ຄຳວ່າ “ດາຣາ” ແລະ “ດາລາ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຂອງ​ຄຳ​ວ່າ “ດາຣາ” ແລະ ດາລາ”.

ຄໍາວ່າ ​“ດາຣາ” ແລະ ຄໍາວ່າ ​“ດາລາ” ແມ່ນມີຄວາມໝາຍອັນດຽວກັນ ຕ່າງແຕ່ການອອກສຽງ ທີ່ຫັນລີ້ນ ແລະ ບໍ່ຫັນລີ້ນ. ​“ດາຣາ” ແລະ ຄໍາວ່າ ​“ດາລາ” ໝາຍເຖິງດາວ, ດວງດາວ, ກຸ່ມດາວ. ນອກຈາກນັ້ນ, ຍັງໃຊ້ສະແດງພຶດຕິກໍາຂອງດາວອີກເຊັ່ນ: ດາວຕົກ, ດາວຝົນ, ດາວແຈ້ງສະຫວ່າງ, ດາວປະກາຍແສງ, ດາວກະຈາຍ ແລະ ໃຊ້ເອີ້ນຊື່ຕ່າງໆເຊັ່ນ: ດາວເຄາະ, ດາວເລີກ, ດາວນົບພະເຄາະ, ດາວຊ້າງ, ດາວ ຫາງ, ດາວທຽມ (ແມ່ນສິ່ງທີ່ມະນຸດສ້າງຂຶ້ນ ສົ່ງຂຶ້ນໄປເທີງຟ້າ ເພື່ອສົ່ງສັນຍານວິທະຍຸ ຫຼື ພາລະກິດດ້ານອາວະກາດ ບໍ່ແມ່ນເກີດໂດຍທໍາມະຊາດ).

ດາວມີອິດທິພົນຕໍ່ມະນຸດມາແຕ່ດຶກດໍາບັນ ເພາະຄົນເຮົາໃຊ້ດາວເພື່ອນໍາທາງໃນຍາມຄໍ່າມຶດ ແລະ ສຶກສາດ້ານດາລາສາດ ລວມທັງດາລາຈັກກະວານ ເຫັນໄດ້ຈາກການຕັ້ງກຸ່ມດາວຕ່າງໆ ເອີ້ນຕາມລັກສະນະຮູບຮ່າງ ຈໍານວນ 88 ກຸ່ມ . ຄົນເຮົາຍັງໄດ້ຕັ້ງວັນຕາມຊື່ຂອງດວງວຕາເວັນ, ດວງເດືອນ ແລະ ດາວຕ່າງໆຄື: ວັນຈັນ ມາຈາກຊື່ຂອງດວງຈັນ ຫຼື ດວງເດືອນ, ວັນອັງຄານ ເອີ້ນມາຈາກດາວອັງຄານ, ວັນພຸດ ເອີ້ນມາຈາກດາວພຸດ, ວັນພະຫັດ ເອີ້ນມາຈາກດາວພະຫັດ, ວັນສຸກ ເອີ້ນມາຈາກດາວສຸກ, ວັນເສົາ ເອີ້ນມາຈາກດາວເສົາ ແຕ່ວັນອາທິດ ແມ່ນເອີ້ນຈາກດວງອາທິດ ຫຼື ຕາເວັນ ນັ້ນເອງ.

SA Game
DooDiDo

ສີ່ງສໍາຄັນອີກຢ່າງນຶ່ງ ດາວມີອິດທິພົນຕໍາການດໍາລົງຊີວິດຂອງຄົນເຮົາຫຼາຍ ຊຶ່ງເຫັນໄດ້ຈາກການມາສ້າງເປັນຄວາມເຊື່ອເພື່ອເບີ່ງເລີກເບີ່ງຍາມໃນການເຮັດພິທີສໍາຄັນຕ່າງໆຂອງບ້ານເມືອງ, ການເບີ່ງດວງຊາຕາຂອງຄົນ ແລະ ເຫດອື່ນໆ. ພ້ອມກັນນັ້ນ, ຍັງໝາຍເຖິງບຸກຄົນທີ່ໂດ່ງດັງຈາກ ການຮ້ອງເພັງ, ສະແດງ ຫຼື ປະກວດເຊັ່ນ: ດາລາຮູບເງົາ, ດາວປະຈໍາເມືອງ, ດາວປະຈໍາຄະນະ, ດາວມະຫາວິທະຍາໄລ ແລະ ອື່ນໆ.

ເພື່ອ​ໃຫ້ເຂົ້າໃຈຄວາມໝາຍຂອງການນນຳ​ໃຊ້​ໃຫ້​ຖືກ​ຕ້ອງຕາມຫຼັກໄວຍະກອນການຂິດຂຽນ ​ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງ ດັ່ງລຸ່ມນີ້:

ຄວາມໝາຍຄຳ​ວ່າ “ດາຣາ” ຫຼື “ດາລາ”;

“ດາຣາ”ຫຼື “ດາລາ” (1. ຄຳນາມ) ດາວ, ດວງດາວ. ໝາຍເຖິງສິ່ງທີ່ຮຸ່ງແຈ້ງຍິບຍັບຢູ່ເທີ່ງທ້ອງຟ້າ ຢາມຄໍ່າມຶດ ມີຫຼາຍລ້ານດວງ ແລະ ນ້ອຍກວ່າດວງເດືອນ. (2. ຄຳນາມ) ໃຊ້ເອີ້ນບຸກຄົນສະແດງນໍາ ຫຼື ຄົນທີ່ມີຊື່ສຽງໃນການຮ້ອງເພັງ ຫຼື ສະແດງຮູບເງົາ ຫຼື ລະຄອນ.

ຕົວ​ຢ່າງ:

  • ມະນຸດເຮົາໄດ້ສຶກສາດາຣາສາດ ຫຼື ດາລາສາດມາຕັ້ງດົນ ໃນທີ່ສຸດອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດ ຫຼື ນາຊາ (NASA) ກໍສໍາເລັດການສົ່ງຍານໄປສໍາຫຼວດດາວອັງຄານ ເພື່ອຊອກຫາສິ່ງທີ່ມີຊີວິດ ຊຶ່ງໄດ້ໃຊ້ງົບປະມານຫຼາຍລ້ານໂດລາສະຫະລັດ ແຕ່ກໍ່ຄຸ້ມຄ່າເພາະເຮັດໃຫ້ມະນຸດເຮົາມີຂໍ້ມູນ ແລະ ເຂົ້າໃຈດາວດວງນີ້ຫຼາຍຂຶ້ນ.
  • ໃນຍາມຄໍ່າຄືນທີ່ມຶດດໍານັ້ນ ສາມາດເຫັນດາລານ້ອຍໃຫຍ່ຫຼາຍລ້ານດວງເຫຼື້ອມຍິບຍັບເຕັມທ້ອງຟ້າ ດັ່ງກັບວ່າມັນກໍາລັງສື່ສານສິ່ງໃດນຶ່ງຢູ່.
  • ພາຍຫຼັງທີ່ເພັງລາວໄດ້ຮັບຄວາມນິຍົມ ແລະ ມີຍອດວິວຫຼາຍຮ້ອຍລ້ານໃນຢູທູບ ລາວກໍກາຍເປັນດາວດວງໃໝ່ແຫ່ງວົງການເພັງ.
  • ທ່ານ ອານົນ ເປັນດາຣາສະແດງໜັງຂອງອາເມລິການທີ່ໂດ່ງດັງ ລາວຫຼີ້ນບົດບາດເປັນນັກຮົບ ທີ່ເກັ່ງ ແລະ ສະແດງເປັນຄົນເຫຼັກທີ່ມາຈາກໂລກອະນາຄົດ ອີກດ້ວຍ.

ສະ​ຫຼຸບ.

ຄຳ​ວ່າ “ດາຣາ” ແລະ “ດາລາ” ມີຄວາມໝາຍຄືກັນ ຊຶ່ງໝາຍເຖິງດາວ ແລະ ຕ່າງແຕ່ການອອກສຽງສະກົດ ຫັນລີ້ນ ແລະ ບໍ່ຫັນລີ້ນ ຕາມໂຕອັກສອນ “ຣ”ແລະ “ລ” ເທົ່ານັ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo