ຄໍາວ່າ “ນົມ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ນົມ” ມີຄວາມໝາຍແນວໃດ?

ຄໍາວ່າ “ນົມ” ແມ່ນອາໄວຍະວະສ່ວນນຶ່ງຢູ່ຮ່າງກາຍຄົນ ແລະ ສັດ (ສັດລ້ຽງລູກດ້ວຍນົມ) ສ່ວນໃຫຍ່ຊຶ່ງ ຕັ້ງຢູ່ສອງຂ້າງໜ້າເອີກ ໂດຍທໍາມະຊາດນົມເພດຜູ້ ຫຼື ຜູ້ຊາຍ (ຄົນ) ຫຼື ໂຕຜູ້ (ສັດ) ແມ່ນນ້ອຍກວ່ານົມ ເພດແມ່ ຫຼື ຜູ້ຍິງ (ຄົນ) ຫຼື ໂຕແມ່ (ສັດ) ຊຶ່ງເຫັນເປັນເຕົ້ານົມໄດ້ຢ່າງຊັດເຈນ ເພາະເພດແມ່ມີນົມໄວ້ ເພື່ອຜະລິດນໍ້ານົມລ້ຽງລູກນ້ອຍ ນັ້ນເອງ. ນົມປະກອບດ້ວຍ ເຕົ້ານົມ, ຫົວນົມ ຫຼື ຂວັ້ນນົມ, ບາງຊະນິດ ມີຂົນນົມນໍາອີກ. ເຕົ້ານົມມີການຂະຫຍາຍຕົວແຕກຕ່າງກັນອອກໄປຕາມໄວ ຫຼື ອາຍຸສັງຂານ ເຊັ່ນ: ນົມ ເດັກນ້ອຍເພດຜູ້ ແລະ ແມ່ຈະຂະຫຍາຍຕົວຄືກັນ, ນົມເພດຜູ້ ແລະ ແມ່ ທີ່ສອນບ່າວສອນສາວ ແມ່ນ ເພດແມ່ເລີ່ມມີເຕົ້າໃຫຍ່ຂຶ້ນເຫັນໄດ້ສັດເຈນ ແລະ ຍານໄປຕາມການເວລາ. ໃນທຸກວັນນີ້ ສະພາບເສດ ຖະກິດ ແລະ ວິທະຍາກາດຂະຫຍາຍຕົວ ຈຶ່ງໄດ້ມີການຜະລິດ ເຕົ້ານົມຢາງຂຶ້ນມາເພື່ອຊົງນໍ້ານົມໃຫ້ແກ່ ເດັກເພື່ອດູດອີກດ້ວຍ.

ນອກຈາກນີ້, “ນົມ” ຍັງໝາຍເຖິງນໍ້ານົມຂອງແມ່ທີ່ໄຫຼອອກຈາກເຕົ້ານົມ ຕາມທໍາມະຊາດແມ່ນມີຕອນເກີດ ລູກ ແຕ່ຍ້ອນການພັດທະນາສາຍພັນພິເສດໂດຍສະເພາະແມ່ນສັດລ້ຽງ ເຮັດໃຫ້ມີນົມໄດ້ຕະຫຼອດປີ ເຊັ່ນ: ນົມງົວ, ນົມແກະ ແລະ ສັດຈໍານວນນຶ່ງ ຖືກນໍາມາແປຮູບ ແລະ ເອີ້ນຊື່ແຕກຕ່າງກັນໄປ ເຊັ່ນ: ນົມຂຸ້ນ, ນົມຝຸ່ນ, ນົມຜົງ, ນົມສົດ, ນົມສົ້ມ. ນອກຈາກນັ້ນ, “ນົມ” ຍັງໃຊ້ເອີ້ນສິ່ງທີ່ເປັນເຕົ້າຄືກັນກັບເຕົ້ານົມຂອງ ແມ່ຍິງ ເປັນຕົ້ນ ນົມຜາ. “ນົມ” ເວລາໄປບວກກັບຄໍາອື່ນຍັງໃຫ້ຄວາມໝາຍຕ່າງອອກໄປ ດັ່ງ ນໍ້ານົມແມວ ແມ່ນຊື່ນໍ້າຫອມຢ່າງນຶ່ງສໍາລັບໃສ່ເຂົ້າໜົມໃຫ້ມີກີ່ນຫອມ, ນໍ້ານົມຣາຊານີ ແມ່ນຊື່ຕົ້ນໄມ້ແນວນຶ່ງໃຊ້ເຮັດຢາ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່ານົມ”.

“ນົມ” (1. ຄໍານາມ) ສ່ວນນຶ່ງຂອງຮ່າງກາຍຄົນ ແລະ ສັດ ຊຶ່ງຕັ້ງຢູ່ສອງຂ້າງໜ້າເອີກ ຖ້າເປັນຜູ້ຍິງ ແລະ ສັດມີນໍ້າຂາວໆໄຫຼອອກ ສໍາລັບໃຫ້ລູກເກີດໃໝ່ກິນ, ນໍ້າທີ່ໄຫຼອອກຈາກເຕົ້ານົມ, ສິ່ງທີ່ເປັນເຕົ້າ ຄືນົມ.

ຕົວຢ່າງ:

  • ນັກກິລາເພາະກາຍຊາຍ ຫຼາຍຄົນມີກ້າມນົມເປັນໝັດໆ, ໃຫຍ່ເປັນພິເສດປານນົມແມ່ຍິງ ແລະ ສາມາດຕິງໄດ້ ອີກດ້ວຍ.
  • ອີງຕາມການແນະນໍາຂອງອົງການອາຫານໂລກ ນໍ້ານົມແມ່ເປັນນໍ້ານົມທີ່ດີທີ່ສຸດສໍາລັບລູກນ້ອຍ ເກີດໃໝ່.
  • ຖໍ້າຈັງວັງວຽງເກີດມາຫຼາຍລ້ານປີ ແລະ ແມ່ນມີນົມຜາງາມຫຼາຍ ເວລາເອົາໄຟເຍືອງໃສ່ເຫຼື້ອມ ຍີບຍັບດັ່ງມີມົນຂັງ.

ສະຫຼຸບ.

ຄໍາວ່າ “ນົມ” ໝາຍເຖິງເຕົ້ານົມ ຊຶ່ງແມ່ນອາໄວຍະວະຢູ່ຮ່າງກາຍຄົນ ແລະ ສັດ ຕາມທໍາມະຊາດສ່ວນ ໃຫຍ່ນົມເພດແມ່ມັກໃຫຍ່ກວ່ານົມເພດຜູ້. ນອກຈາກນີ້, “ນົມ” ຍັງໝາຍເຖິງນໍ້ານົມທີ່ອອກຈາກເຕົ້ານົມ ເພື່ອລ້ຽງລູກ ແຕ່ປະຈຸບັນທັນສະໄໝຍັງມີນົມທຽມ ແລະ ນົມແປຮູບ ທີ່ໄດ້ຈາກ ການພັດທະນາສັດລ້ຽງເຊັ່ນ: ນົມງົວ, ນົມແກະ ເປັນຕົ້ນການແປຮູບເອີ້ນຕ່າງກັນໄປ ເຊັ່ນ: ນົມຂຸ້ນ, ນົມຝຸ່ນ, ນົມຜົງ, ນົມສົດ, ນົມສົ້ມ. “ນົມ” ຍັງໃຊ້ເອີ້ນນົມຜາ ຊຶ່ງເປັນຫິນປູນຍ້ອຍລົງຕາມຖໍ້າອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo