ຄໍາວ່າ “ບົດ” ການນໍາໃຊ້ ແລະ ຄວາມໝາຍໃນພາ ສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ບົດ” ມີຄວາມໝາຍແນວໃດ?

ຄໍາວ່າ “ບົດ” ໝາຍເຖິງພຣະບົດ ຊຶ່ງເປັນຊື່ທີ່ຊາວພຸດລາວ ນຳມາຈາກພາສາປາລີ ເອົາມາຕັ້ງເປັນຊື່ຮູບ ພຣະໃນຜ້າ (ຜ້າແພ). ຊຶ່ງບົດມີຮາກສັບຈາກປະຕະ ຊຶ່ງແປວ່າ ຜ້າ ຫຼື ຜ້າຕໍ່າຍາວ ຫຼື ຜ້າແພຜືນຜ້າ. ພ້ອມກັນນັ້ນ, ຍັງໃຊ້ເອີ້ນຊື່ເຫັດທີ່ເກີດຢູ່ຂອນໄມ້ ເອີ້ນ ເຫັດບົດ ຊຶ່ງບາງເຂດກໍເອີ້ນເຫັດກະດ້າງ. ອີກຢ່າງ ນຶ່ງ ຍັງໝາຍເຖິງຕີນ ຫຼື ຮອຍ ຫຼື ຮອຍຕີນ ຊຶ່ງເວລາຄົນເຮົາຜະລິດເກີບໃສ່ເອີ້ນ ເກີບບົດ ຫຼື ເກີບໂບກ ຫຼື ເກີບຫຸ້ມຂໍ່.

ນອກຈາກນີ້, “ບົດ” ຍັງໝາຍເຖິງຂໍ້ຄວາມ ຫຼື ຫົວຂໍ້ ເຊັ່ນ: ບົດນຳ, ບົດກວດກາ, ບົດກອນ, ບົດກະວີ, ບົດຂ່າວສານ, ບົດຂຽນ, ບົດປະພັນ, ບົດຄວາມ, ບົດສວດ, ບົດສອນ, ບົດສູດ, ບົດສົ່ງທ້າຍ, ບົດສຳພາດ, ບົດບັນຍັດ, ບົດບັນທຶກ, ບົດບັນນາທິການ, ບົດປະພາດ, ບົດປາໄສ, ບົດຝຶກຫັດ, ບົດພິສູດ, ບົດລະຄອນ, ບົດວິຈານ, ບົດຮ້ອງ, ບົດຂັບ, ບົດລໍາ, ບົດເພງ, ບົດຮຽນ, ບົດແຕ່ງ ເປັນຕົ້ນ. “ບົດ” ນອກນັ້ນ, ຍັງໝາຍ ເຖິງບົດບັງ ເຊັ່ນ: ຂີ້ເຝື້ອບັງແສງຕາເວັນ, ເມືອງບັງບົດ, ລັດສະໝີບັງແສງ ແລະ ອື່ນໆ. “ບົດ”  ຍັງແມ່ນ ການຫຍໍ້າເນັ້ນລົງ ເຊັ່ນ: ບົດສາລີ, ບົດແກບ ບົດຮໍາ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າບົດ”.

“ບົດ” (1. ຄໍານາມ) ຜືນຜ້າ, ແຜ່ນແພ ຄໍານີ້ເຮົາໃຊ້ວ່າ ພຮະບົດ ຄື ຮູບພຣະໃນແຜ່ນແພ. ຊື່ເຫັດແນວ ນຶ່ງເກີດຕາມຂອນໄມ້ ເອີ້ນ ເຫັດບົດ ຫຼື ເຫັດກະດ້າງ. ຕີນ, ຮອຍ, ຮອຍຕີນ. ຂໍ້ຄວາມ, ຂໍ້ຄວາມນຶ່ງ, ຫົວຂໍ້. ທາງ ດັ່ງ ກໍາມະບົດ. (2. ຄໍາກິລິຍາ) ບັງແສງ. ອາການເນັ້ນລົງ ດ້ວຍຂອງແຂງ ເພື່ອໃຫ້ແຫຼກ. (3. ຄໍາກິລິຍາວິເສດ) ມຶດມົວ, ອາການບໍ່ແຈ້ງຄັກ.

ຕົວ­ຢ່າງ:

  • ປະຈຸບັນ ການສ້າງຮູບພຣະບົດໃສ່ຜ້າແພຕໍ່າ ແມ່ນບໍ່ຄ່ອຍມີຫຼາຍ ແລະ ໄດ້ຈືດຈາງຫາຍໄປຫຼາຍ ແຕ່ໂຊກດີ ເຮົາສາມາດຊອກເບີ່ງໄດ້ຮູບພຣະບົດ (ພຣະປະຕະ) ຢູ່ວັດຊຽງທອງ ແຂວງຫຼວງພຣະບາງ. ເພື່ອເປັນການອະນຸລັກຂໍໃຫ້ທຸກຄົນຈົ່ງຮັກສາພຣະບົດ ທີ່ມີຢູ່ນີ້ເອົາໄວ້ໃຫ້ເປັນມໍຣະດົກຂອງຊາດ ຊ່ວຍກັນ.
  • ເຫັດບົດ ເຫັດຂອນ ສະໄໝກ່ອນແມ່ນສາມາດຊອກ ແລະ ພົບເຫັນໄດ້ງ່າຍ ເພາະມີປ່າໄມ້ຫຼາຍ. ແຕ່ປະຈຸບັນ ແມ່ນຫາຍາກແລ້ວ ເນື່ອງຈາກຄົນໄດ້ຕັດໄມ້ທໍາລາຍປ່າເປັນວົງກວ້າງ ເຮັດການກະ ເສດເຊັ່ນ: ປູກຢາງພາລາ, ສວນກ້ວຍ, ສວນອ້ອຍ, ໄມ້ວິກ ແລະ ອື່ນໆ.
  • ການໃສ່ເກີບບົດ ຫຼື ເກີບໂບກ ເພື່ອຍ່າງຢູ່ຂີ້ບວກ ຫຼື ນໍ້າເປື້ອນ ແມ່ນດີທີ່ສຸດ ເພາະຕີນຈະບໍ່ ເປື້ອນ ແລະ ມີພະຍາດ.
  • ການແຕ່ງບົດກອນ, ບົດກະວີ ຫຼື ບົດເພງ ແມ່ນຕ້ອງມີຈິນຕະນາການເປັນເລີດ ຈິ່ງສາມາດແຕ່ງ ອອກມາໄດ້ດີ ແລະ ສາມາດດຶ່ງດູດຈິດໃຈ ຜູ້ອ່ານ ຜູ້ຟັ້ງ.
  • ໃນລະຫວ່າງເດືອນ 7 ຫາເດືອນ 8 ສາກົນ ອາກາດມັກຮ້ອນອົບເອົາ ມີເມກບົດບັງແສງຕາເວັນ ແລະ ຝົນຕົກຢູ່ເລື້ອຍໆ.
  • ຫົວອາຫານໄກ່ປະກອບດ້ວຍສາລີບົດ, ຮໍາ, ເປືອກໄຂ່, ຫອຍ ແລະ ວິຕາມິນ ຈໍານວນນຶ່ງ.

ສະຫຼຸບ.

ຄໍາວ່າ “ບົດ” ໝາຍເຖິງ ພຮະບົດ ຊຶ່ງເປັນຊື່ຮູບພຣະໃນຜ້າແພ, ໝາຍເຖິງເຫັດບົດ ຫຼື ເຫັດກະດ້າງ ທີ່ ອອກຢູ່ນໍາຂອນໄມ້. ໝາຍເຖິງຕີນ ຫຼື ຮອຍຕີນ. ພ້ອມກັນນັ້ນ, ຍັງໝາຍເຖິງຂໍ້ຄວາມ ຫຼື ບົດຄວາມ ຫຼື ຫົວຂໍ້. ນອກນີ້, ຍັງໝາຍເຖິງບັງແສງ ຫຼື ບັງບົດ. ໝາຍເຖິງການຫຍໍ້າ ການບົດໃຫ້ມຸ່ນ ຫຼື ແຫຼກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo