວມທັງພູມສັນຖານ, ວັດຖຸສິ່ງຂອງ ແລະ ອື່ນໆ, “ສັນ” ຍັງໝາຍ ເຖິງປີວອກ ຊຶ່ງເປັນປີທີ 9 ໃນປີນັກສັດ. “ສັນ” ຍັງໃຊ້ໃນກາບກອນ ຊຶ່ງເປັນຊື່ຄໍາປະເພດນຶ່ງໃນພາສາປາລີ. ນອກຈາກນີ້, “ສັນ” ຍັງແມ່ນການຮັບປະທານ ຫຼື ກິນເຂົ້າຂອງພິກຂຸ ໃນສາດສະໜາພຸດ ດັ່ງ ສັນເພນ. “ສັນ” ຍັງໝາຍເຖິງເໝືອນ ຫຼື ຄື ອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo