ຄໍາວ່າ “ອ້າ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ອ້າ” ມີຄວາມໝາຍແນວໃດ?

ຄໍາວ່າ “ອ້າ” ໝາຍເຖິງການແບະອອກ, ແຍກອອກ, ຈ່າງອອກ ຫຼື ເປີດສິ່ງໃດສິ່ງນຶ່ງອອກ ເພື່ອໃຫ້ກວ້າງ ກວ່າເກົ່າ ຫຼື ເພື່ອຮັບເອົາສິ່ງໃດສິ່ງນຶ່ງ ຫຼື ໂອບກອດເອົາຢ່າງໃດຢ່າງນຶ່ງ ເຊັ່ນ: ອ້າປາກ, ອ້າປາກຄ້າງ, ອ້າປາກຕາກເຫືອກ, ອ້າສົບ, ອ້າຂາ, ອ້າມືຮັບເອົາ, ອ້າແຂນເພື່ອໂອບກອດ, ອ້າປາກກະປອງ, ອ້າຝາ ກະປອງ ອື່ນໆ. “ອ້າ” ກົງກັນຂ້າມກັບ “ປິດ, ອັດ, ງັບເຂົ້າ”.

ດັ່ງທີ່ໄດ້ອະທິບາຍມາຂ້າງເທິງ, “ອ້າ” ຍັງໝາຍໃຊ້ເອີ້ນແນວອື່ນອີກດ້ວຍ ດັ່ງ ປາກແມ່ນໍ້າອ້າກ້ວາງອອກ, ບາດແຜອ້າອອກ, ດອກໄມ້ບານອ້າອອກ, ເປືອກໝາກໄມ້ອ້າອອກເຫັນແກ່ນທາງໃນ. ນອກຈາກນີ້, “ອ້າ” ຍັງແມ່ນສຽງຮ້ອງຂານຮັບຢ່າງນຶ່ງຂອງຄົນທີ່ດັງອອກມາເວລາເຮົາອ້າປາກ ແລະ ຫາຍໃຈອອກດ້ວຍລົມ ຍາວໆ ຊຶ່ງໝາຍເຖິງເຂົ້າໃຈ. “ອ້າ” ແມ່ນສຽງເອີ້ມຂອງຄົນອີກດ້ວຍ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າອ້າ”.

“ອ້າ” (1. ຄໍາກິລິຍາ) ແຍກໃຫ້ຈ່າງອອກ, ແຍກເບື້ອງລຸ່ມເບື້ອງເທິງອອກຈາກກັນ ດັ່ງ ອ້າປາກ.

ຕົວຢ່າງ:

  • ປູ່ອ້າແຂນໂອບຫຼາຍນ້ອຍດ້ວຍຄວາມຮັກ ແລະ ຄິດເຖິງ ເພາະບໍ່ເຫັນກັນດົນຍ້ອນພະຍາດໂຄວິດ-19 ລະບາດ.
  • ກ່ອນປ່ອງ ຫຼື ຕົກລົງສູ່ທະເລ, ປາກແມ່ນໍ້າຂອງອ້າກວ້າງອອກ ແລະ ແຕກເປັນນໍ້າຫຼາຍສາຍ.
  • ອ້າ! ຂ້ອຍຫາກະເຂົ້າໃຈໃນທິດສະດີທີ່ເຈົ້າອະທິບາຍມາໝົດເຊົ້າ, ຍ້ອນເຫັນການເຮັດຕົວຈິ່ງນັ້ນ ເອງ.

ສະຫຼຸບ.

ຄໍາວ່າ “ອ້າ” ແມ່ນການແບະອອກ ຫຼື ແຍກອອກກວ້າງກວ່າທີ່ເປັນຢູ່, ໝາຍເຖິງການຈ່າງອອກ ຫຼື ເປີດ ອອກໃຫ້ກວ້າງກວ່າເກົ່າ ເພື່ອວັດຖຸປະສົງຕ່າງໆ ດັ່ງ ເພື່ອຮັບເອົາສິ່ງໃດສິ່ງນຶ່ງ, ໂອບກອດ ເປັນຕົ້ນ “ອ້າ” ກົງກັນຂ້າມກັບ “ປິດ, ອັດ, ງັບເຂົ້າ”. “ອ້າ” ແມ່ນສຽງຂອງຄົນເວົ້າອອກມາໝາຍເຖິງເຂົ້າໃຈ ແລະ “ອ້າ” ຍັງແມ່ນສຽງເອີ້ມຂອງຄົນອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo