ຄໍາວ່າ “ຕຶກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຕຶກ” ມີຄວາມໝາຍແນວໃດ?

ຄໍາວ່າ “ຕຶກ” ໝາຍເຖິງເຮືອນ ຫຼື ອາຄານ ທີ່ມີພື້ນຕິດກັບດິນ ເປັນສິ່ງທີ່ຄົນເຮົາສ້າງຂຶ້ນມາ ເພື່ອຢູ່ອາໃສ ຫຼື ເປັນບ່ອນເຮັດວຽກກໍມີ. ຕຶກມີຫຼາຍຮູບຮ່າງ ຂຶ້ນກັບການອອກແບບ ດັ່ງ ຕຶກຮູບແບບຂອງຄົນຈີນ, ຕຶກ ຮູບແບບຂອງຄົນຝລັ່ງ, ຕຶກຮູບແບບຂອງຄົນຍີ່ປຸ່ນ, ຕຶກຮູບແບບບູຮານ, ຕຶກຮູບແບບທັນສະໄໝ ເປັນຕົ້ນ, ຊຶ່ງໃນຕຶກອາດຈະມີສິ່ງອໍານວຍຄວາມສະດວກຕ່າງໆ ເປັນຕົ້ນ ຫ້ອງນອນ, ຫ້ອງນໍ້າ, ຫ້ອງຮັບແຂກ, ຫ້ອງຄົວ ອື່ນໆ.

ນອກຈາກນີ້, “ຕຶກ” ຍັງໝາຍເຖິງວິທີການຫາປາດ້ວຍອຸປະກອນ ດັ່ງ ມອງ, ແຫ, ເບັດ ແຕ່ການຕຶກມອງ ຫຼື ໃສ່ມອງ (ກວດມອງກໍວ່າ) ແມ່ນການເອົາມອງກວດໄປ ຫຼື ອ້ອມ ຫຼື ວາງລັດທາງປາໄວ້ ເພື່ອໃຫ້ປາ ຖືກ. ການຕຶກແຫ ຫຼື ຫວ່ານແຫ (ຂວາງແຫກໍວ່າ) ແມ່ນການເອົາແຫມາຫວ່ານໃຫ້ມົນອອກ ເພື່ອປົກເອົາ ປາ. ແຕກຕ່າງຈາກການຕຶກເບັດ ຫຼື ຊິດເບັດ ເພາະຕ້ອງໃຊ້ເຫຍື່ອເປັນອາຫານ ຫຼື ຕ້ອງມີເຫຍື່ອລໍ້ໃຫ້ປາ ກິນເບັດ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຕຶກ”.

“ຕຶກ” (1. ຄໍານາມ) ເຮືອນມີພື້ນຢູ່ກັບດິນ, ເຮືອນພື້ນຕິດກັບດິນ. (2. ຄໍາກິລິຍາ) ການຫາເອົາປາດ້ວຍ ມອງ ແລະ ເບັດເປັນຕົ້ນ.

ຕົວຢ່າງ:

  • ໂຕກຽວ ປະເທດຍີ່ປຸ່ນມີຕືກທັນສະໄໝ ແລະ ສູງສຽດຟ້າຫຼາຍຕຶກ, ມີສິ່ງອໍານວຍຄວາມສະດວກ ຫຼາຍຢ່າງ ແລະ ໃຊ້ງົບປະມານໃນການສ້າງຫຼາຍລ້ານໂດລາສະຫະລັດ.
  • ມື້ວານໄປຕຶກເບັດຢູ່ແມ່ນໍ້າຂອງ ໄດ້ປາເຄິງໃຫຍ່ຫຼາຍໂຕ, ຊຶ່ງໄດ້ນໍາມາເຮັດກິນຈໍານວນນຶ່ງ ແລະ ໄດ້ນໍາໄປຂາຍອີກສ່ວນນຶ່ງ.

ສະຫຼຸບ.

ຄໍາວ່າ “ຕຶກ” ແມ່ນເຮືອນຊັ້ນດຽວ ຫຼື ຫຼາຍຊັ້ນທີ່ໃຫຍ່ ຫຼື ເປັນອາຄານທີ່ມີພື້ນຕິດກັບດິນ ຖືກສ້າງມາ ເພື່ອເປັນຫ້ອງການ ຫຼື ຢູ່ອາໃສກໍໄດ້. ການສ້າງມີຂະໜາດ, ຮູບຮ່າງ ແລະ ສິ່ງອໍານວຍຄວາມສະດວກ ແຕກຕ່າງກັນໄປຕາມງົບປະມານ ແລະ ຄວາມຕ້ອງການ ນອກຈາກນີ້, “ຕຶກ” ແມ່ນການຫາປາດ້ວຍ ມອງ, ແຫ, ເບັດ ເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo