ຄໍາວ່າ “ທາ” ຄວາມໝາຍໃນພາສາລາວ ແລະ ການ ນໍາໃຊ້

SA Game

DooDiDo

ອະທິບາຍຄໍາວ່າ “ທາ” ມີຄວາມໝາຍແນວໃດ?

ຄໍາວ່າ “ທາ” ແມ່ນນົກແນວນຶ່ງຍາວປະມານ 16-22 ຊມ ໂຕແມ່ໜັກປະມານ 91 ກຼາມ, ໂຕຜູ້ນໍ້າໜັກປະມານ 130 ກຼາມ, ເປັນຕົກທີ່ມີຂົນສີຂີ້ເຖົ່າ ລາຍປົນສີຂາວ. ແຕ່ເດີມນົກກະທາເປັນນົກທໍາມະຊາດພົບຫຼາຍທີ່ສຸດໃນປະເທດຣັດເຊຍ. ປະຈຸບັນມີການລ້ຽງແຜ່ຫຼາຍເພາະລ້ຽງງ່າຍ ມັກລ້ຽງກັນເປັນຟາມແບບອຸດ ສາຫະກໍາກະມີ, ນົກກະທາ ເປັນນົກທີ່ມີຊີ້ນລົດຊາດແຊບ ແລະ ໄຂ່ກໍມີທາດບຳລຸງຫຼາຍເປັນທີ່ນິຍົມບໍລິ ໂພກທົ່ວໄປ ແລະ ບາງເທື່ອກະນໍາໄປດອງກິນ. ຄໍາວ່າ “ທາ” ຍັງ ແມ່ນຊື່ເຫັດແນວນຶ່ງເອີ້ນ ເຫັດທາ.

ນອກນີ້, ຍັງໝາຍເຖິງການທາ ຫຼື ລູບໄລ້ ຫຼື ແປດກັນ ເຊັ່ນ: ທາຢາກັນຍຸງ, ທາຢານວດ, ທາສີເຮືອນ, ທາສີກໍາແພງ, ທານ້ຳມັນໃສ່ຜົມ, ເກືອທາ, ທາແປ້ງນົວ, ທາໝາກເຜັດ, ທາເຂົ້າແປ້ງນໍ້າແດງ, ທາກາວ ເປັນຕົ້ນ. “ທາ” ເວລານໍາໄປບວກກັບຄໍາອື່ນຍັງໃຫ້ຄວາມໝາຍແຕກຕ່າງອອກໄປເຊັ່ນ: ທາຍາດໝາຍ ເຖິງຜູ້ຮັບມໍລະດົກ, ທາຍິກາ ແມ່ນຜູ້ຍິງໃຫ້ທານ, ທາຍົກ ແມ່ນຊາຍຜູ້ໃຫ້ທານ, ທາດາ ແມ່ນພະພົມ ຫຼື ຜູ້ສ້າງໂລກ, ທາຕີ ແມ່ນແຜນດິນ ຫຼື ໂລກ, ທາຕຸ ຄໍານີ້ໃຊ້ເປັນທາດ, ທານີ ໝາຍເຖິງ ເມືອງ, ທາຣາ ແມ່ນສາຍນໍ້າ, ທາຣົກ ແມ່ນເດັກນ້ອຍຜູ້ຊາຍ, ທາລຸນ (ທາຣຸນ) ມາຍເຖິງໂຫດຮ້າຍ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າທາ”.

“ທາ” (1. ຄໍານາມ) ຊື່ນົກແນວນຶ່ງຂົນລາຍຂັນສຽງທອງ (ນົກກະທາ ກໍ່ວ່າ) ຊື່ເຫັດແນວນຶ່ງດອກນ້ອຍ ເກີດຕາມດິນ. (2. ຄໍາກິລິຍາ) ໄລ້. ລູບ. ເອົາຂອງຕ່າງໆລູບໃສ່ກັນ. ແປດກັນ. ທໍາໃຫ້ແປດກັນ.

ຕົວ­ຢ່າງ: 

  • ແກງກະເພາະປາໃສ່ໄຂ່ນົກກະທາແຊບຫຼາຍ ເປັນທີ່ນີຍົມ ຊຶ່ງເຮົາເຫັນໄດ້ຈາກງານບູນ, ງານ ດອງ ແລະ ເຮືອນດີ ມັກມີລາຍການອາຫານດັ່ງກ່າວ.
  • ເຫັດທາເປັນເຫັດແນວນຶ່ງ ແຕກຕ່າງຈາກເຫັດມອດ, ເຫັດບີ້, ເຫັດເຂັມ, ເຫັດຂອນ.
  • ເວລາປີ້ງຊີ້ນໃຫ້ເອົາເກືອ ແລະ ເຄື່ອງເທດທາເອືອບກ່ອນ ຈິ່ງເຮັດໃຫ້ລົດຊາດດີຂຶ້ນ ຖ້າມັກເຜັດ ກໍເອົາໝາກເຜັດຜົງທາໃສ່ນໍາ.
  • ຢູ່ລາວມັກນິຍົມກັນທາສີເຮືອນດ້ວຍສີຂາວ, ສີງາຊ້າງ, ແຕ່ບາງຄົນກະມັກສີຟ້າ, ສີຂຽວ ຫຼື ສີເຫຼືອງ.
  • ເວລາຖືກຍຸງກັດໃຫ້ເອົາຢາມ່ອງມາທາ ຈິ່ງເຮັດໃຫ້ເຊົາຄັນ ແລະ ເປັນຕຸ່ມໄວ.
  • ການຕິດວອນແປບເປີ ແມ່ນເອົາກາວທາ ແລ້ວຈິ່ງໄປຕິດໃສ່ຝາ ຕາມທີ່ຕ້ອງການ.

ສະຫຼຸບ.

ຄໍາວ່າ “ທາ” ແມ່ນຊື່ນົກແນວນຶ່ງຂົນລາຍເອີ້ນນົກກະທາ ຄົນມັກລ້ຽງໄວ້ບໍລິໂພກຊີ້ນ ແລະ ໄຂ່. ແມ່ນ ຊື່ເຫັດທີ່ມີດອກນ້ອຍເກີດຢູ່ເທິງດິນ. ນອກຈາກນັ້ນ, ຍັງໝາຍເຖິງການທາ, ການລູບ ຫຼື ລູບໄລ້, ການແປດກັນ ຫຼື ທໍາໃຫ້ແປດກັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo