ຄໍາວ່າ “ຕ້າງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຕ້າງ” ມີຄວາມໝາຍແນວໃດ?

ຄໍາວ່າ “ຕ້າງ” ແມ່ນໃບຫູຂອງໄກ່ ຫຼື ສັດຈໍາພວກນົກ ຊຶ່ງແມ່ນຊີ້ນທີ່ຕິດຫ້ອຍຢູ່ກັບຄາງເປັນຕິ່ງຢ່ອນລົງ ຫຼື ໂຢດລົງ ເອີ້ນຕ້າງໄກ່ ແລະ ຕ້າງນົກ ຫຼື ເວົ້າອີກຢ່າງນຶ່ງແມ່ນແຕ້ຫູຂອງໄກ່ ແລະ ນົກນັ້ນເອງ. ຕ້າງນົກ ແລະ ໄກ່ ມີຂະໜາດ, ສີສັນແຕກຕ່າງກັນໄປ ດັ່ງໄກ່ປ່າຫູຂາວ ມີຕ້າງຫູເປັນສີຂາວ, ສ່ວນໄກ່ ທົ່ວໄປແມ່ນມີຕ້າງເປັນສີແດງ. “ຕ້າງ” ຍັງໝາຍເຖິງ ຕ້າງໄມ້ ຊຶ່ງແມ່ນໜ້າກວ້າງຂອງໄມ້ ເຊັ່ນ: ລ່ຽມ, ໄມ້ແປ້ນ ເປັນຕົ້ນ. “ຕ້າງ” ຍັງແມ່ນປ່ອມເບັດ ຊຶ່ງເວ ລາເຮົາຕົກເບັດຕ້າງຈະຟູຢູ່ນໍ້າ ຖ້າປາກິນຕ້າງຈະ ໜິງ ແລະ ຈົມລົງເພາະປາດຶງ.

ນອກຈາກນີ້, “ຕ້າງ” ຍັງແມ່ນເຄື່ອງ ປະດັບຢ່າງນຶ່ງຂອງຄົນ ເຮັດຂຶ້ນມາເພື່ອຫ້ອຍຫູ ຊຶ່ງໃນສະໄໝບູຮານ ຄົນທີ່ມີຖານະແມ່ນນິຍົມກັນເຮັດ ດ້ວຍເງິນ ຫຼື ຄໍາ ສ່ວນໃຫຍ່ມີລວດລາຍເປັນດອກ ແລະ ມີຂາຍາວ. ແຕ່ບຸກຄົນທົ່ວໄປບາງທີກໍເອົາຝ້າຍ ຫຼື ໄມ້ໃສ່ກະມີ. ການເຮັດຕ້າງຫູ ແມ່ນມີລວດລາຍແຕກຕ່າງກັນໄປ ຂຶ້ນກັບວ່າເປັນຄົນເຜົ່າໃດ. ພິເສດ ຢູ່ພາກໃຕ້ລາວມີບາງເຜົ່າໃຊ້ງາຊ້າງມາເຮັດເປັນຕ້າງປະດັບ ຊຶ່ງເຮັດໃຫ້ ຫູທີ່ບ່ອງມີຮູໃຫຍ່ເປັນພິເສດ. “ຕ້າງ” ຍັງແມ່ນຊື່ຂອງຕົ້ນໄມ້ພຸ່ມຊະນິດນຶ່ງ ມີດອກຄືຕ້າງຫູ ເລີຍເອີ້ນດອກ ຕ້າງ ເປັນດອກສີແດງ ແລະ ຈຸ້ມ. “ຕ້າງ” ຍັງແມ່ນຄັນນາ ທີ່ຄົນເຮົາຂຸດເລິກລົງ ເພື່ອບໍລິຫານນໍ້າ ໃຫ້ນໍ້າ ໄຫຼເຂົ້າ-ໄຫຼອອກໄປໃສ່ນາໄຮ່ອື່ນ ຫຼື ປ່ອຍຖີ້ມເວລານໍ້າມາຫຼາຍເຫຼືອຄວາມຕ້ອງການ ເອີ້ນຕ້າງນາ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຕ້າງ”.

“ຕ້າງ” (1. ຄໍານາມ) ໃບຫູຂອງໄກ່ທີ່ຢ່ອນລົງ, ແຕ້ຫູ, ໜ້າກວ້າງຂອງໄມ້. ເຄື່ອງປະດັບຫູທໍາດ້ວຍເງິນ, ຄໍາ ເປັນດອກ ແລະ ມີຂາຍາວ. ໄມ້ພຸ່ມແນວນຶ່ງດອກສີແດງເປັນຈຸ້ມຄ້າຍຄືຕ້າງຫູ ເອີ້ນດອກຕ້າງ. ຄັນນາ ທີ່ຂຸດ ເພື່ອບ່ອນໃຫ້ນໍ້າໄຫຼຕົກລົງໄປໃສ່ນາໄຮ່ຕໍ່ມາ.

ຕົວຢ່າງ:

  • ໄກ່ປາຫູຂາວ ເປັນໄກ່ມີຕ້າງຫູຂາວງາມ ແລະ ຂັນມ່ວນ ເປັນໄກ່ສວຍງາມທີ່ຄົນນິຍົມນໍາມາລ້ຽງ ດ້ວຍການມັດໄວ້ຄອນ ເພື່ອໂຊໃຫ້ຄົນອື່ນເຫັນ.
  • ນັກບູຮານຄະດີໄດ້ຄົນພົບຕ້າງຫູບູຮານຢູ່ຖໍ້າແຫ່ງນຶ່ງ ເປັນຕ້າງຫູຄໍາ ມີລາຍດອກສວຍງາມ ແລະ ມີຂາຍາວ ເພື່ອເປັນບ່ອນສຸບໃສ່ຮູຫູທີ່ບ່ອງໄວ້.
  • ຕ້າງນາມີນໍ້າຕົກສຽງດັງຈອກໆ ເຮັດໃຫ້ປາ ແລະ ກຸ້ງມາອໍ ຫຼື ເຕົ້າໂຮມກັນ ເພື່ອຍາດກັນໂດດ ລອຍຂຶ້ນໄປນາໄຮ່ຢູ່ເທິງທີ່ມີນໍ້າໄຫຼລົງມາ.

ສະຫຼຸບ.

ຄໍາວ່າ “ຕ້າງ” ໝາຍເຖິງໃບຫູຂອງໄກ່ ແລະ ສັດຈໍາພວກນົກ ທີ່ເປັນຕິ່ງຢ່ອນລົງ ເອີ້ນຕ້າງໄກ່ ແລະ ຕ້າງນົກ. “ຕ້າງ” ຍັງແມ່ນໜ້າກວ້າງຂອງໄມ້ ເອີ້ນຕ້າງໄມ້. “ຕ້າງ” ຍັງແມ່ນປ່ອມເບັດ ຊຶ່ງອາດຈະເຮັດ ຈາກໄມ້ນ້ອຍ ຫຼື ຟອງນໍ້າ ເພື່ອບໍ່ໃຫ້ເບັດຈົມ ແລະ ເວປາຕອດເບັດຕ້າງຈະໜິງ ແລະ ຈົມລົງເພາະປາ ດຶງ. “ຕ້າງ” ໝາຍເຖິງຕ້າງຫູຂອງຄົນ ຊຶ່ງເປັນເຄື່ອງປະດັບຢ່າງນຶ່ງ ເຮັດຂຶ້ນມາເພື່ອຫ້ອຍຫູໃຫ້ສວຍງາມ ແລະ ໜ້າຮັກ. “ຕ້າງ” ຍັງແມ່ນຊື່ຕົ້ນດອກຕ້າງ ຊຶ່ງເປັນໄມ້ພຸ່ມ ແລະ ມີດອກຄືຕ້າງຫູ. ອີກຄວາມໝາຍ ນຶ່ງ “ຕ້າງ” ຍັງແມ່ນປ່ອງຄັນນາທີ່ຄົນເຮົາຂຸດ ເພື່ອໃຫ້ນໍ້າໄຫຼເຂົ້າ-ໄຫຼໄຮ່ນາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo