ຄໍາວ່າ “ຂາດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຂາດ” ມີຄວາມໝາຍແນວໃດ?

ຄໍາວ່າ “ຂາດ” ໝາຍເຖິງການຂາດແຄນ ຫຼື ຄວາມຂາດແຄນ ເຊັ່ນ: ຂາດແຄນອາຫານ ເພາະຄວາມຍາກ ຈົນ ຫຼື ບໍ່ພໍກິນ, ຂາດແຄນນໍ້າເພາະຝົນບໍ່ຕົກຫຼາຍປີ. ໝາຍເຖິງຂາດຕົກບົງພ່ອງ ຕົວຢ່າງ ຄອມພິວເຕີຂາດ ຕົກບົກພ່ອງເວລາພີມໜັງສືແມ່ນມັກປ່ຽນແບບໜັງສື (font) ໃຫ້ໂດຍອັດໂຕໂນມັດ, ລົດເກັງ ຂາດຕົກບົກ ພ່ອງເວລາຢຽບຄັນເລັ່ງຄ່ອຍໆ ແຕ່ພັດເລັ່ງຈັກແຮງຫຼາຍ, ງານດອງແຂກຫຼາຍຮັບບໍ່ທົ່ວເຖິງເຮັດໃຫ້ບົກພ່ອງ ແລະ ອື່ນໆ. ພ້ອມນັ້ນ ຍັງໝາຍເຖິງການແຍກອອກຈາກກັນ ຫຼື ຈີກອອກຈາກກັນ, ບໍ່ຕິດກັນ, ບໍ່ຄົບ. ຂາດ ເຂີນ, ເສຍ ເຊັ່ນ: ເຈ້ຍຂາດ, ສົ້ງຂາດ, ເສື້ອຂາດ, ແພຂາດ, ຕັດຂາດຈາກກັນ, ເຄື່ອງຂາດຫາຍບໍ່ຄົບ ເປັນຕົ້ນ.

“ຂາດ” ຍັງໃຊ້ເວົ້າກັນຫຼາຍເຊັ່ນ: ເສື້ອຂາດໜ້າ ຜ້າຂາດຫຼັງ ຫາເຊົ້າກິນຄໍ່າ, ຂາດໆເຂີນໆ ຊຶ່ງ ໝາຍເຖິງບໍ່ພຽງພໍ ຫຼື ມີບໍ່ພໍຈ່າຍ, ຂາດຄ່າ ແມ່ນກໍານົດລາຄາຕາຍໂຕ, ຂາດຄາວໝາຍເຖິງບໍ່ມີໃນເວລາ ນັ້ນ, ຂາດໃຈ ແມ່ນເໝິດໃຈ ຫຼື ຕາຍ, ຂາດໂຕ ແມ່ນບອກລາຄາອັນ ແນ່ນອນບໍ່ຂຶ້ນບໍ່ລົງ, ຂາດຕະຫຼາດ ໝາຍເຖິງບໍ່ມີໃນຕະຫຼາດທີ່ເຄີຍມີ, ຂາດທຶນ ແມ່ນເສັຍຕົ້ນທຶນເດີມໄປ, ຂາດມື ແມ່ນເໝິດໄປ ຫຼື ບໍ່ມີໃຊ້ ດັ່ງທີ່ເຄີຍມີ, ຂາຂາດໝາຍເຖິງຂາກຸດ, ຂາດການ ໝາຍເຖິງຂາດວຽກ ຫຼື ບໍ່ມາວຽກ, ຂາດຂາແມ່ນໃຊ້ ເວົ້າເວລາຫຼີ້ນໄພແຕ່ບໍ່ຄົບຄົນຕາມກໍານົດ, ນອກຈາກນີ້ ຍັງມີຂາດຄວາມອົດທົນ, ຂາດຄວາມເຊື່ອຖື, ຂາດຈາກກັນ, ຂາດວັກຂາດຕອນ ຂາດຕະຫຼາດ, ຂາດຕົກບົກພ່ອງ, ຂາດທຶນ, ຂາດພີ່ຂາດນ້ອງ, ຂາດມາລະ ຍາດ, ຊະນະຂາດລອຍ, ຂາດຫ້ຽນ, ຂາດຫຼັກໝັ້ນ, ຂາດເຄິ່ງຂາດກາງ, ຂາດທາງຫຼັງ, ຂາດເງິນ, ຂາດໂຮງຮຽນ, ຂາດຕົວ ຫຼື ຂາດໂຕ ແລະ ອື່ນໆ.

SA Game
DooDiDo

ນອກຈາກນີ້, ຍັງໃຊ້ເປັນຄໍາທີ່ເວົ້າແນ່ນອນ ແລະ ຈິງແທ້ ເຊັ່ນ: ເດັດຂາດ, ເປັນອັນຂາດ, ຕັດຂາດ ແລະ ອື່ນໆ ຊຶ່ງຕົວຢ່າງມີດັ່ງນີ້ ເດັດຂາດບໍ່ໄປ, ເດັດຂາດບໍ່ເອົາ, ເດັດຂາດບໍ່ມັກ, ຫ້າມຈັບເດັດຂາດ, ຫ້າມເວົ້າ ເດັດຂາດ, ຫ້າມເຮັດເດັດຂາດ. ຫ້າມແຕ່ງງານກັນເປັນອັນຂາດ. ຫ້າມກິນເປັນອັນຂາດ, ຫ້າມເບີ່ງເປັນອັນ ຂາດ. ຕັດຂາດຄວາມເປັນພີ່ນ້ອງ, ຕັດຂາດຄວາມ ເປັນເພື່ອນກັນ, ຕັດຂາດຄວາມເປັນຊູ້ເປັນແຟນກັນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຂາດ”.

“ຂາດ” (1. ຄໍານາມ) ຄວາມຂາດແຄນ, ບົງພ່ອງ. (2. ຄໍາກິລິຍາ) ອອກຈາກກັນ, ບໍ່ຕິດກັນ, ໝົດ, ບໍ່ຄົບ. ຂາດເຂີນ, ເສຍ. ໃຊ້ເປັນຄໍາແນ່ນອນຈິງແທ້ ດັ່ງ: ເດັດຂາດ, ເປັນອັນຂາດ.

ຕົວ­ຢ່າງ: 

  • ຊ່ວງໂຄວິດ 19 ລະບາດແຮງໄດ້ມີການປິດເມືອງຫ້າມເຂົ້າອອກ ເຮັດຂາດແຄນສິນຄ້າເພື່ອຊົມ ໃຊ້ ແລະ ບໍ່ລິໂພກ.
  • ສົມວ່າລາວເປັນຄົນລະອຽດ ລາວຮັບແຂກໄດ້ແບບດີເລີດ ບໍ່ມີຂາດຕົກບົກພ່ອງ ນັບແຕ່ກ້າວຂາ ເຂົ້າງານຈົນອອກຈາກງານ ເພາະມີການກະກຽມທີ່ດີ.
  • ພະຍຸຝົນຕົກແຮງຫຼາຍເຮັດໃຫ້ຕົ້ນໄມ້ໃຫຍ່ແຄມທາງງ່າຫັກຂາດອອກຈາກຕົ້ນ ແລະ ຕົກກະຈາຍ ເຕັມພື້ນ ກິດຂວາງການສັນຈອນ.
  • ສິນຄ້າທີ່ເຮົາສັ່ງ ແລະ ຈ່າຍເງິນໄປກ່ອນນັ້ນ ເຄື່ອງຍັງຂາດ ບໍ່ຄົບ 1 ລາຍການ ໃຫ້ປະສານຫາ ຜູ້ຂາຍເພື່ອກວດຄືນ.
  • ເວລາເຂົ້າວັດເຂົ້າວາຫ້າມປະພຶດໂຕຮຽນແບບຊາດຕາເວັນຕົກເດັດຂາດ ເຊັ່ນ: ຈູບກັນ, ກອດກັນ, ເກາະແຂນກັນ.

ສະຫຼຸບ.

ຄໍາວ່າ “ຂາດ” ໝາຍເຖິງຄວາມຂາດແຄນ ຫຼື ບໍ່ມີ, ໝາຍເຖິງຂໍ້ບົງພ່ອງ ຫຼື ຂາດຕົກບົກພ່ອງ. ພ້ອມກັນ ນັ້ນ, ຍັງໝາຍເຖິງການຂາດອອກຈາກກັນ ຫຼື ບໍ່ຕິດກັນ, ໝາຍເຖິງບໍ່ຄົບ ແລະ ຍັງໃຊ້ເປັນຄໍາແນ່ນອນຈິງແທ້ເປັນຕົ້ນເດັດຂາດ, ເປັນອັນຂາດ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo